ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມພົບປະຂັ້ນສູງ ລະຫວ່າງ ອົງການປົກຄອງແຂວງບໍລິຄຳໄຊ ນຳໂດຍ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ ແລະ ຄະນະກໍາມະ ການປະຊາຊົນແຂວງຮ່າຕິງ ສສ ຫວຽດນາມ ນຳໂດຍ ທ່ານ ພົວ ຫວໍຈ້ອງຫ້າຍ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງຮ່າຕິງ ພ້ອມດ້ວຍຄະນະ ຈັດຂຶ້ນໃນວັນທີ 7 ກໍລະກົດ 2022 ຢູ່ແຂວງບໍລິຄໍາໄຊ.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ລົງນາມຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງແຂວງ ແຕ່ນີ້ຫາປີ 2025 ໂດຍໄດ້ເອກະພາບກັນດັ່ງນີ້: ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ວຽກງານການໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ຕະຫລອດຮອດປະຊາຊົນ ໃຫ້ຮັບຮູ້ເລິກເຊິ່ງກ່ຽວກັບ ມູນເຊື້ອອັນດີງາມ ແລະ ຕັ້ງໜ້າ ພ້ອມກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ, ກໍຄື ລະຫວ່າງແຂວງບໍລິຄຳໄຊ-ແຂວງຮ່າຕິງ ໃຫ້ນັບມື້ໄດ້ຮັບການພັດທະນາ; ເຫັນດີເປັນເອກະພາບ ຈັດຕັ້ງການເຄື່ອນໄຫວພົບ ປະແລກປ່ຽນຄະນະຜູ້ແທນຂັ້ນແຂວງ, ພະແນກ, ຂະແໜງການ, ກົມກອງ, ເມືອງ ແລະ ຫົວໜ່ວຍຕ່າງໆພາຍໃນແຂວງຢ່າງເປັນປົກກະຕິ; ສືບຕໍ່ມີນະໂຍບາຍບຸລິມະສິດຕໍ່ກັບພົນລະເມືອງຫວຽດນາມ ແລະ ພົນລະ ເມືອງລາວ ທີ່ກຳລັງສຶກສາຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ສອງແຂວງ; ສືບຕໍ່ຊ່ວຍເຫລືອ, ປະສານສົມທົບ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນວຽກງານການສຳຫລວດ, ຊອກຫາ, ຂຸດຄົ້ນ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດຢ່າງສົມກຽດ;ສອງຝ່າຍແຈ້ງຂໍ້ມູນໃຫ້ກັນຊາບຢ່າງທັນເວລາ ກ່ຽວກັບກິດຈະການ, ໂຄງການຕ່າງໆຂອງບັນດານັກລົງທຶນຕ່າງປະເທດ ທີ່ພວມດຳເນີນກິດຈະການຢູ່ແຂວງຕົນ, ສ້າງເງື່ອນ ໄຂອຳນວຍຄວາມສະດວກ ດ້ານການປະກອບເອກະສານບໍລິຫານ ຂາເຂົ້າ-ຂາອອກ ໃຫ້ແກ່ປະຊາຊົນ, ພາຫະນະ ແລະ ສິນຄ້າຜ່ານດ່ານ ຮັບປະກັນໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍສອງປະເທດ; ສືບຕໍ່ຮ່ວມມືຂົງເຂດເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກນິກ, ສາທາລະນະສຸກ, ວັດທະນະທຳ ແລະ ທ່ອງທ່ຽວ;ການຮ່ວມມືດ້ານການສຶກສາ-ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ການປັບປຸງລະບອບການບໍລິຫານ ແລະ ປະກອບເອກະສານຜ່ານດ່ານສາກົນນໍ້າພາວ-ເກົ່າແຈວ ແລະ ການຊ່ວຍເຫລ້ອລ້າ ເພື່ອການພັດທະນາ.

ພ້ອມກັນນີ້, ຍັງໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາ ລະຫວ່າງ ສະຫະພັນແມ່ຍິງທັງສອງແຂວງ ແລະ ພະແນກແຜນການ ແລະ ການລົງທຶນແຂວງ ເຊັນກັບ ບໍລິສັດຮຸ້ນສ່ວນກຸ່ມບໍລິສັດແຮວງເຊີນ. ຈາກນັ້ນ ບໍລິສັດຮຸ້ນສ່ວນກຸ່ມບໍລິສັດແຮວງເຊີນ ກໍໄດ້ມອບຄອມພິວເຕີ ຈຳນວນ 20 ຊຸດ, ບໍລິສັດເຊື້ອໄຟ ຢາງນາມ ມອບເງິນໃຫ້ແຂວງບໍລິຄຳໄຊ ຈຳນວນ 1 ຕື້ກີບ ແລະ ມອບໃຫ້ກອງບັນຊາການ ປກສ ແຂວງບໍລິຄຳໄຊ 300 ລ້ານກີບ ເພື່ອເປັນການປະກອບສ່ວນ ເຂົ້າໃນການພັດທະນາແຂວງບໍລິຄຳໄຊ.

ໂອກາດດຽວກັນ, ທ່ານ ກອງແກ້ວ ໄຊສົງຄາມ ຍັງໄດ້ປະດັບຫລຽນໄຊອິດສະ ຫລະຊັ້ນ II ຂອງລັດຖະບານ ໃຫ້ ທ່ານ ພົວ ຫວໍຈ້ອງຫ້າຍ ແລະ ມອບໃບຍ້ອງຍໍໃຫ້ບັນດາກຸ່ມບໍລິສັດ ທີ່ໄດ້ປະກອບສ່ວນໃນຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here