Friday, October 18, 2024
Homeຂ່າວໜ້າໜຶ່ງລົດໄຟລາວ-ຈີນ ຈັດງານແຂ່ງຂັນແລ່ນ​ມາ​ລາ​ທອນ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ການ​ເປີດທາງລົດໄຟລາວ-ຈີນ ຄົບຮອບ 2 ປີ

ລົດໄຟລາວ-ຈີນ ຈັດງານແຂ່ງຂັນແລ່ນ​ມາ​ລາ​ທອນ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ການ​ເປີດທາງລົດໄຟລາວ-ຈີນ ຄົບຮອບ 2 ປີ

ເວລາ 6:00 ໂມງເຊົ້າ ຂອງວັນ​ທີ 1 ທັນວາ​ ທີ່ບຶງທາດຫຼວງ ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຈັດງານ​​ແລ່ນ​ມາລາທອນ​ຄັ້ງ​ທຳ​ອິດ​ຂຶ້ນ.​ ໃຫ້ກຽດເຂົ້າຮ່ວມພັກລັດຫຼາຍກວ່າ 20 ພາກສ່ວນເຊັ່ນ: ​ກະຊວງ​ໂຍທາ​ທິການ​ ແລະ​ ຂົນ​ສົ່ງ​, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຖານທູດ​ຈີນ​ປະຈຳ ສປປ ​ລາວ, ອົງການ​ຕ່າງໆ ແລະ ບັນດາກະຊວງທີ່ກ່ຽວຂ້ອງອື່ນໆ ລວມໄປເຖິງນັກກິລາ ແລະ ປະຊາຊົນຈາກທຸກແຫ່ງໃນນະຄອນຫຼວງວຽງຈັນຈຳນວນ 1,500 ກວ່າຄົນໄດ້ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ ເພື່ອ​ສະ​ເຫຼີມສະຫຼອງ​ວັນ​ຊາດ​ລາວ ຄົບຮອບ 48 ປີ ​ແລະ ວັນຄົບຮອບເປີດດຳເນີນງານທາງ​ລົດ​ໄຟ​ລາວ-ຈີນ​ຄົບຮອບ 2 ປີ.

ການແຂ່ງຂັນແລ່ນມິນິມາລາທອນມີຄວາມຍາວ 10 ກິໂລແມັດ, ປະກອບມີຫຼາກຫຼາຍລາງວັນໄດ້ແກ່ ເງິນລາງວັນລາງວັນຜູ້ຊະນະເລີດ 10 ລາງວັນ, ໂມເດວລົດໄຟ EMU, ຫຼຽນໄຊ, ຂັນລາງວັນ ແລະ ລາງວັນອື່ນໆ.ໃນນັ້ນເງິນລາງວັນແບ່ງເປັນດັ່ງນີ້: ອັນດັບທີ 1 (8,880,000ກີບ), ອັນດັບທີ 2 (6,880,000 ກີບ), ອັນດັບທີ 3 (3,880,000 ກີບ), ອັນດັບທີ 4-10 (2,880,000 ກີບ), ນອກນັ້ນ ຍັງມີລາງວັນຂວັນໃຈ ແລະ ລາງວັນທູດມິດຕະພາບທາງລົດໄຟລາວ-ຈີນ, ສຳລັບນັກກິລາທີ່ແລ່ນຄົບຕາມໄລຍະທາງຈະໄດ້ຮັບລາງວັນຊົມເຊີຍເປັນຫຼຽນທີ່ລະນຶກ.

ໄດ້ມີການກ່າວເປີດງານໂດຍ ທ່ານ​ງາມປະສົງ ​ເມືອງ​ມະນີ ລັດຖະມົນຕີ​​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​: ງານ​ແລ່ນ​ມາລາ​ທອນ​ທີ່​ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈັດ​ຂຶ້ນ​ເປັນ​ງານທີ່​ອົບ​ອຸ່ນ​ເພື່ອກຽມຕ້ອນຮັບປີ​ທ່ອງ​ທ່ຽວ​ຂອງລາວ ປີ2024, ຫວັງວ່າ​ທາງ​ລົດ​ໄຟ​ລາວ​-ຈີນຈະໃຫ້ການ​ສະໜອງ​ການ​ບໍລິການຕໍ່​ຂົນ​ສົ່ງ​ຜູ້​ໂດຍສານ​ທີ່​ດີ ​ແລະ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາທ່ອງ​ທ່ຽວ​ລາວ​ເພີ່ມຂຶ້ນ​ອີກ. ເພິ່ນ​ຍັງ​ໄດ້​ຢັ້ງຢືນ​ຕໍ່​ຜົນງານ​ທີ່​ດີ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ດ້ານ​​ຄວາມ​ປອດ​ໄພ​, ການເຝົ້າລະວັງຕິດຕາມ​ໄພ​ທາງທຳມະຊາດ, ການ​ຂົນ​ສົ່ງ​ຜູ້​ໂດຍສານ​ ແລະ​ ສິນຄ້າ, ການ​ຝຶກ​ອົບຮົມ​ພະນັກງານ​ລາວ, ການ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຕໍ່​ສັງຄົມ​ໃນ​ສອງ​ປີ​ທີ່​ຜ່ານ​ມາ ແລະ ​ຍັງກ່າວຕື່ມ​ວ່າ: “ລົດໄຟ EMU ຂະບວນລ້ານ​ຊ້າງ ​ເປັນ​ນາມ​ບັດ​ອັນ​ສວຍ​ງາມ​ຂອງ​ປະເທດລາວ, ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ກາຍ​ເປັນ​ເສັ້ນທາງ​ອັນ​ສຳຄັນ​ທີ່​ເຊື່ອມ​ຕໍ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກັບ​ຈີນ, ອາຊີ​ແລະ​ເອີຣົບ ແລະ ​ເປັນ​ເສັ້ນທາງ​ແຫ່ງ​ຄວາມຜາສຸກ,ເສັ້ນທາງແຫ່ງການ​ພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບ​ທີ່​ມສ້າງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ລາວ-ຈີນບັນດາເຜົ່າ.”

ທ່ານ​ ຫຼິວ ຫົງ ຜູ້ອຳນວຍການໃຫຍ່​ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນໄດ້​ກ່າວ​ວ່າ: ​​ຮັບ​ໃຊ້ວຽກງານ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ ​ແລະ ​ປະຊາຊົນ​ລາວບັນດາເຜົ່າ, ຊຸກຍູ້ວຽກງານດ້ານ​ການ​ກິລາ, ​ສົ່ງເສີມໂຄສະນາ​ການທ່ອງທ່ຽວ ​ແລະ ວັດທະນະທຳ, ​ເສີມ​ສ້າງ​ສຸຂະພາບ​ຂອງ​ປະຊາຊົນໃຫ້ແຂງແຮງ ​ແລະ ​ສ້າງ​ກຳລັງ​ໃຈ​ຄວາມເບີກບານໃຫ້​ແກ່​ປະຊາຊົນ ​ແມ່ນ​ຄວາມມຸ່ງຫວັງໃນການການ​ຮັບໃຊ້ສັງຄົມຂອງ​ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ.

ມາ​ຮອດ​ວັນ​ທີ 30 ພະຈິກ​ນີ້, ​ການແລ່ນລົດໄຟຂົນສົ່ງຜູ້ໂດຍສານບັນລຸ 5.412 ຖ້ຽວ, ​ບັນທຸກ​ຜູ້​ໂດຍສານ​ໄດ້ 3.728.000 ເທື່ອຄົນ, ສະ​ເລ່ຍ​ແລ້ວ 5.116 ເທື່ອຄົນ​ຕໍ່​ມື້. ນັບຕັ້ງແຕ່ເປີດນຳໃຊ້ລົດໄຟຂ້າມແດນເປັນຕົ້ນມາ, ໄດ້ມີການຂົນສົ່ງຜູ້ໂດຍສານຂ້າມແດນທັງໝົດ 78.581 ເທື່ອຄົນ, ໃນນັ້ນມີຜູ້ໂດຍສານຂາອອກ 46.794 ເທື່ອຄົນ ແລະ ຂາເຂົ້າ 46.480 ເທື່ອຄົນ, ໃຊ້ເວລາຜ່ານດ່ານພາສີສາກົນບໍ່ເຕ່ນພຽງແຕ່ 40 ນາທີ ສັ້ນກວ່າເວລາເບື້ອງຕົ້ນເກືອບ 1 ຊົ່ວໂມງ.

ລົດໄຟຂົນສົ່ງສິນຄ້າໄດ້ມີການຂົນສົ່ງ 7.744 ​ຖ້ຽວ, ​ໃນ​ນັ້ນ​ມີ​ລົດ​ໄຟຂົນສົ່ງສິນຄ້າ​ຂ້າມ​ແດນ 7.372 ຖ້ຽວ, ຂົນສົ່ງ​ສິນຄ້າ 5.990.000 ໂຕນ, ປະລິມານການຂົນສົ່ງສິນຄ້າແມ່ນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments