Saturday, July 27, 2024
Homeຂ່າວຕ່າງປະເທດເມັກຊິໂກ ກາຍເປັນຜູ້ນໍາໜ້າຂອງໂລກໃນການຂະຫຍາຍຕົວທາງອີຄອມເມີຊ

ເມັກຊິໂກ ກາຍເປັນຜູ້ນໍາໜ້າຂອງໂລກໃນການຂະຫຍາຍຕົວທາງອີຄອມເມີຊ

ສຳນັກຂ່າວສານຫວຽດນາມ ປະຈໍາ ເມັກຊິໂກ ລາຍງານວ່າ: ໃນວັນທີ 29 ກຸມພາ ຜ່ານມາ, ສະມາຄົມຂາຍສິນຄ້າອອນລາຍຂອງເມັກຊິໂກ (AMVO) ໃຫ້ຮູ້ວ່າ: ຂະແໜງການຄ້າ ອີຄອມເມີຊ (e-commerce) ຂອງເມັກຊິໂກບັນລຸເກືອບ 38,5 ຕື້ໂດລາ ໃນປີ 2023, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2022 ແລະ ເປັນຜູ້ນໍາຂອງໂລກໃນອັດຕາການເຕີບໂຕ.

ບົດລາຍງານຂອງ AMVO ກ່າວວ່າ: ຂະແໜງການຄ້າ e-commerce ຂອງເສດຖະກິດໃຫຍ່ອັນດັບສອງຂອງ ອາເມຣິກາ ລາຕິນ ໄດ້ບັນລຸອັດຕາການເຕີບໂຕເປັນສອງໂຕເລກຕິດຕໍ່ກັນໃນຮອບ 5 ປີຜ່ານມາ, ຊ່ວຍໃຫ້ ເມັກຊິໂກ ນຳໜ້າບັນດາປະເທດ, ບັນລຸໄດ້ອັດຕາການເຕີບໂຕ ພ້ອມທັງມີການເຕີບໂຕສູງສຸດໃນຂະແໜງການຄ້າອີຄອມເມີຊ. ນອກຈາກນັ້ນຍັງມີການຕະຫຼາດອອນລາຍແບບໄດນາມິກ (Dynamic Marketing) ເຊັ່ນດຽວກັນກັບ ຟີລິບປິນ, ມາເລເຊຍ, ອິນເດຍ, ໂຄລໍາເບຍ ແລະ ອິນໂດເນເຊຍ.

ການຄົ້ນຄວ້າຂອງ AMVO ໃຫ້ຮູ້ວ່າ: ໃນປີ 2023, ມີຜູ້ບໍລິໂພກ ເມັກຊິໂກ ເກືອບ 66 ລ້ານຄົນ ຊື້ ແລະ ໃຊ້ບໍລິການທາງອອນລາຍ. ອັດຕາສ່ວນທີ່ໃຫຍ່ທີ່ສຸດຂອງການຊື້ຜ່ານຊ່ອງທາງເຫຼົ່ານີ້ແມ່ນ: ຜູ້ຍິງ, ກວມເອົາ 51% ແລະ ມີອາຍຸສະເລ່ຍ 38 ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments