Friday, September 20, 2024
Homeບຸນປະເພນີບຸນນະມັດສະຖານພະທາດຫລວງ ຈະຈັດຂຶ້ນ 23-27 ພະຈິກທີ່ຈະມາເຖິງນີ້

ບຸນນະມັດສະຖານພະທາດຫລວງ ຈະຈັດຂຶ້ນ 23-27 ພະຈິກທີ່ຈະມາເຖິງນີ້

ບຸນນະມັດສະການ ພະທາດຫລວງ ປະຈຳປີ 2023 ຈະຈັດຂຶ້ນລະຫວ່າງ 23-27 ພະຈິກ ທີ່ຈະມາເຖິງນີ້, ເຊິ່ງຈະຈັດໃຫ້ມີຫລາກຫລາຍກິດຈະກໍາທີ່ໜ້າສົນໃຈ ສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວ ພິເສດພາຍໃນງານຍັງຈະມີພິທີປະກາດ ເປີດປີທ່ອງທ່ຽວລາວ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ໃນວັນທີ 11 ພະຈິກ 2023 ວ່າ: ບຸນນະມັດສະການ ພະທາດຫລວງປີນີ້, ນອກຈາກ ຈະໄດ້ເນັ້ນໃສ່ກິດຈະກຳທາງສາສະໜາ ທີ່ເປັນຮີດຄອງປະເພນີອັນດີງາມແລ້ວ, ຍັງເນັ້ນໃສ່ການສົ່ງເສີມ, ດຶງດູດການທ່ອງທ່ຽວ ເພື່ອເຮັດໃຫ້ບຸນປີນີ້ມີສີສັນ ແລະ ເປັນທີ່ປະທັບໃຈຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມງານບຸນບໍ່ຜິດຫວັງກັບເມືອ ເປັນຕົ້ນແມ່ນການຕົບແຕ່ງສະຖານທີ່ ບໍລິເວນຈັດງານ ຢູ່ບຸນນະມັດສະການ ພະທາດຫລວງ ທີ່ສະແດງໃຫ້ເຫັນເປັນເອກະລັກ, ວັດທະນະທຳ ແລະ ສວຍງາມຢູ່ຫລາຍຈຸດ ນັບແຕ່ຮອບນອກ, ຮອບໃນ ແລະ ຈຸດສຳຄັນຕ່າງໆ ເພື່ອໃຫ້ຄົນທີ່ເຂົ້າມາທ່ຽວຊົມໄດ້ຖ່າຍຮູບ. ນອກນີ້, ຍັງຈະມີການປະກວດຮ້ອງເພງນັກຮ້ອງສຽງດີ ເພື່ອສົ່ງເສີມການສ້າງສິນລະປິນຮຸ່ນໃໝ່ ອອກຮັບໃຊ້ສັງຄົມໃຫ້ຫລາຍ. ນອກຈາກນີ້, ຄະນະກຳມະການ ໄດ້ຫ້າງຫາກະກຽມ ຈັດສັນລົດຂົນສົ່ງມວນຊົນ ເຂົ້າຊົມໃນງານແບບບໍ່ເສຍຄ່ານັບຕັ້ງແຕ່ລົດເມ, ລົດບໍລິການແທກຊີ້ສີຟ້າ, ລົດກອກກອກ ແນໃສ່ໃຫ້ການສັນຈອນບໍ່ແອອັດ ໂດຍການກຳນົດຈຸດຮັບ-ສົ່ງແຕ່ລະຈຸດ. ຄະນະກຳມະການຈັດງານ ໄດ້ອອກລະບຽບ ໂດຍສະເພາະ ການຫ້າມໃຊ້ເຄື່ອງສຽງ ສຳປີນີ້ແມ່ນມີຄວາມຈຳກັດ ເຊິ່ງໄດ້ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ ມີຂອງຄະນະກຳມະການເວທີກາງ, ໂທລະໂຄ່ງ ປະຈຳງານສ່ວນຜູ້ປະກອບການຊາວຄ້າຂາຍ ແມ່ນສາມາດໃຊ້ເຄື່ອງສຽງໄມຫ້ອຍແອວ, ປາກເລີ້ ແບບມືຖື, ໄມ ລຳໂພງ 1 ໜ່ວຍ ແບບບໍ່ມີເບດ, ແອມ. ສຳລັບຮ້ານຄ້າຂາຍ ທີ່ຕ້ອງການນຳໃຊ້ເຄື່ອງສຽງຂະໜາດໃຫຍ່ ຈະຕ້ອງໄດ້ຈ່າຍຄ່າລົງທະບຽນ 5 ລ້ານກີບ ເພື່ອຄວບຄຸມເຄື່ອງສຽງຕາມຄວາມເໝາະສົມຂອງຮ້ານ

ທ່ານ ນາງ ວິໄລວອນ ຈັນທະລາຕີ ຍັງຮຽກຮ້ອງໃຫ້ສັງຄົມ, ພໍ່ແມ່ປະຊາຊົນ ມີສ່ວນຮ່ວມນຳກັນໃນການ ເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ແລະ ກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະຊຸມ ທີ່ປິ່ນອ້ອມ ທີ່ສຳຄັນ ຕ່າງໆ ເຊັ່ນ: ການແຕ່ງກາຍ ມານະມັດສະການ ພະທາດຫລວງ ເພດຍິງຕ້ອງນຸ່ງສີ້ນ, ເສື້ອສຸພາບ ຫລື ໃສ່ຊຸດປະເພນີ, ເກົ້້າຜົມບ່ຽງແພ ໄປແຕ່ບ້ານ ຍິ່ງຈະເປັນການດີ. ສຳລັບ ທ່ານຊາຍ ກໍໃຫ້ໃສ່ສຸພາບຮຽບຮ້ອຍ; ການຮັກສາຄວາມສະອາດ, ຖິ້ມຂື້ເຫຍື້ອໃສ່ຖັງຕາມບ່ອນກຳນົດ, ປະຕິບັດ ຂໍ້ຫ້າມ ຕ່າງໆຢ່າງເຂັ້້ມງວດ. ສ່ວນການຂາຍເຄື່ອງໃຫ້ໄປຕາມເຂດ ທີ່ຄະນະກຳມະການຈັດສັນ ເປັນຕົ້ນແມ່ນ ລໍ້ຍູ້ຂາຍເຄື່ອງ, ເຂົ້າຫລາມ, ປີ້ງໄກ່ຕ່າງໆ ຕ້ອງໄປຕາມເຂດທີ່ຄະນະຈັດສັນໄວ້

ບຸນນະມັດສະການ ພະທາດຫລວງ ຈັດຂຶ້ນເພື່ອອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ບຸນນະມັດສະການພະທາດຫລວງ ຂອງຊາວລາວ ກໍຄື ຊາວນະຄອນຫລວງວຽງຈັນ ທີ່ເຄີຍສືບທອດກັນມາ ແຕ່ບູຮານນະການ ໃຫ້ຄຽງຄູ່ກັບ ຄົນລາວ, ຊາດລາວ ດ້ວຍຄວາມເປັນເອກະລັກ ທີ່ໂດດເດັ່ນ ແລະ ເປັນທີ່ຮູ້ຈັກ ກວ້າງສູ່ເວທີສາກົນ; ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ສົ່ງເສີມການຂາຍ ສິນຄ້າຄອບຄົວຕົວແບບ, ສິນຄ້າ ພາຍໃນ, ຊຸກຍູ້ສົ່ງເສີມເສດຖະກິດ ພາຍໃນໃຫ້ ມີຄວາມຄ່ອງຕົວດີຂຶ້ນ. ຂະນະດຽວກັນກໍຕ້ອງ ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ ຮັກສາໄດ້ວັດທະນະທຳ ຮີດຄອງປະເພນີ ອັນດີງາມ ຂອງງານນະມັດສະການພະທາດຫລວງ ໃຫ້ຖືກຕ້ອງສອດຄ່ອງ ຄຽງຄູ່ກັບ ຄົນລາວ, ຊາດລາວ ກໍຄື ຊາວນະຄອນຫລວງວຽງຈັນຕະຫລອດໄປ

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments