Friday, October 18, 2024
Homeຂ່າວໜ້າໜຶ່ງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມ ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຂຶ້ນໃນວັນທີ 31 ມັງກອນ ນີ້ ທີ່ ສປສສ, ໃຫ້ກຽດປາຖະກະຖາ ໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ໂດຍມີ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍ ຮອງປະທານ ແລະ ພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັບຟັງ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດການກໍາເນີດຂອງກອງທັບປະ ຊາຊົນລາວ, ຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ. ກອງທັບປະຊາຊົນລາວ ຈະສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ຂອງກອງທັບປະຊາຊົນໃຫ້ເລິກເຊິ່ງ ແລະ ໜັກແໜ້ນ; ເພີ່ມທະວີຄວາມບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ປະກົດຜົນເປັນຈິງ.

ໂດຍສະເພາະມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ, ເພີ່ມທະວີການນຳພາຂອງພັກຕໍ່ກຳລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນທາດປະຕິວັດ, ມີແບບແຜນ, ມີລະບຽບວິໄນ, ມີຄວາມທັນສະໄໝ ແລະ ເອົາໃຈໃສ່ກໍ່ສ້າງຖັນແຖວນັກຮົບດ້ວຍການຍົກລະດັບສີລະປະຍຸດ, ຍຸດທະວິທີໃຫ້ມີຄວາມຄ່ອງແຄ້ວ ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສ້າງກອງປອດໃສ, ປອດໄພ ແລະ ປອດຄະດີ; ກໍ່ສ້າງພະນັກງານສືບທອດທີ່ມີຄຸນນະພາບ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ໃນກອງທັບ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນ້ຳໃຈປະຢັດມັດທະຍັດ, ສຸມໃສ່ສ້າງພະລາທິການກັບທີ່, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມກອງທ້ອງຖິ່ນເຂົ້າໃນການປັບປຸງກໍ່ສ້າງຄ້າຍຄູ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດການຜະລິດກະສິກຳໃນທົ່ວກອງທັບ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທະຫານໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ກົມກອງ ແລະ ກອງທັບ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບບັນດາປະເທດສັງຄົມນິຍົມອ້າຍນ້ອງ, ສສ ຫວຽດນາມ, ສປ ຈີນ ແລະ ປະເທດເພື່ອນມິດ, ເພີ່ມທະວີຮ່ວມມືໃນຂອບອາຊຽນເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງປາຖະກະຖາ ປະຫວັດການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຊຶ່ງເປັນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳອື່ນໆ ນຳພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າ ຄຽງໄຫຼ່ກັບ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ, ປະທານ ຄຳໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄືພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ໂດຍໄດ້ຮັບການມອບໝາຍຫຼາຍໜ້າທີ່ສຳຄັນ, ຈາກຜູ້ແທນລັດຖະບານລາວອິດສະຫຼະປະຈຳເຂດໃຕ້ລາວ, ເປັນປະທານຄະນະກຳມະການຕໍ່ຕ້ານເຂດກາງ, ເປັນກຳມະການສູນກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ, ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາຕໍ່ມາ; ເປັນກໍາມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດ.

ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ – ສະມາຊິກພັກ ທົ່ວກົມໃຫຍ່ການເມືອງກອງທັບ ກໍາແໜ້ນ ຮັບຮູ້ຄວາມພິລະອາດຫານ ແລະ ຜົນງານອັນຍິ່ງໃຫຍ່ຂອງກອງທັບປະຊາຊົນລາວ ໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ຮໍ່າຮຽນເອົາແບບຢ່າງ ອັນລ້ຳເລີດຂອງປະທານ ຄຳໄຕ ສີພັນດອນ ເພື່ອນໍາໄປພັດທະນາຕົນເອງ ກໍຄືການໝູນໃຊ້ເຂົ້າໃນແບບແຜນການດໍາລົງຊີວິດ ແລະ ການປະຕິບັດໜ້າ ທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນດີຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ອານຸພົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments