Friday, October 18, 2024
Homeຂ່າວໜ້າໜຶ່ງທ່ານ ຮອງປະທານປະເທດ ແຫ່ງ ສປປລາວ ຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ ທີ່ແຂວງອຸດົມໄຊ

ທ່ານ ຮອງປະທານປະເທດ ແຫ່ງ ສປປລາວ ຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ ທີ່ແຂວງອຸດົມໄຊ

ໃນວັນທີ່ 2 ກຸມພາ 2024 ນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ, ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະພະແນກການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ ໂຮງງານຜະລິດແປງມັນຕົ້ນ ບ້ານປຸ່ງຫວີງ ເມືອງໄຊ ແຂວງອຸດົມໄຊ,

ໃນໂອກາດທີ່ຢ້ຽມຊົມໂຮງານ ປະທານບໍລິສັດ ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໂດຍຫຍໍ້ໃຫ້ກັບຄະນະທີມງານໄດ້ຮັບຊາບ ເປັນຕົ້ນແມ່ນການລົງທຶນທາງດ້ານການປູກ ແລະ ການລ້ງຽ ໃນນັ້ນຢູ່ໃນເມືອງໄຊມີຈຳນວນຄອບຄົວທີ່ປູກ ມັນຕົ້ນທັງໝົດ 540 ຄອບຄົວ, ມີ 37 ບ້ານ, ມີເນື້ອທີ່ທັງໝົດ 240 ເຮັກຕ່າ ການຈັດຕັ້ງປະຕິບັດ ການຈັດຕັ້ງປະຕິບັດຕໍ່ກັບການປູກມັນຕົ້ນຂອງບໍ່ລິສັດ ແລະ ພໍ່ແມ່ປະຊາຊົນໃນປີ 2023 ເຫັນວ່າສະພາບການ ເລີມແຕ່ການເກັບກໍາຂໍ້ມູນເບື້ອງຕົ້ນເຫັນວ່າຄອບຄົວທີ່ຈະປູກມັນຕົ້ນທັງໝົດ ມີ 52 ບ້ານ, 640 ຄອບຄົວ, ມີເນື້ອທີ ທັງໝົດ 412 ເຮັກຕ້າ. ແຕ່ມາຮອດໄລຍະການສະໜອງແນວພັນທາງບໍລິສັດແມ່ນຊອກຫາແນວພັນມາສະໜອງໃຫ້ພໍ່ ແມ່ປະຊາຊົນ ແມ່ນບໍ່ໄດ້ຕາມແຜນການປູກຍ້ອນແນວພັນບໍ່ພງຽພໍ່ ເຮັດໃຫ້ຄອບຄົວທີ່ໄດ້ປູກຕົວຈິງໃນປະຈຸບັນມີທັງ ໝົດ 540 ຄອບຄົວ, ມີ 37 ບ້ານ, ມີເນື້ອທີ່ທັງໝົດ 240 ເຮັກຕ້າ, ສະພາບການປູກມັນຕົ້ນຂອງພໍ່ແມ່ປະຊາຊົນເຫັນວ່າມີຄວາມງອກງາມດີ ແຕ່ຍັງມີບາງແນວພັນທີ່ບໍ່ເພາະສົມກັບ ສະພາບພື້ນທີ່ເຮັດໃຫ້ມີຫົວນ້ອຍບໍ່ງາມ, ປະຈຸບັນພໍ່ແມ່ປະຊາຊົນແມ່ນຍັງຢູ່ໃນໄລຍະການເກັບກູ້ຜົນຜະລິດແລ້ວປະມານ 70% ຍັງ30% ແມ່ນຍັງບໍ່ທັນເກັບກູ້ ສວ່ນການເກັບຊື້ມັນຕົ້ນຂອງບໍລິສັດແມ່ນທາງບໍລິສັດໄດ້ສັນຍາເກັບຊື້ໃນປີ 2023 ລາຄ່າ 1500 ກີບຕໍ່ 1 ໂຕນ ແມ່ນສົ່ງມາຮອດໂຮງງານ ເພາະວ່າທາງບໍລິສັດຈະບໍ່ມີລົດໄປເກັບຊື້ແຕ່ລະຈຸດແຕ່ລະບອນ ຖ້າວ່າປະຊາຊົນບຸກຄົນໃດຂຸດ ແລ້ວແມ່ນໃຫ້ຊອກລົດມາສົ່ງຮອດໂຮງງານ, ສຳລັບແຜນປູກມັນຕົ້ນຂອງບໍລິສັດ ໃນປີ2024 ທາງບໍລິສັດຈະມີແຜນເກັບຊື້ແນວພັນຈາກປະຊາຊົນມາສະຕ້ອກໄວ້ປະມານ150 ໂຕນ ເພື່ອ ສາມາດສະໜອງປະຊາຊົນທີ່ຕ້ອງການປູກ ໃນເນື້ອທີ່ຕາມແຜນການຂອງເມືອງໄຊໃຫ້ໄດ້ 400-500 ເຮັກຕ້າ. ຕະຫຼາດຈໍາໜ່າຍແປ້ງມັນຕົ້ນແມ່ນທາງໂຮງງານໄດ້ສົ່ງອອກໄປຂາຍຢູ່ ສປຈີນ ເຫັນວ່າຜົນຕອບຮັບດີ ແລະ ມີຄວາມຕ້ອງການເປັນຈຳນວນຫຼາຍ.

ໂອກາດນີ້ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບການນຳແຂວງ ທີ່ສາມາດດຶງດູດເອົານັກລົງທຶນຕ່າງປະເທດ ໂດຍສະເພາະແມ່ນໂຮງງານຜະລິດແປ້ງມັນຕົ້ນແຫ່ງນີ້ ເຊີ່ງມັນໄດ້ສ້າງວຽກເຮັດງານທຳ ສ້າງລາຍໄດ້ ເຮັດໃຫ້ປະຊາຊົນຈຳນວນຫຼາຍມີອາຊີບທີຖາວອນ, ພ້ອມທັງເນັ້ນໃຫ້ບໍລິສັດຈົ່ງຂະຫຼາຍການປູກອອກໃຫ້ຫຼາຍ ແລະ ມີການພັດທະນາຂື້ນໄປເລື້ອຍໆ ຊອກຫາແນວພັນທີດີມີຄຸນນະພາບມາສົ່ງເສີມໃຫ້ປະຊາຊົນປູກໃຫ້ຫຼາຍຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments