ໃນວັນທີ 07 ກໍລະກົດ 2022 ນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີປາຖະກະຖາວັນຄ້າຍວັນເກີດ ທ່ານປະທານ ສຸພານຸວົງ ຄົບຮອບ 113 ປີ (13 ກໍລະກົດ 1909–13 ກໍລະກົດ 2022) ຂຶ້ນຢູ່ສະໂມສອນຂອງກອງພົນ ໂດຍການເປັນປະທານ ຂອງສະຫາຍພັນເອກ ວົງເພັດ ເພັງພານິດ ຫົວໜ້າຫ້ອງການເມືອງກອງພົນທີ 2. ມີບັນດາສະຫາຍພະແນກການ, ພະນັກງານ ນັກຮົບ ຢູ່ 5 ອົງການ ແລະ ກອງຮ້ອຍປ້ອງກັນທີ່ຕັ້ງເຂົ້າຮ່ວມ.

ໃນພິທີ, ສະຫາຍພັນເອກ ວົງເພັດ ເພັງພານິດ ຫົວໜ້າຫ້ອງການເມືອງກອງພົນ ກໍ່ໄດ້ໃຫ້ກຽດຂຶ້ນປາຖະກະຖາວັນສໍາຄັນດັ່ງກ່າວ ສະຫາຍໄດ້ຍົກໃຫ້ເຫັນເຖິງຊີວິດການເຄື່ອນໄຫວເຮັດການປະຕິວັດໃນໄລຍະການຕໍ່ສູ້ກູ້ຊາດ, ຜົນງານຄຸນງາມຄວາມດີ ແລະ ຄຸນສົມບັດສິນທໍາປະຕິວັດ. ປະທານ ສຸພານຸວົງ ທີ່ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ອຸດົມການປະຕິວັດ ຢ່າງສູງສົງ, ແມ່ນປັນຍາຊົນຜູ້ຍິ່ງໃຫຍ່, ທ່ານໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງກາຍເປັນນັກປະຕິວັດ ທີ່ກ້າແກ່ນ ເປັນໜຶ່ງໃນບັນດາຜູ້ນໍາ ທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ. ເດີນຕາມເສັ້ນທາງຂອງພັກ, ຄວາມສາມາດ, ຄຸນນະທໍາ ແລະ ອິດທິພົນຂອງທ່ານໄດ້ກາຍເປັນສິ່ງກະຕຸກຊຸກຍູ້ປຸກລະດົມດຶງດູດປະຊາຊົນເຜົ່າຕ່າງໆ, ຊັ້ນຄົນຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສ້າງກ້ອນກໍາລັງຄວາມສາມັກຄີ ເປັນອັນໜຶ່ງອັນດຽວກັນໃນແນວໂຮມເອກະພາບແຫ່ງຊາດ ເຊິ່ງໄດ້ກາຍເປັນໜຶ່ງໃນບັນດາປັດໄຈອັນສໍາຄັນ ທີ່ຮັບປະກັນໄຊຊະນະ ຂອງການປະຕິວັດປະເທດເຮົາໃນແຕ່ລະໄລຍະ. ປະທານ ສຸພານຸວົງ ເປັນນັກການເມືອງທີ່ເກັ່ງກ້າ, ສະຫລາດສະຫລຽວມີໄຫວພິບໃນການວາງຍຸດໂທບາຍດ້ານການຕໍ່ສູ້ການເມືອງ ແລະ ການຕ່າງປະເທດ ຢູ່ໃນແຕ່ລະໄລຍະຂອງສະພາບການ, ໄດ້ມີການສົມທົບ ຢ່າງຄ່ອງແຄ່ວລະຫວ່າງການຕໍ່ສູ້ດ້ານກົດໝາຍ, ດ້ານການເມືອງ, ດ້ານລັດຖະສະພາ, ຊື່ສຽງຮຽງນາມ ຂອງທ່ານປະທານ ສຸພານຸວົງ ໃນຖານະ ທີ່ເປັນນັກການເມືອງລະດັບສາກົນທີ່ດີເດັ່ນ, ຜູ້ເຊິ່ງໄດ້ປະກອບສ່ວນອັນປະເສີດເຂົ້າໃນການປັບປຸງສັນຕິພາບໂລກ, ເຂົ້າໃນການເປີດກວ້າງການຮ່ວມມືລະຫວ່າງບັນດາປະເທດ ແລະ ປະຊາຊາດ ຢູ່ໃນໂລກ. ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນຜູ້ນໍາ ທີ່ປະເສີດ ຂອງປະເທດຊາດ, ຂອງປະຊາຊົນລາວບັນດາເຜົ່າ ເປັນແວ່ນແຍ່ງອັນເຫລື້ອມໃສໃຫ້ແກ່ທຸກໆຄົນໃນຄອບຄົວອີກດ້ວຍ ເປັນຕົ້ນແມ່ນເປັນແບບຢ່າງໃນການດໍາລົງຊີວິດ ທີ່ປອດໃສຂາວສະອາດ, ງ່າຍດາຍ, ມັກຄົ້ນຄວ້າຮໍ່າຮຽນຫາຄວາມກ້າວໜ້າ, ມັກອອກແຮງງານທັງຕີນມື ແລະ ມັນສະໝອງ “ເວົ້າແທ້ທໍາຈິງ” ມີຄວາມເອື້ອອາລີ, ເອົາໃຈໃສ່ໃນຄວາມສາມັກຄີຮັກແພງຄອບຄົວ ຢ່າງດູດດຶມ, ຈິງໃຈຊື່ສັດຕະຫລອດມາ ແລະ ຍາມໃດກໍ່ບົ່ມເພາະກໍ່ສ້າງຄອບຄົວ ຂອງທ່ານໃຫ້ກາຍເປັນຄອບຄົວປະຕິວັດ ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການປະຕິວັດສະເໝີມາ.

ໃນຕອນທ້າຍ ຂອງພິທີສະຫາຍພັນເອກ ວົງເພັດ ເພັງພານິດ ຫົວໜ້າຫ້ອງການເມືອງກອງພົນທີ 2. ກໍ່ໄດ້ມີຄໍາຄິດຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄຸນງາມຄວາມດີ ຂອງທ່ານປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວທັງຊາດ ຕໍ່ປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດອັນພິລະອາດຫານ ເພື່ອສືບຕໍ່ເຮັດໃຫ້ ອຸດົມການ ແລະ ມູນມໍລະດົກ ອັນລໍ້າຄ່າ ຂອງປະທານ ສຸພານຸວົງ ທົ່ວພັກ, ທົ່ວກໍາລັງປະກອບອາວຸດ ໂດຍສະເພາະພະນັກງານສືບທອດປ່ຽນແທນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີ ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບຕໍ່ການໝູນໃຊ້ບົດຮຽນການນໍາພາ, ຕັ້ງໜ້າສຶກສາຮໍ່າຮຽນ ເອົາແບບຢ່າງອັນດີງາມ ແລະ ຄຸນສົມບັດ ສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດ ຂອງປະທານ ສຸພານຸວົງ ທັງເປັນແວ່ນແຍງ ອັນໃສແຈ້ງ ໃຫ້ແກ່ພະນັກງານ ນັກຮົບທຸກໆຄົນ.

ໂດຍ: ຄໍາຮັກ ໄຊວັນທອນ

LEAVE A REPLY

Please enter your comment!
Please enter your name here