Friday, October 18, 2024
Homeຂ່າວພາຍໃນກົມອົບຮົມ ກົມໃຫຍ່ເສນາທິການກອງທັບເປັນເຈົ້າການສ້າງແຜນຮ່າງຍິງລູກປືນແທ້

ກົມອົບຮົມ ກົມໃຫຍ່ເສນາທິການກອງທັບເປັນເຈົ້າການສ້າງແຜນຮ່າງຍິງລູກປືນແທ້

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບຄົບຮອບ 75 ປີໃຫ້ມີຂະບວນການຟົດຟື້ນແຂງແຮງ ກົມຮົບອົບ ກົມໃຫຍ່ເສນາ ທິການກອງທັບໄດ້ເອົາໃຈໃສ່ເຮັດໜ້າທີ່ໃນການສ້າງແຜນອົບຮົບຫັດແອບສະແດງຍິງລູກປືນແທ້ເພື່ອຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວໃຫ້ມີຄວາມຮັບປະກັນ 100%.

ສະຫາຍ ພັນໂທ ພົງສະຫວັດ ຄໍາຜຸຍ ຫົວໜ້າພະແນກຍຸດທະວິທີ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໃນນາມ ຄະນະອະນຸກໍາມະການຊີ້ນໍາເນື້ອໃນພາກສະໜາມ ໄດ້ໃຫ້ສຳພາດວ່າ: ພາຍຫຼັງໄດ້ຮັບໜ້າທີ່ໃຫ້ສ້າງສະໜາມຍິງສະແດງ,​ ກຳນົດຈຸດພື້ນທີ່ຂອງແຕ່ລະເຫຼົ່າຮົບທີ່ເຂົ້າຮ່ວມຍິງສະແດງລຸກປືນແທ້ ມາຮອດປັດຈຸບັນການສ້າງສະໜາມແມ່ນບັນລຸໄດ້ 90 %. ນອກນັ້ນ ຍັງໄດ້ກະກຽມເນື້ອໃນຄື: ຄໍາສັງຫັນພາວະກຽມພ້ອມສູ້ຮົບສົ່ງໃຫ້ບັນດາກົມກອງ, ຄໍາສັງເລກທີ 01, 02,03,04 ແລະ ຄໍາສັງເຄື່ອນທັບຢຶດ ແລະ ກໍ່ສ້າງສະໜາມເປັນແຕ່ລະໄລຍະນັບແຕ່ວັນທີ 13-28 ທັນວາ 2023 ແລະ ວັນທີ 2 ມັງກອນ 2024 ນອກຈາກນັ້ນຍັງໄດ້ກະກຽມເນື້ອໃນພາກສະໜາມໃຫ້ແກ່ການຫັດແອບການຍິງສະແດງພ້ອມນັ້ນໄດ້ສ້າງຄວາມມຸ່ງປະສົງຍິງສະແດງ, ຄວາມຕັດສິນໃຈຍິງສະແດງ, ແຜນຮ່າງກໍລະນີຍິງສະແດງ,​ ແຜນຮ່າງຈັດວາງຂອບເຂດໃນການຍິງສະແດງຂອງແຕ່ລະເຫຼົ່າຮົບ, ແຜນຮ່າງຮັບປະກັນຄວາມປອດໄພຢູ່ໃນການເຝິກອົບຮົມຫັດແອບໃນສະໜາມ, ແຜນປະສານ ແລະ ແຜນຄວບຄຸມໃນການຍິງສະແດງ ເພື່ອໃຫ້ມີຄວາມຮັບປະກັນ 100 %.

ສະຫາຍ ພັນໂທ ພົງສະຫວັດ ຄໍາຜຸຍ ຍັງໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ໃນນາມຕ່າງໜ້າພະນັກງານ-ນັກຮົບ ຂອງກອງທັບປະຊາຊົນລາວ ມີຄວາມຮຸ້ສຶກພາກພູມໃຈຢ່າງຍິ່ງ ທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຊິ່ງສະແດງໃຫ້ເຫັນວ່າ ຕະຫຼອດໄລຍະ 75 ປີ ກອງທັບປະຊາຊົນລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງທາງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງໄດ້ສະແດງອອກ ໃນການຈັດຕັ້ງ, ການປະກອບພະຫະນະອາວຸດຍຸດໂທປະກອນທີ່ທັນສະໄໝ. ທ້າຍນີ້ ຂໍອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ ໂດຍສະເພາະການນໍາກະຊວງປ້ອງກັນປະເທດຈົ່ງມີສຸຂະພາບແຂງແຮງ ສືບຕໍ່ຊີ້ນຳ-ນໍາພາກອງທັບປະຊາຊົນລາວໃຫ້ເຕີບໃຫຍ່, ເຂັ້ມແຂງຂຶ້ນເທື່ອລະກ້າວ.

ຂ່າວ;ພາບ: ເພສ ຫນັງສືພິມກອງທັບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments