Tuesday, October 22, 2024
Homeຂ່າວໜ້າໜຶ່ງສ້າງພື້ນຖານການເສີມສ້າງຄວາມເຂັ້ມແຂງວຽກງານໂພຊະນາການ ຂອງ ສປປ ລາວ

ສ້າງພື້ນຖານການເສີມສ້າງຄວາມເຂັ້ມແຂງວຽກງານໂພຊະນາການ ຂອງ ສປປ ລາວ

ວັນທີ 6 ມີນາ 2024ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ປະທານຂອງຄະນະກໍາມະທິການແຫ່ງຊາດດ້ານໂພຊະນາການ ໄດ້ໃຫ້ກຽດເປັນປະທານກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IX, ປະທານຮ່ວມ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ຕາງໜ້າໃນນາມກຸ່ມຄູ່ຮ່ວມພັດທະນາດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ.

ເປັນກອງປະຊຸມປະຈໍາປີ ສໍາລັບວຽກງານໂພຊະນາການໃນ ສປປ ລາວ ກອງປະຊຸມດັ່ງກ່າວໄດ້ຮັບຮູ້ເຖີງຄວາມສຳຄັນຂອງໂພຊະນາການ ແລະ ການບໍລິໂພກອາຫານທີ່ດີຕໍ່ສຸຂະພາບຂອງປະຊາຊົນລາວ ເຊິ່ງກໍເປັນຂີດໝາຍອັນສໍາຄັນອັນໜຶ່ງໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ. ໂດຍສືບຕໍ່ຈາກກອງປະຊຸມແຫ່ງຊາດດ້ານໂພຊະນາການໃນປີທີ່ຜ່ານມາ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງໂພຊະນາການ ຕໍ່ການພັດທະນາແບບຍືນຍົງ, ຫົວຂໍ້ຫຼັກໃນກອງປະຊຸມປີນີ້ເເມ່ນໄດ້ສຸມໃສ່ເປັນພິເສດຕໍ່ຄວາມສຳຄັນຂອງໂພຊະນາການໃນການຂັບເຄື່ອນການລົງທຶນໃສ່ທຶນມະນຸດ ແລະ ການພັດທະນາປະເທດຊາດ ກໍຄືຫົວຂໍ້ “ໂພຊະນາການເພື່ອການພັດທະນາທຶນມະນຸດ” ຍັງສອດຄ່ອງກັບການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງປະເທດ ພ້ອມທັງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ອີກເຊັ່ນດຽວກັນ.

“ໃນຂະນະທີ່ພວກເຮົາໄດ້ກ້າວເຂົ້າສູ່ ປີ 2025 ເຊີ່ງເປັນຂີດໝາຍສໍາຄັນສຳລັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ເປົ້າໝາຍການພັດທະນາແບບຍືນຍົງສຳລັບປີ 2030, ສປປ ລາວ ຍັງຄົງສືບຕໍ່ຈັດວາງເອົາວຽກງານໂພຊະນາການ ເປັນບູລິມະສິດ ແລະ ຍົກສູງບົດບາດສໍາຄັນຂອງມັນທີ່ມີຕໍ່ສຸຂະພາບ, ການເຕີບໂຕ ແລະ ການພັດທະນາ ປະເທດຂອງພວກເຮົາ,” ກ່າວໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ, ປະທານກອງປະຊຸມ. “ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງນີ້ ຖືໄດ້ວ່າເປັນຂີດໝາຍອັນສຳຄັນ ເພື່ອປະເມີນຄືນເຖີງຜົນສໍາເລັດດ້ານໂພຊະນາການຂອງພວກເຮົາໃນ ປີ 2023 ເເລະ ໃຫ້ຄໍາໝັ້ນສັນຍາຮ່ວມຕໍ່ເປົ້າໝາຍໃນອະນາຄົດ ແລະ ກໍານົດຍຸດທະສາດຕ້ານບັນຫາການຂາດສານອາຫານສໍາລັບປີ 2024 ແລະ ຕໍ່ໆໄປ”.

“ພວກເຮົາຂໍສະເເດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງ ລັດຖະບານເເຫ່ງ ສປປ ລາວ ໃນປີ 2023 ແລະ ພັນທະສັນຍາທີ່ມີຂອງ ສປປ ລາວ ຕໍ່ການປະຕິບັດວຽກງານດ້ານໂພຊະນາການ ” ກ່າວໂດຍ ທ່ານ  ນາງ ອີນາ ມາຈູລໍນີແຕ,  ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ “ສະຫະພາບເອີຣົບ ກໍຂໍຢືນຢັນຄືນເຖີງຄຳໝັ້ນສັນຍາຂອງພວກເຮົາໃນການສະໜັບສະໜູນການຈັກຕັ້ງແຜນໂພຊະນາການແຫ່ງຊາດ 2021-2025. ເຖິງຢ່າງໃດກໍຕາມ, ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ພວກເຮົາຈໍາເປັນຕ້ອງໄດ້ມີການປະຕິບັດວຽກງານໂພຊະນາການຢ່າງມີສ່ວນຮ່ວມຫຼາຍຂຶ້ນ. ຂໍ້ສັງເກດຕ່າງໆຈາກ ໂຄງການຖານຂໍ້ມູນດ້ານໂພຊະນາການແຫ່ງຊາດ (NIPN) ແລະ ການປະເມີນຜົນຕ່າງໆ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນໃນດ້ານນີ້. ດ້ວຍເຫດນີ້, ມັນຈື່ງຍັງເປັນສິ່ງສໍາຄັນທີ່ສຸດທີ່ຈະຕ້ອງມີການເສີມຂະຫຍາຍຂໍ້ສະເໜີແນະດ້ານນະໂຍບາຍ ແລະ ຮັບປະກັນໃຫ້ມີຄວາມກົມກຽວທາງດ້ານທິດທາງຕໍ່ໜ້າຂອງວຽກງານໂພຊະນາການ ໃນທົ່ວ ສປປ ລາວ.”​

ກອງປະຊຸມນີ້ ໄດ້ເຕົ້າໂຮມຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນໃນວຽກງານໂພຊະນາການ ລວມມີ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ ຈາກບັນດາກະຊວງທີ່ສໍາຄັນ, ຮອງເຈົ້າແຂວງ, ຄູ່ຮ່ວມພັດທະນາ, ​ອົງການຈັດຕັ້ງສັງຄົມ, ສະຖາບັນການສຶກສາ, ພາກເອກະຊົນ ແລະ ຕົວແທນໄວໝຸ່ມ.

ຜົນສໍາເລັດສໍາຄັນ ແລະ ບູລິມະສິດຕໍ່ໜ້າທີ່ໄດ້ຈັດວາງໃນກອງງປະຊຸມ ລວມມີບົດສະຫຼຸບຄວາມຄືບໜ້າ, ຜົນສໍາເລັດທຽບກັບຄາດໝາຍທີ່ກໍານົດໄວ້ໃນ ເເຜນວຽກງານດ້ານໂພສະນາການເເຫ່ງຊາດ, ແລະ ພັນທະສັນຍາ ແລະ ການປະຕິບັດ ສໍາລັບປີ 2024. ນອກນັ້ນ, ຍັງມີການລົງນາມໃນເອກະສານພັນທະສັນຍາອີກເຊັ່ນດຽວກັນ. ​

“ໃນໂລກຂອງເຮົາປະຈຸບັນທີ່ມີຄວາມເຊື່ອມໂຍງລະຫວ່າງ ສຸຂະພາບ ແລະ ການເປັນຢູ່ທີ່ດີ ຂອງຊຸມຊົນ ຫຼາຍຂຶ້ນ, ມັນເປັນສິິ່ງສຳຄັນທີ່ພວກເຮົາຕ້ອງຮັບຮຸ້ວ່າ ໂພຊະນາການ ນັ້ນບໍ່ພຽງແຕ່ເປັນວຽກງານສຸຂະພາບເທົ່ານັ້ນ ແຕ່ມັນຍັງເປັນຮາກຖານສໍາຄັນຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການລົງທຶນໃນທຶນມະນຸດອີກດ້ວຍ”, ກ່າວໂດຍ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ.   “ຄວາມຄືບໜ້າທີ່ ສປປ ລາວ ໄດ້ສ້າງໄວ້ໃນມື້ນີ້ເພື່ອປັບປຸງໂພຊະນາການ ແມ່ນເປັນການຝັງເມັດພືດເພື່ອອະນາຄົດທີ່ເຂັ້ມເເຂງກວ່າເກົ່າ, ມີຄວາມສາມາດຜ່ານຜ່າອຸປະສັກຕ່າງໆ ແລະ ນຳໄປສູ່ ຄວາມຮັງມີຂອງປະເທດຊາດໃນອະນາຄົດ. ອົງການຢູນິເຊັບ ຮຸ້ສຶກພູມໃຈຫຼາຍທີ່ໄດ້ຍືນຄຽງຂ້າງ ສປປ ລາວ ໃນການເດີນທາງອັນສໍາຄັນນີ້, ເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນ ແລະ ຊຸມຊົນທຸກແຫ່ງ ມີພື້ນຖານເພື່ອຄວາມສໍາເລັດໃນຊີວິດ ຜ່ານ ໂພຊະນາການ ທີ່ດີ.”

ນອກເໜືອຈາກນີ້, ຜູ້ຕາງໜ້າຈາກຂັ້ນບ້ານກໍໄດ້ເຂົ້າຮ່ວມກອງປະຊຸມເພື່ອແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການບ້ານແບບຢ່າງດ້ານໂພຊະນາການທົວຂະແໜງການ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ໂດດເດັ່ນ ແລະ ບັນລຸຜົນສໍາເລັດທີ່ດີ.

ນອກນັ້ນ, ບັນດາເຈົ້າແຂວງ ໄດ້ບັນທຶກ ແລະ ນໍາສະເໜີວີດີໂອ ທີ່ກ່າວເຖິງຜົນສໍາເລັດຫຼັກໆ ແລະ ຄໍາໜັ້ນສັນຍາແຕ່ນີ້ເຖິງປີ 2025. ຄໍາປະຕິຍານເຫຼົ່ານີ້ ແມ່ນສ້າງຂຶ້ນສະເພາະແຂວງຂອງເຂົາເຈົ້າ ແລະ ສອດຄ່ອງກັບຄາດໝາຍທີ່ກໍານົດໄວ້ໃນ NPAN ແລະ ເປົ້າໝາຍການພັດທະນາແບບຍືນຍົງ – ເປົ້າໝາຍທີ 2. ນອກນີ້, ຄູ່ຮ່ວມພັດທະນາໄດ້ຮຽກຮ້ອງເຖິງຄໍາໝັ້ນສັນຍາໄລຍະຍາວໃນການລົງທຶນໃສ່ມະນຸດ ເພື່ອມີໂພຊະນາການທີ່ດີກວ່າເກົ່າໃນທົ່ວທຸກຂະແໜງການ ແລະ ທຸກແຂວງໃນ ສປປ ລາວ.​​

ກອງປະຊຸມໂພຊະນາການແຫ່ງຊາດປະຈໍາປີ ຄັ້ງທີ 9 ຈັດຂຶ້ນໂດຍ ລັດຖະບານແຫ່ງ ສປປ ລາວ ແລະ ໄດ້ຮັບການປະກອບ ສ່ວນທາງດ້ານການເງິນຈາກສະຫະພາບເອີຣົບ, ລັດຖະບານສະຫະລັດອາເມລິກາ, ອົງການຢູນິເຊັບ, ທະນາຄານໂລກ, ອົງການອາຫານໂລກ (WFP) ແລະ SUN CSA ປະເທດລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments