ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງງານແປ້ງມັນຕົ້ນ ຂອງບໍລິສັດ ແປ້ງມັນ ເອໄອດີຊີ-ອ່ຽມເຮັງ ຈຳກັດ ທີ່ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດຂຶ້ນໃນນວັນທີ 19 ພະຈິກ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
![](https://medialaos.net/wp-content/uploads/2023/11/402952087_770502111770764_8538217849653453709_n.jpg)
ໃນພິທີ ທ່ານ ພຶດສະພາ ພູມມະສັກ ປະທານກຸ່ມບໍລິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ, ທ່ານ ວິລະສັກ ຫວັງສຸພາສິດໂກສົນ ປະທານບໍລິສັດ ອ່ຽມເຮັງ ຈໍາກັດ ໃນນາມ ບໍລິສັດ ແປ້ງມັນ ເອໄອດີຊີ-ອ່ຽມເຮັງ ຈຳກັດ ເປັນການຮ່ວມມື ຮູບແບບການລົງທຶນ ເປັນວິສາຫະກິດປະສົມ(ລາວ-ໄທ) ໄດ້ມີຄຳເຫັນ ກ່ຽວກັບຄວາມເປັນມາຂອງ ໂຄງການ ໂດຍທັງສອງບໍລິສັດ ມີປະສົບການກ່ຽວກັບການຜະ ລິດປຸງແຕ່ງແປ້ງມັນຕົ້ນ ແລະ ມີທີມງານ ທີ່ຊ່ຽວຊານທຸກຂັ້ນຕອນການຜະລິດ. ດັ່ງນັ້ນ ຈຶ່ງຮ່ວມກັນສ້າງແຜນພັດທະນາ ເພື່ອຢາກຍົກລະດັບສິນຄ້າມັນຕົ້ນໃນ ສປປ ລາວ ໃຫ້ມີມູນຄ່າສູງຂຶ້ນຫລາຍເທົ່າຕົວ, ເຊິ່ງເປົ້າໝາຍແມ່ນຈະສ້າງໂຮງງານດັ່ງກ່າວ ໃຫ້ເປັນໂຮງງານຕົ້ນແບບ ຂອງ ສປປ ລາວ ທີ່ ໃຊ້ເຕັກໂນໂລຊີການຜະລິດທີ່ທັນສະໄໝ ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີການຜະລິດທີ່ໄດ້ຄຸນະພາບທຽບເທົ່າ ລະດັບສາກົນ ເພື່ອສາມາດສົ່ງອອກໄປຕີຕະຫລາດຕ່າງປະເທດໃຫ້ໄດ້ຫລາຍທີ່ສຸດ ເຊິ່ງຈະພາໄປສູ່ການໄດ້ຮັບເງິນຕາຕ່າງປະເທດ ມາໝູນວຽນໃນລະບົບເສດຖະກິດ ລວມທັງສາມາດສ້າງອາຊີບໃຫ້ແກ່ແຮງງານພາຍໃນ ອີກດ້ວຍ.
ສຳລັບແຜນການຈັດຕັ້ງປະຕິບັດເບື້ອງຕົ້ນຂອງ ໂຄງການ ກໍ່ສ້າງ ດັ່ງກ່າວ ມີພື້ນທີ່ລວມທັງໝົດ 140 ເຮັກຕາ, ມູນຄ່າການລົງທຶນ 37 ລ້ານໂດລາສະຫະລັດ. ໃນນັ້ນ, ການກໍ່ສ້າງໂຮງງານແປ້ງມັນຕົ້ນ ຂະໜາດ 450 ໂຕນຕໍ່ວັນ, ອາຄານ, ເຄື່ອງຈັກຕ່າງໆ ລວມມູນຄ່າ 22 ລ້ານໂດລາສະຫະລັດ; ການກໍ່ສ້າງໂຮງງານຜະລິດແກັສຊີວະພາບ (Bio Gas) ມູນຄ່າ 15 ລ້ານໂດລາສະຫະລັດ ເພື່ອບໍາບັດນໍ້າເສຍໃນໂຮງງານ ມາເປັນພະລັງງານໝູນວຽນ ເຊິ່ງສາມາດຫລຸດການໃຊ້ພະລັງງານຈາກແຫລ່ງອື່ນໆໄດ້ ແລະ ຍັງເປັນມິດຕໍ່ສິ່ງແວດລ້ອມ. ສ່ວນແຜນການຜະລິດ ແລະ ກໍ່ສ້າງໂຮງງານ ມີ 2 ໄລຍະຄື ໃນໄລຍະທີ 1 ກຳລັງການຜະລິດຂອງໂຮງງານ 450 ໂຕນຕໍ່ວັນ ແລະ ໄລຍະທີ 2 ກຳລັງການຜະລິດ ແມ່ນເພີ່ມອີກ 450 ໂຕນຕໍ່ວັນ ລວມເປັນ 900 ໂຕນຕໍ່ວັນ,
![](https://medialaos.net/wp-content/uploads/2023/11/402930707_770502335104075_6752967311943372802_n.jpg)
ໃນອະນາຄົດມີແຜນການ ທີ່ຈະຂະຫຍາຍການຜະລິດສະເພາະແປ້ງມັນຕົ້ນ ໃຫ້ເປັນໂຮງງານແປ້ງໂມດິຟາຍ ຫລື ແປ້ງມັນດັດແປງ ຂະໜາດການຜະລິດ 150 ໂຕນຕໍ່ວັນ ເຊິ່ງເປັນການໃຊ້ເຕັກໂນໂລຊີຂັ້ນສູງ ໃນການປ່ຽນແປງໂຄງສ້າງທາງເຄມີຂອງແປ້ງ ໃຫ້ມີຄຸນສົມບັດ ແລະ ປະສິດທິພາບຕາມທີ່ຕ້ອງການ, ເຊິ່ງແປ້ງໂມດິຟາຍ ສາມາດໃຊ້ໄດ້ໃນອຸດສາຫະກຳຫລາຍປະເພດ ເຊັ່ນ: ໃນການການຜະລິດເນື້ອສັດບົດລະອຽດແປຮູບ, ກະແລັມ(Ice-cream), ໝາກໄມ້ອົບແຫ້ງ, ໝາກໄມ້ ຫລື ພືດຜັກກະປ໋ອງ ແລະ ອື່ນໆ, ເຊິ່ງຈະເພີ່ມມູນຄ່າແປ້ງມັນຕົ້ນໃຫ້ສູງຂຶ້ນ, ລວມທັງເປັນໂຮງງານຜະລິດແປ້ງມັນຕົ້ນ ໂມດິຟາຍ ແຫ່ງທຳອິດໃນ ສປປ ລາວ ແລະ ຈະສົ່ງເສີມໃຫ້ຄົນໃນທ້ອງຖິ່ນເຂົ້າມາເຮັດວຽກນຳ ຫລາຍກວ່າ 300 ຕໍາແໜ່ງໃນອະນາຄົດ. ໂຮງງານແມ່ນຈະເລີ່ມກໍ່ສ້າງຢ່າງເປັນທາງການ ນັບຈາກມື້ວາງສີລາລຶກເປັນຕົ້ນໄປ ແລະ ຈະມີແຜນໃຫ້ສຳເລັດ ໃນທ້າຍປີ 2024.
ຂ່າວ: ທັດຊະນະ