Sunday, September 22, 2024
Homeຂ່າວພາຍໃນເຈົ້າແຂວງສະຫວັນນະເຂດມອບໃບຍ້ອງຍໍໃຫ້ກົມກອງແລະບຸກຄົນທີ່ປະກອບສ່ວນຊ່ວຍເຫຼືອເຂົ້າໃນການປັບປຸງບໍລິເວນອະນຸສອນສະຖານປະທານໄກສອນ ພົມວິຫານ.

ເຈົ້າແຂວງສະຫວັນນະເຂດມອບໃບຍ້ອງຍໍໃຫ້ກົມກອງແລະບຸກຄົນທີ່ປະກອບສ່ວນຊ່ວຍເຫຼືອເຂົ້າໃນການປັບປຸງບໍລິເວນອະນຸສອນສະຖານປະທານໄກສອນ ພົມວິຫານ.

ໃນຕອນບ່າຍວັນທີ 8ກໍລະກົດ 2022 ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການປົຄອງ ແຂວງສະຫວັນນະເຂດ ໄດ້ມີພິທີມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ສົມທົບທຶນເຂົ້າໃນການປັບປຸງບໍລິເວນ ອະນຸສອນສະຖານປະທານໄກສອນພົມວິຫານ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

ໃນນີ້ມີ ຄອບຄົວ ລູກຫຼານ ທ່ານໜູຮັກ ພູມສະຫວັນ ໄດ້ມອບເງິນສົດ ແລະ ຕິດຕັ້ງດອກໄຟໂຊລາເຊວ ຢູ່ເຂດອະນຸສາວະລີ ປະທານໄກສອນ ພົມມວິຫານ,ອະນຸສາວະລີ ທ່ານ ໜູຮັກ ພູມສະຫວັນ,ອະນຸສາວະລີທ່ານ ພູນ ສີປະເສີດ ແລະ ໂຮງຮຽນປະຖົມໄຊຍະພູມ ລວມມູນຄ່າ 100 ລ້ານກີບ,ທ່ານ ບົວລົມ ອິນທິທະວົງ ມອບເງິນສົດ ແລະ ຕິດຕັ້ງດອກໄຟໂຊລາເຊວ ຢູ່ຂອບເຂດອະນຸສາວະລີປະທານໄກສອນ ພົມວິຫານ ມູນຄ່າ 30ລ້ານກີບ, ຄະນະກອງບັນຊາການ ປກສ ແຂວງ ມອບເງິນສົດແລະຕິດຕັ້ງໄຟ ໂຊລາເຊວ ຢູ່ເຂດອະນຸສອນສະຖານ ໄກສອນ ພົມວິຫານ ມູນຄ່າ 20 ລ້ານກີບ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ປະກອບສ່ວນເທເບຕົງ ບ່ອນຈອດລົດຂອງ ຫ້ອງການອະນຸສອນສະຖານ ໄກສອນ ພົມວິຫານ ມູນຄ່າ 19 ລ້ານກີບ ,ປະທານສະມາຄົມຈີນ ປະກອບສ່ວນຕິດຕັ້ງດອກໄຟໂຊລາເຊວ ຢູ່ຂອບເຂດອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ສິ່ງທີ່ເປັນອະນຸສອນປະທານ ໂຮ່ຈິມິນມູນຄ່າ 16ລ້ານກີບ,ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ປະກອບສ່ວນສ້າງໂຄງຫຼັງຄາບ່ອນຈອດລົດຫ້ອງການອະນຸສອນສະຖານໄກສອນ ພົມວິຫານ ມູນຄ່າ 10ລ້ານກີບ ແລະ ຕາງໜ້າບໍລິສັດ ເບຍລາວ ສາຂາສະຫວັນນະເຂດ ມອບເງິນສົດ 10ລ້ານກີບ. ຈາກນັ້ນ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍໄດ້ມອບໃບຍ້ອງຍໍໃຫ້ ກົມກອງແລະບຸກຄົນທີ່ປະກອບສ່ວນໃນຄັ້ງນີ້ ຢ່າງສົມກຽດ

ໂອກາດນີ້ ທ່ານ ເຈົ້າແຂວງກໍໄດ້ສະແດງຄວາມຂອບໃຈແລະຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ປະກອບສ່ວນ ເພື່ອເຮັດໃຫ້ອະນຸສອນສະຖານຕ່າງໆຂອງແຂວງສະຫວັນນະເຂດມີແສງສະຫວ່າງ, ພ້ອມນີ້ທ່ານຍັງຮຽກຮ້ອງໃຫ້ສືບຕໍ່ປົກປັກຮັກສາຊ່ວຍກັນ,ນອກນັ້ນກໍປະກອບສ່ວນຊ່ວຍເຫຼືອປົກປັກຮັກສາອະນາໄມ,ເພາະເປັນສະຖານທີ່ ບ່ອນທີ່ຄົນສັກກະລັກບູຊາ ລະນຶກເຖິງຄຸນງາມຄວາມດີຂອງຜູ້ນໍາຮຸ່ນທຳອິດ ທີ່ເພີ່ນໄດ້ອຸທິດຕົນ ເພື່ອປົກປັກຮັກສາ ສ້າງສາພັດທະນາປະເທດຊາດ.ເຊິ່ງໃນຕໍ່ໜ້າ ກໍຈະໄດ້ມີແຜນສ້າງນະຄອນໄກສອນໄປຕາມທິດ 6 ສ ຕື່ມອີກ.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments