Saturday, July 27, 2024
Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ສຳຫລວດກວດກາວຽກງານຢູ່ນະຄອນຊຽງໄຮ້ ໄດ້ສົ່ງສັນຍານທີ່ສຳຄັນ 3 ດ້ານ

ທ່ານ ສີຈິ້ນຜິງ ສຳຫລວດກວດກາວຽກງານຢູ່ນະຄອນຊຽງໄຮ້ ໄດ້ສົ່ງສັນຍານທີ່ສຳຄັນ 3 ດ້ານ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ລະຫວ່າງ ວັນທີ 28–29 ພະຈິກນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ເດີນທາງໄປສຳຫລວດ ກວດກາວຽກງານຢູ່ນະຄອນຊຽງໄຮ້, ໂດຍໄດ້ໄປສຳຫລວດກວດກາຕະຫລາດ ສິນຄ້າຊື້ຂາຍລ່ວງໜ້າຂອງຊຽງໄຮ້, ງານວາງສະແດງຜົນງານການປະດິດ ສ້າງໃໝ່ດ້ານວິທະຍາສາດເຕັກນິກຊຽງໄຮ້, ເຂດຊຸມຊົນບ້ານຜູ້ກໍ່ສ້າງ ແລະ ຜູ້ຄຸ້ມຄອງຕົວເມືອງຍຸກໃໝ່ ເມືອງມິນຊິງ ນະຄອນຊຽງໄຮ້, ເພື່ອຮັບຮູ້ສະ ພາບການທີ່ຊຽງໄຮ້ ເສີມສ້າງກຳລັງແຂ່ງຂັນໃນຖານະເປັນສູນກາງ ການເງິນສາກົນ, ຊຸກຍູ້ການສ້າງສູນປະດິດສ້າງໃໝ່ດ້ານວິທະຍາສາດ ເຕັກນິກສາກົນ ແລະການສ້າງສາເຮືອນໃຫ້ເຊົ່າແບບຄ້ຳປະກັນດ້ານນະໂຍ ບາຍ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມ ມູນິດຈີນເປັນຕົ້ນມາ, ທ່ານ ສີຈິ້ນຜິງ ໄດ້ໄປສຳຫລວດກວດກາວຽກງານຢູ່ ນະຄອນຊຽງໄຮ້ ເຖິງ 6 ເທື່ອ. ເທື່ອນີ້ທ່ານ ສີຈິ້ນຜິງ ໄປສຳຫລວດກວດກາ ວຽກງານດ້ານການເງິນວິທະຍາສາດເຕັກນິກ ແລະຊີວິດການເປັນຢູ່ຂອງ ປະຊາຊົນ, ໄດ້ສົ່ງສັນຍານທີ່ພົ້ນເດັ່ນໃນ 3 ດ້ານຄື:

ໜຶ່ງ. ການເງິນຕ້ອງຮັບໃຊ້ເສດຖະກິດຮູບປະທຳໃຫ້ດີກວ່າເກົ່າ ການຮັບ ໃຊ້ເສດຖະກິດໃຫ້ດີກວ່າເກົ່າ, ສິ່ງນີ້ເປັນຄວາມຮຽກຮ້ອງຂອງທ່ານ ສີຈິ້ນຜິງ ຕໍ່ການພັດທະນາການເງິນດ້ວຍຄຸນນະພາບສູງ. ກ່ອນໜ້ານີ້ ໃນກອງປະຊຸມ ວຽກງານການເງິນຂັ້ນສູນກາງ, ໄດ້ສະເໜີອອກຢ່າງຈະແຈ້ງວ່າ: “ຍຶດໝັ້ນ ໃຫ້ການເງິນຮັບໃຊ້ເສດຖະກິດຮູບປະທຳເປັນຈຸດປະສົງພື້ນຖານ” “ການເງິນຕ້ອງສະໜອງການບໍລິການທີ່ມີຄຸນນະພາບສູງຕໍ່ການພັດທະນາເສດຖະກິດສັງຄົມ”. ທ່ານ ສີຈິ້ນຜິງ ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການ ສ້າງຕະຫລາດການເງິນຂອງຊຽງໄຮ້ ມາໂດຍຕະຫລອດ, ເມື່ອປີ 2007 ທ່ານ ສີຈິ້ນຜິງ ເປັນເລຂາຄະນະພັກ ນະຄອນຊຽງໄຮ້, ເພິ່ນເຄີຍໄປສຳຫລວດ ກວດກາຕະຫລາດສິນຄ້າຊື້ຂາຍລ່ວງໜ້າຂອງຊຽງໄຮ້. ໃນເວລານັ້ນຕະ ຫລາດສິນຄ້າຊື້ຂາຍລ່ວງໜ້າຍັງເປັນສິ່ງທີ່ເກີດຂຶ້ນໃໝ່ຢູ່ຈີນ, ມາຮອດ ປັດຈຸບັນໄດ້ຄອງຖານະທີ່ສຳຄັນຢູ່ອາຊີ ກໍຄືຂອງໂລກ. ທ່ານ ສີຈິ້ນຜິງ ໄປສຳຫລວດກວດກາຕະຫລາດສິນຄ້າຊື້ຂາຍລ່ວງໜ້າຊຽງໄຮ້ຄັ້ງນີ້, ເມື່ອເບິ່ງຈາກວັນເວລາແລ້ວ, ແມ່ນຫລັງຈາກກອງປະຊຸມວຽກງານ ການເງິນຂັ້ນສູນກາງຈັດຂຶ້ນບໍ່ຮອດ 1 ເດືອນ, ເຊິ່ງສະແດງໃຫ້ເຫັນເຖິງ ທ່ານ ສີຈິ້ນຜິງ ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງ ແລະ ມີຄວາມປາດຖະໜາ ເປັນຢ່າງຍິ່ງຕໍ່ການຊຸກຍູ້ການພັດທະນາວຽກງານການເງິນດ້ວຍຄຸນນະ ພາບສູງ ກໍຄື ການສ້າງປະເທດເຂັ້ມແຂງດ້ານການເງິນ.

ສອງ. ຂໍກະແຈສຳຄັນຂອງຄວາມທັນສະໄໝແບບຈີນແມ່ນຄວາມທັນສະ ໄໝດ້ານວິທະຍາສາດເຕັກນິກຊຽງໄຮ້ ຕັ້ງຢູ່ເຂດສາມລ່ຽມແມ່ນ້ຳຢາງ ຊີກຽງ, ແມ່ນໜຶ່ງໃນເຂດແຄວ້ນຂອງຈີນ ທີ່ເສດຖະກິດພັດທະນາໄປຢ່າງມີ ຊີວິດຊີວາຫລາຍທີ່ສຸດ, ມີລະດັບການເປີດກວ້າງສູງສຸດ ແລະມີຄວາມ ສາມາດດ້ານການປະດິດສ້າງເຂັ້ມແຂງທີ່ສຸດ, ຊຽງໄຮ້ ຍັງເປັນຕົວເມືອງນຳ ໜ້າທີ່ສຳຄັນໃນການປະດິດສ້າງວິທະຍາສາດເຕັກນິກຢູ່ເຂດສາມລ່ຽມແມ່ນ້ຳຢາງຊີກຽງ. ການເລັ່ງບັນລຸຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາ ສາດເຕັກນິກທີ່ມີຄຸນນະພາບສູງ ແມ່ນເສັ້ນທາງທີ່ຕ້ອງຂ້າມຜ່ານຂອງ ການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ທ່ານ ສີຈິ້ນຜິງ ໄດ້ໄປຊົມ ງານວາງສະແດງຜົນງານການປະດິດສ້າງດ້ານວິທະຍາສາດເຕັກນິກຊຽງໄຮ້ ທີ່ຈັດຂຶ້ນຢູ່ເມືອງວິທະຍາສາດຈ່າງຈ່ຽງ ເຊິ່ງໄດ້ສະແດງໃຫ້ເຫັນອີກຄັ້ງໜຶ່ງ ວ່າ: ວິທະຍາສາດເຕັກນິກເປັນການຄ້ຳປະກັນ ແລະການນຳພາຕໍ່ການ ພັດທະນາດ້ວຍຄຸນນະພາບສູງ ແລະມີຖານະເປັນແກນກາງໃນສະພາບ ລວມແຫ່ງການພັດທະນາຂອງປະເທດຊາດ.

ສາມ. ການສ້າງຕົວເມືອງຕ້ອງຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງການສຳຫລວດກວດກາຄັ້ງນີ້, ທ່ານ ສີຈິ້ນຜິງ ຍັງໄດ້ໄປສຳຫລວດກວດກາ ເຂດຊຸມຊົນເຮືອນໃຫ້ເຊົ່າແບບຄ້ຳປະກັນດ້ານນະໂຍບາຍຢູ່ເຂດໝິ້ນສິງ ນະຄອນຊຽງໄຮ້. ເພື່ອຕອບສະໜອງຄວາມຕ້ອງການດ້ານເຮືອນຢູ່ຂອງ ຊາວເມືອງທີ່ຍ້າຍເຂົ້າມາໃໝ່ ແລະຊາວໜຸ່ມ, ເຮືອນໃຫ້ເຊົ່າແບບຄ້ຳປະກັນ ດ້ານນະໂຍບາຍຊຽງໄຮ້ ໄດ້ສ້າງລະບົບການສະໜອງເຮືອນຢູ່ທີ່ມີຫລາຍ ລະດັບ ເຊິ່ງໄດ້ສົ່ງສັນຍານການສ້າງຕົວເມືອງເພື່ອປະຊາຊົນຢ່າງຈະແຈ້ງ. ຢູ່ໃນໃຈຂອງທ່ານ ສີຈິ້ນຜິງ, ການບັນລຸການພັດທະນາດ້ວຍຄຸນນະພາບສູງ ຕ້ອງມີການບຸກທະລຸຫລາຍກວ່າເກົ່າໃນການສ້າງຊີວິດການເປັນຢູ່ທີ່ມີຄຸນນະພາບສູງໃຫ້ແກ່ປະຊາຊົນ. ຄືດັ່ງເພິ່ນໄດ້ເນັ້ນໜັກວ່າ: “ຕ້ອງຖືເອົາການ ຕອບສະໜອງຄວາມຕ້ອງການຂອງປະຊາຊົນຕໍ່ຊີວິດອັນດີງາມທີ່ນັບມື້ນັບເພີ່ມຫລາຍຂຶ້ນເປັນຈຸດເລີ່ມຕົ້ນ ແລະເປັນເປົ້າໝາຍ, ຫັນຜົນງານການ ພັດທະນາເປັນຊີວິດການເປັນຢູ່ທີ່ມີຄຸນນະພາບດີຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ ປະຊາຊົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະຮູ້ສຶກປອດ ໄພຢ່າງບໍ່ຢຸດຢັ້ງ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments