ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມກວດຮັບຮອງປຶ້ມຫຼັກການພື້ນຖານການນໍາໃຊ້ພາສາລາວ ເມື່ອວັນທີ 29 ມີນາ 2024 ທີ່ເຮືອນພັກແຄມງື່ມ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ສຈ.ປອ ບໍ່ແສງຄໍາ ວົງດາລາ ອະດີດລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍອະດີດການນໍາ, ຄະນະທີ່ປຶກສາທາງວິຊາການ, ຄະນະກໍາມະການຮັບຮອງຕົ້ນສະບັບຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງ ແລະ ກົມກອງຕ່າງໆ, ຄະນະຄົ້ນຄວ້າຮຽບຮຽງປຶ້ມຫຼັກການພື້ນຖານການນໍາໃຊ້ພາສາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວຮູ້ສຶກເປັນກຽດທີ່ໄດ້ໃກ້ຊິດຕິດຕາມການປະຕິບັດໂຄງການຄົ້ນຄວ້າຮຽບຮຽງປັບປຸງປຶ້ມຫຼັກການພື້ນຖານການນໍາໃຊ້ພາສາລາວມາແຕ່ຕອນເລີ່ມຕົ້ນ (3/5/2022 ທີ່ ສນຍ, 7/12/2023 ທີ່ ສວສ), ມີຄວາມພາກພູມໃຈທີ່ເອກະສານນີ້ສໍາເລັດການຮຽບຮຽງ, ໄດ້ຜ່ານການຮັບຮອງ ເພື່ອກຽມຈັດພິມ ແລະ ອະນຸມັດນໍາໃຊ້. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງບັນດານັກປາດອາຈານຜູ້ທີ່ໄດ້ຮັບມອບໝາຍ ໄດ້ຄົ້ນຄວ້າຮຽບຮຽງ ປັບປຸງຄືນຫຼັກການນໍາໃຊ້ພາສາລາວໃນຄັ້ງນີ້ ຊຶ່ງບັນດາທ່ານຮັບຊາບແລ້ວ, ທຸກໆປະເທດ, ທຸກຊາດພາສາໃນໂລກລ້ວນແຕ່ມີນິຕິກໍາ ແລະ ລະບຽບຫຼັກການໃນການນໍາໃຊ້ພາສາຂອງຕົນ. ຕົວຢ່າງ: ຢູ່ ສປ ຈີນ ມີກົດໝາຍພາສາຈີນ, ມີຫຼັກພາສາຈີນ; ຢູ່ ສສ ຫວຽດນາມ ມີນະໂຍບາຍພາສາຫວຽດ, ມີຫຼັກໄວຍາກອນພາສາຫວຽດ; ຢູ່ໄທ ກໍມີນະໂຍບາຍພາສາໄທ, ຫຼັກພາສາໄທ ແລະ ຫຼັກເກນການຂຽນພາສາໄທດ້ວຍອັກສອນໂຣມັນ, ຫຼັກເກນການຂຽນທັບສັບພາສາຕ່າງປະເທດ. ດັ່ງນັ້ນ, ລາວເຮົາກໍຈໍາເປັນຕ້ອງມີເອກະສານເຫຼົ່ານີ້. ນັ້ນກໍເພາະວ່າ ແຕ່ລະຊາດ ຕ່າງກໍອະນຸລັກປົກປັກຮັກສາ ແລະ ພັດທະນາພາສາຂອງຊາດຕົນ ຄຽງຄູ່ກັບການພັດທະນາຊາດ ດັ່ງບັນພະບຸລຸດພວກເຮົາຝາກໄວ້ “ພາສາບອກຊາດ ມາລະຍາດບອກຕະກຸນ”. ຂ້າພະເຈົ້າຄິດວ່າ ສະພາບສຸກງອມແລ້ວ ຫຼື ເວົ້າຢ່າງໜຶ່ງ ແມ່ນສັງຄົມເລັ່ງທວງໃຫ້ຕ້ອງມີເອກະສານນີ້ແລ້ວ.
ນັບແຕ່ປີ 1975 ເປັນຕົ້ນມາ, ພາສາລາວເວົ້າລວມ, ເວົ້າສະເພາະແມ່ນຫຼັກໄວຍາກອນລາວ ແລະ ການນໍາໃຊ້ພາສາລາວກໍໄດ້ຮັບການພັດທະນາເປັນກ້າວໆມາຢ່າງບໍ່ຢຸດຢັ້ງໃຫ້ທັນກັບຄວາມກ້າວໜ້າຂອງວິທະຍາສາດ ແລະ ເຕັກໂນໂລຊີ ທັງສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ພ້ອມທັງມີຄວາມເປັນເອກະພາບກັນໃນພາບລວມ ແຕ່ຄວາມບໍ່ເປັນເອກະພາບກັນໃນລາຍລະອຽດຂອງການໃຊ້ພາສາກໍຍັງປະກົດມີຢູ່ ໂດຍສະເພາະແມ່ນການຂຽນ ຄໍາສັບ, ປະໂຫຍກ, ຂໍ້ຄວາມສໍານວນ, ຮູບແບບການຂຽນເອກະສານຂອງອົງການຈັດຕັ້ງຕ່າງໆ ບາງອັນກໍຍັງມີການໃຊ້ພາສາຕາມອັດຕະວິໄສ ບໍ່ວ່າການໃຊ້ເຄື່ອງໝາຍວັກຕອນ, ການຍະຫວ່າງ, ການຂຽນສະກົດຄໍາບາງຄໍາໃນເອກະສານທາງການ ກັບເອກະສານສ່ວນຕົວທີ່ໃຊ້ໃນຊຸມຊົນ, ໃນສັງຄົມ ກໍຄືໃນວົງການໃດໜຶ່ງກໍຍັງມີຄວາມແຕກຕ່າງກັນ. ສາເຫດແມ່ນຍ້ອນພວກເຮົາບໍ່ຄໍານຶງເຖິງຫຼັກການລວມໃນການນໍາໃຊ້ພາສາລາວເຮົາໃນຜ່ານມາ ຊຶ່ງໄດ້ມີການຮຽນການສອນນັບແຕ່ຊັ້ນປະຖົມພຸ້ນມາ.
ການປັບປຸງຫຼັກການນໍາໃຊ້ພາສາລາວຄັ້ງນີ້, ເປັນການປັບປຸງ ບໍ່ແມ່ນສ້າງໃໝ່ ນັບວ່າມີຄວາມສໍາຄັນ ເພາະຈະເປັນບ່ອນອີງໃຫ້ແກ່ການນໍາໃຊ້ພາສາລາວ ເຮັດແນວໃດໃຫ້ຄວາມແຕກຕ່າງກັນນັ້ນຫຍັບເຂົ້າໃກ້ກັນ ແລະ ກ້າວໄປສູ່ຄວາມເປັນເອກະພາບກັນເທື່ອລະກ້າວ ບໍ່ວ່າເອກະສານຂອງພັກ, ຂອງລັດ, ຂອງການສຶກສາ ແລະ ທາງພຸດທະສາສະໜາ. ພ້ອມກັນນີ້, ຍັງເປັນການສືບຕໍ່ນໍາໃຊ້ຫຼັກໄວຍາກອນລາວທີ່ມີມາກ່ອນ ໂດຍສະເພາະແມ່ນໄວຍາກອນສະໄໝປັດຈຸບັນ, ບໍ່ທັນແມ່ນການປະຕິຮູບພາສາລາວ.
ບັນດາຜູ້ຕາງໜ້າກະຊວງ, ອົງການຕ່າງໆ ທີ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ແມ່ນມີຄວາມຮັບຜິດຊອບສູງຮ່ວມກັນໃນການສ້າງຕົ້ນສະບັບປຶ້ມຫຼັກການພື້ນຖານການນໍາໃຊ້ພາສາລາວນີ້ ກ້າວເຖິງຮັບຮອງໃຫ້ອະນຸມັດຈັດພິມນໍາໃຊ້ໃນຂອບເຂດທົ່ວປະເທດ ກໍຄືທົ່ວສັງຄົມ. ສະນັ້ນ ຂໍໃຫ້ບັນດາສະຫາຍ ກໍາແໜ້ນ ຢຶດໝັ້ນດ້ານທັດສະນະ ຫຼັກການຂອງການພັດທະນາພາສາ ແລະ ສະພາບຕົວຈິງຂອງປະເທດເຮົາ ເພື່ອພ້ອມກັນອະທິບາຍ ຊີ້ແຈງ ໂນ້ມນ້າວໃຫ້ໄປຕາມທາງທີ່ພວກເຮົາໄດ້ເອກະພາບກັນນີ້.
ເມື່ອເອກະສານນີ້ໄດ້ພິມອອກນໍາໃຊ້ແລ້ວ, ທຸກກະຊວງ, ທຸກພາກສ່ວນ ແຕ່ສູນກາງເຖິງທ້ອງຖິ່ນ ຕ້ອງເປັນເຈົ້າການນໍາໄປໃຊ້ໃຫ້ໄດ້ຮັບຜົນດີ. ການນໍາໃຊ້ພາສາລາວຈະມີຄວາມເປັນເອກະພາບ ຫຼື ບໍ່ ມັນຂຶ້ນກັບຄວາມມີສະຕິ ເຄົາລົບ ແລະ ປະຕິບັດຕາມຫຼັກການທາງພາສາທີ່ໄດ້ຕົກລົງກັນແລ້ວນັ້ນເປັນສໍາຄັນ.
ຂະນະດຽວກັນນີ້, ທ່ານ ພັນຄໍາ ວິພາວັນ ຍັງໄດ້ສະເໜີໃຫ້ທາງຄະນະຮັບຜິດຊອບ ແລະ ກະຊວງສຶກສາທິການ ແລະ ກິລາ ປະສານກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຮັດແນວໃດໃຫ້ເອກະສານ 2 ຕົ້ນສະບັບນີ້ ໄດ້ປະກາດໃຊ້ຢ່າງມີຜົນສັກສິດ ໂດຍມີຢູ່ 2 ທາງເລືອກ ຄື: ກະຊວງສຶກສາທິການ ແລະ ກິລາ ອອກຂໍ້ຕົກລົງປະກາດໃຊ້ ແລະ ເຮັດໜັງສືຫາທ່ານ ນາຍົກ ອອກດໍາລັດຮັບຮອງ ແລະ ປະກາດນໍາໃຊ້; ສະເໜີໃຫ້ສືບຕໍ່ຄົ້ນຄວ້າຜັນຂະຫຍາຍລົງລາຍລະອຽດຕ່າງໆ ເຊັ່ນ: ຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ, ເອກະສານອ້າງອີງຕ່າງໆ; ກະຊວງສຶກສາທິການ ແລະ ກິລາ ໃນນາມຜູ້ບໍລິຫານກອງທຶນພັດທະນາວິທະຍາສາດ ຂໍໃຫ້ຈັດສັນງົບປະມານສະໜັບສະໜູນວຽກງານການສ້າງບຸກຄະລາກອນ (ລະດັບປະລິນຍາໂທ, ປະລິນຍາເອກ) ກໍຄືການຄົ້ນຄວ້າພາສາລາວຢ່າງສົມເຫດສົມຜົນ; ພາຍຫຼັງປະກາດນໍາໃຊ້ແລ້ວ ໃຫ້ຈັດກອງປະຊຸມຝຶກອົບຮົມບັນດາສື່ມວນຊົນຕ່າງໆ (ວິທະຍຸ, ໂທລະພາບ, ໜັງສືພິມ), ໂຄສະນາເຜີຍແຜ່, ອອກຂ່າວຢ່າງກວ້າງຂວາງ ເປັນລາຍການພິເສດສະເພາະຂອງສຶກສາ ແລະ ແຫ່ງຊາດ.
ໂອກາດດຽວກັນນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ເອກະສານຫຼັກການພື້ນຖານການນໍາໃຊ້ພາສາລາວນີ້ ເປັນບາດກ້າວເບື້ອງຕົ້ນຂອງຂະບວນການປັບປຸງການນໍາໃຊ້ພາສາລາວຂອງຄະນະກໍາມະການຄົ້ນຄວ້າພາສາລາວ, ກະຊວງສຶກສາທິການ ແລະ ກິລາ ເພື່ອຈະເປັນບ່ອນອີງໃນການຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ ທີ່ກໍາລັງດໍາເນີນຢູ່ ທັງຈະເປັນບ່ອນອີງໃຫ້ແກ່ການຮຽນການສອນພາສາລາວ, ການນໍາໃຊ້ພາສາລາວໃນຂົງເຂດການສຶກສາ, ວິທະຍາສາດ ແລະ ກິລາ ແລະ ຂົງເຂດວຽກງານອື່ນໆ ກໍຄືທົ່ວສັງຄົມ. ການປະກອບສ່ວນຂອງຜູ້ເຂົ້າຮ່ວມຄັ້ງນີ້, ນັບວ່າມີຄຸນຄ່າສູງ, ບັນດາທ່ານໄດ້ພ້ອມກັນອ່ານຢ່າງລະອຽດ, ໄດ້ປະກອບຄໍາຄິດຄໍາເຫັນ ສັງເກດຕີລາຄາຢ່າງຮອບດ້ານຕໍ່ເນື້ອໃນເອກະສານ ແລະ ໄດ້ລົງຄວາມເຫັນຮັບຮອງໃຫ້ເອກະສານນີ້ຜ່ານ ເພື່ອເຂົ້າສູ່ຂັ້ນຕອນການອະນຸມັດ ແລະ ຈັດພິມນໍາໃຊ້ຕໍ່ໄປ.
ພາຍຫຼັງກອງປະຊຸມນີ້ສໍາເລັດ, ຄະນະຮຽບຮຽງ ແລະ ຄະນະກວດແກ້ ຈະໄດ້ສືບຕໍ່ກວດກາຄືນເນື້ອໃນປຶ້ມທັງ 2 ເຫຼັ້ມ ແລະ ພິຈາລະນາປັບປຸງຕາມຄໍາເຫັນ, ຂໍ້ສະເໜີ, ຂໍ້ແນະນໍາຂອງບັນດາທ່ານຄະນະກໍາມະການຮັບຮອງ ເພື່ອເຮັດແນວໃດໃຫ້ຕົ້ນສະບັບມີຄວາມສົມບູນທີ່ສຸດເທົ່າທີ່ເປັນໄປໄດ້ ຊຶ່ງໃນການນໍາໃຊ້ນັ້ນ ຂໍຮຽກຮ້ອງມາຍັງທ່ານທັງຫຼາຍ ທີ່ຕາງໜ້າຈາກກະຊວງ ທະບວງກົມຕ່າງໆ ຈົ່ງໄດ້ໃຫ້ຄວາມຮ່ວມມືໃນການເຜີຍແຜ່ ແລະ ນໍາເອົາປຶ້ມທັງສອງເຫຼັ້ມນີ້ໄປນໍາໃຊ້ໃນວຽກງານ ກໍຄືການຮຽນການສອນຕໍ່ໄປ.
ໂດຍ ບົວລະພາ