ວຽກງານນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ ເປັນໜຶ່ງວຽກງານທີ່ລັດຖະບານແຫ່ງ ສປປ ລາວ ຖືສຳຄັນ ໄດ້ມີແນວທາງນະໂຍບາຍຕໍ່ການພັດທະນາ, ການປົກປ້ອງສິດຜົນ ປະໂຫຍດຂອງແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊຶ່ງໄດ້ກຳນົດແຈ້ງຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຕ່າງໆ.
ລັດຖະບານ ສປປ ລາວ ຍັງໄດ້ເປັນລັດພາຄີຂອງສົນທິສັນຍາສາກົນກ່ຽວກັບການປົກປ້ອງສິດທິຂອງແມ່ຍິງໃນດ້ານຕ່າງໆ ຊຶ່ງສະແດງອອກດັ່ງນີ້: ລັດຖະທຳມະນູນສະບັບທຳອິດໄດ້ຮັບຮອງເອົາໃນປີ 1991 ຮອດປີ 2003 ໄດ້ມີການປັບປຸງ, ມາດຕາ 24 ໄດ້ລະບຸວ່າ: ພົນລະເມືອງລາວຍິງ-ຊາຍ ມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ; ລັດຖະທຳມະນູນສະບັບປັບປຸງປີ 2015, ມາດຕາ 37 ໄດ້ລະບຸວ່າ: ພົນລະເມືອງລາວຍິງ-ຊາຍ ມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ; ທ້າຍປີ 2004 ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ຊຶ່ງເນື້ອໃນກົດໝາຍສະບັບນີ້ເລັ່ງໃສ່ຮັບຮອງ ແລະ ຍົກສູງບົດບາດຂອງແມ່ຍິງ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ; ປີ 2005 ໄດ້ອອກດຳລັດເພີ່ມເຕີມໃຫ້ນໍາໃຊ້ສະຖິຕິແຍກເພດຍິງ-ຊາຍ ເຂົ້າໃນການເກັບກຳຂໍ້ມູນເປັນທາງການໃນທົ່ວປະເທດ ແລະ ປີ 2006 ລັດຖະບານໄດ້ອອກແຈ້ງການໃຫ້ນຳເອົາສະຖິຕິແຍກເພດຍິງ-ຊາຍເຂົ້າໃນລະບົບລວມຂອງສະຖິຕິແຫ່ງຊາດ. ປີ 2010 ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍສະຖິຕິ ຊຶ່ງມາດຕາ 10 ໄດ້ກວມລວມເອົາສະຖິຕິແຍກເພດຍິງ-ຊາຍ; ເພື່ອຮັບປະກັນສິດທິໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງສະເໝີພາບເທົ່າທຽມກັນຂອງທຸກກຸ່ມຄົນໃນສັງຄົມ, ຫຼຸດຜ່ອນ ແລະ ລຶບລ້າງຄວາມຫຼຸດໂຕນໃນການເຂົ້າເຖິງ ແລະ ສຳເລັດການສຶກສາຂອງກຸ່ມຄົນທີ່ດ້ອຍໂອກາດ ໂດຍສະເພາະເດັກຍິງ, ແມ່ຍິງຊົນເຜົ່າ, ຄົນພິການ ແລະ ຜູ້ທີ່ມີຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ອອກນະໂຍບາຍແຫ່ງຊາດວ່າດ້ວຍການສຶກສາຮຽນຮ່ວມສະບັບເລກທີ 1170/ສສ, ລົງວັນທີ 29 ພະຈິກ 2010; ໃນກອງປະຊຸມຄະນະລັດຖະບານປະຈຳເດືອນ ກຸມພາ 2012 ໄດ້ພິຈາລະນາເຫັນດີຮັບຮອງເອົານະໂຍບາຍແຫ່ງຊາດວ່າດ້ວຍການເກີດລູກ ແລະ ປິ່ນປົວເດັກລຸ່ມອາຍຸ 5 ປີໂດຍບໍ່ເສຍຄ່າ; ວັນທີ 23 ກໍລະກົດປີ 2013 ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ກົດໝາຍສະບັບດັ່ງກ່າວກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການ ຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານສະຫະພັນແມ່ຍິງເພື່ອຮັບປະ ກັນໃຫ້ມີຄຸນນະພາບ; ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກໄດ້ຖືກຮັບຮອງຈາກສະພາແຫ່ງຊາດປີ 2014; ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍຖືກປະກາດໃຊ້ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 029/ປປທ, ລົງວັນທີ 9 ມັງກອນ 2020; ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ພະຈິກ 2019 ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ (ສ້າງໃໝ່) ຮ່າງກົດໝາຍດັ່ງກ່າວປະກອບມີ 7 ພາກ, 4 ໝວດ ແລະ 47 ມາດຕາ ແລະ ໄດ້ປະກາດໃຊ້ໃນວັນທີ 9 ມັງກອນ 2020 ເຮັດໃຫ້ມີຄວາມຮັບຮູ້, ຄວາມເຂົ້າໃຈ, ມີສະຕິ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍໃນຄອບຄົວ ແລະ ສັງຄົມຫຼາຍຂຶ້ນ.
ສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025): ໄດ້ກຳນົດມີ 6 ເປົ້າໝາຍ ແລະ 25 ແຜນວຽກຈຸດສຸມ. ໃນນັ້ນ, ເປົ້າໝາຍທີ 3 ມີບາງໂຕເລກຄາດໝາຍ ແລະ ຕົວຊີ້ບອກກ່ຽວກັບແມ່ຍິງວ່າ: ຊຸກຍູ້ເງື່ອນໄຂໃຫ້ການນໍາທີ່ເປັນເພດຍິງທຸກຂັ້ນ ໂດຍສະເລ່ຍໃຫ້ກວມ 20% ຂຶ້ນໄປ; ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ບັນຈຸສັບຊ້ອນເຂົ້າສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງເພດຍິງໃຫ້ກວມ 30% ຂຶ້ນໄປ; ດັດສະນີຄວາມບໍ່ສະເໝີພາບຍິງ-ຊາຍໃຫ້ຫຼຸດລົງເປັນ 0,430; ດັດສະນີການພັດທະນາຄວາມສະເໝີພາບຍິງ-ຊາຍໃຫ້ເພີ່ມຂຶ້ນເປັນ 0,984. (ຂໍ້ມູນປີ 2021). ໃນນັ້ນ, ແຜນວຽກຈຸດສຸມການສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ ແລະ ເດັກໄດ້ຮັບການພັດທະນາ, ມີຄວາມສະເໝີພາບຍິງ-ຊາຍເພື່ອປະກອບສ່ວນການພັດທະນາເສດຖະກິດ-ສັງຄົມ, ສະຫະພັນແມ່ຍິງລາວໄດ້ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີຄັ້ງທີ IX ຫັນມາເປັນແຜນພັດທະນາແມ່ຍິງແຫ່ງຊາດໃນໄລຍະ 5 ປີ (2021-2025); ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກໄດ້ຜັນຂະຫຍາຍມາເປັນແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີຄັ້ງທີ IV (2021-2025), ແຜນດຳເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025), ແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ, ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີຄັ້ງທີ II (2021-2025).
(ຂໍ້ມູນຈາກ: ເອກະສານປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 114 ປີ ສູນກາງສະຫະພັນແມ່ຍິງລາວ)
ໂດຍ: ວັນເພັງ