Friday, October 18, 2024
Homeຂ່າວການເມືອງສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ວ່າດ້ວຍຜູ້ພິພາກສາ

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ວ່າດ້ວຍຜູ້ພິພາກສາ

ການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກ 2023 ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຮ່າງກົດໝາຍຜູ້ພິພາກສາ (ສະບັບປັງປຸງ)ຕໍ່ທີ່ປະຊຸມ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ນຳໄປຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ.

ທ່ານນາງ ວຽງທອງ ສີພັນດອນ ກ່າວວ່າ: ກົດໝາຍ ວ່າດ້ວຍຜູ້ພິພາກສາ ທີ່ນຳໃຊ້ໃນປັດຈຸບັນ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2017, ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 6 ປີຜ່ານມາ ເຫັນວ່າຍັງມີຄວາມຫຍຸ້ງຍາກຍ້ອນມີບາງເນື້ອໃນ ຍັງບໍ່ຄົບຖ້ວນ ຈະແຈ້ງ ຮັດກຸມ ແລະ ບໍ່ທັນສອດຄ່ອງກັບກົດໝາຍ ແລະ ສະພາບຄວາມເປັນຈິງ ເປັນຕົ້ນ ມາດຕະຖານ ແລະ ເງື່ອນໄຂໃນການແຕ່ງຕັ້ງເປັນ ຜູ້ພິພາກສາແມ່ນສູງເກີນໄປ ແຕ່ສະພາບຄວາມເປັນຈິງຂອງ ຜູ້ພິພາກສາ ສ່ວນຫລາຍແມ່ນ ຍັງບໍ່ໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກໍານົດໄວ້ ຈຶ່ງເຮັດໃຫ້ການສ້າງຜູ້ພິພາກສາ ມີຄວາມຊັກຊ້າ ແກ່ຍາວ ແລະ ບໍ່ທ່ວງທັນຕາມຄວາມ ຮຽກຮ້ອງຕ້ອງການຂອງ ວຽກງານສ້າງຜູ້ພິພາກສາ ໃນໄລຍະໃໝ່. ພ້ອມນັ້ນ, ການປະຕິບັດໜ້າທີ່ຂອງຜູ້ພິພາກສາຈໍານວນໜຶ່ງ ຍັງບໍ່ທັນມີຄຸນນະພາບ, ການເລື່ອນຊັ້ນຜູ້ພິພາກສາ ກໍຍັງມີອຸປະສັກ ເປັນສິ່ງທີ່ກົດໜ່ວງຄວາມກ້າວໜ້າຂອງຜູ້ພິພາກສາ, ການສືບຕໍ່ປະຕິບັດໜ້າທີ່ ແລະ ນະໂຍບາຍອື່ນ ຕໍ່ຜູ້ພິພາກສາ ບໍ່ສາມາດຈັດຕັ້ງປະຕິບັດ ແລະ ການແຕ່ງຕັ້ງ ຍົກຍ້າຍ ປົດຕຳແໜ່ງ ແລະ ສັບປ່ຽນບ່ອນປະຈຳການຂອງ ຜູ້ພິພາກສາ ຍັງບໍ່ທັນໄດ້ກະຈາຍອໍານາດເທົ່າທີ່ຄວນ. ກ່ອນທີ່ຈະແຕ່ງຕັ້ງ ຍົກຍ້າຍ ສັບປ່ຽນບ່ອນປະຈຳການ ແລະ ປົດຕຳແໜ່ງ ແມ່ນຜ່ານຄະນະປະຈຳສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ມີຄວາມຊັກຊ້າ ແກ່ຍາວ ແລະ ບໍ່ສາມາດຄຸ້ມຄອງ ກວດກາ ຫລື ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ຢ່າງທັນການ. ສະນັ້ນ, ເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ ຈຶ່ງມີຄວາມຈຳເປັນຕ້ອງປັບປຸງບາງມາດຕາຂອງ ກົດໝາຍວ່າດ້ວຍສານປະຊາຊົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການສ້າງຜູ້ພິພາກສາ ໃນໄລຍະໃໝ່, ທັງເຮັດໃຫ້ການປັບປຸງກົດໝາຍສະບັບນີ້ ສາມາດຈັດຕັ້ງປະຕິບັດໄດ້ງ່າຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ໃນການປະຕິບັດໜ້າທີ່ຂອງຜູ້ພິພາກສາ ໃຫ້ມີຄຸນນະພາບ, ການທຽບຊັ້ນ, ການເລື່ອນຊັ້ນຂອງຜູ້ພິພາກສາ ບໍ່ແກ່ຍາວເວລາ ທັງຮັບປະກັນຄວາມເປັນເອກະພາບ ແລະ ມີຜົນສັກສິດໃນການຈັດຕັ້ງປະຕິບັດ.

ຮ່າງກົດໝາຍ ວ່າດ້ວຍຜູ້ພິພາກສາ ສະບັບປີ 2017 ປະກອບດ້ວຍ XII ພາກ 10 ໝວດ 56 ມາດຕາ, ຮ່າງກົດໝາຍ ວ່າດ້ວຍຜູ້ພິພາກສາ ສະບັບປັບປຸງໃໝ່ ປະກອບດ້ວຍ XII ພາກ ຍັງຮັກສາພາກຄືເກົ່າ, ມີ 12 ໝວດ (ເພີ່ມ 2 ໝວດ), 68 ມາດຕາ ເພີ່ມເຂົ້າໃໝ່ 12 ມາດຕາ, ປັບປຸງ 36 ມາດຕາ ແລະ ຍັງຮັກເກົ່າ 20 ມາດຕາ. ພາຍຫລັງກົດໝາຍສະບັບນີ້ ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນເຄື່ອງມື ດ້ານນິຕິກໍາສໍາຄັນ ໃນການຄຸ້ມຄອງ ຕິດຕາມ ແລະ ກວດກາການປະຕິບັດໜ້າທີ່ ຂອງຜູ້ພິພາກສາໄດ້ ຢ່າງມີປະສິດທິພາບ, ຮັບປະກັນໃຫ້ການຕັດສີນ ພິພາກສາຄະດີມີຄວາມວ່ອງໄວ ໂປ່ງໄສ, ຖືກຕ້ອງ ແລະ ເປັນທໍາຍິ່ງຂຶ້ນ, ເຮັດໃຫ້ເນື້ອໃນ ຄວາມໝາຍຂອງມາດຕາທີ່ໄດ້ເພີ່ມເຂົ້າໃໝ່ ແລະ ປັບປຸງ ມີເນື້ອໃນຄົບຖ້ວນ ມີຄວາມຈະແຈ້ງ ຮັດກຸມ ສົມບູນຂື້ນກວ່າເກົ່າ ແລະ ສາມາດຈັດຕັ້ງປະຕິບັດໄດ້ງ່າຍ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງ ຜູ້ພິພາກສາ ໂດຍສະເພາະໃນການທຽບຊັ້ນ, ການເລື່ອນຊັ້ນ, ການສອບເສັງ, ການຍົກຍ້າຍ ຫລື ສັບປ່ຽນ ບ່ອນປະຈຳການຂອງ ຜູ້ພິພາກສາ ໃຫ້ແທດເໝາະ ທ່ວງທັນກັບສະພາບຄວາມເປັນຈິງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ຂ່າວ:ວຽງສະຫວັນ-ພາບ:ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments