Saturday, July 27, 2024
Homeຂ່າວໜ້າໜຶ່ງກົມສື່ມວນຊົນລາວ ແລະ ກົມຖະແຫລງຂ່າວການຕ່າງປະເທດຫວຽດນາມ ເຊັນບົດບັນທຶກຮ່ວມມືສອງຝ່າຍ

ກົມສື່ມວນຊົນລາວ ແລະ ກົມຖະແຫລງຂ່າວການຕ່າງປະເທດຫວຽດນາມ ເຊັນບົດບັນທຶກຮ່ວມມືສອງຝ່າຍ

ພິທີເຊັນບົດບັນທຶກ ຊ່ວຍຈໍາການຮ່ວມມືລະຫວ່າງ ກົມສືມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກົມຖະແຫລງຂ່າວການຕ່າງປະເທດ ກະຊວງ ຖະແຫລງຂ່າວ ແລະ ການສື່ສານ ສສ ຫວຽດນາມ ໃນວັນທີ 11 ພະຈິກ 2023 ນີ້, ຢູ່ນະຄອນເຫວ້ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມ່ວນຊົນ ກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ແລະ ທ່ານ ຟາມແອງຕວນ ຫົວໜ້າກົມ ຖະແຫລງຂ່າວການຕ່າງປະເທດ ກະຊວງຖະແຫລງຂ່າວ ແລະ ການສື່ສານ ສສ ຫວຽດນາມ ໂດຍມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຫງວຽນແທັງເລີມ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ ແລະ ການສື່ສານ, ມີພາກສ່ວນກຽວຂ້ອງສອງຝ່າຍເຂົ້າຮ່ວມ.

ການເຊັນບົດບັນທຶກຊ່ວຍຈໍາຄັ້ງນີ້, ກໍເພື່ອເປັນການຈັດຕັ້ງປະຕິບັດແຜນການຮ່ວມມື ດ່ານຖະແຫລງຂ່າວສໍາລັບປີ 2021-2025 ລະຫວ່າງກະຊວງຖະແຫລງຂ່າວ ແລະ ສື່ສານ ສສ ຫວຽດນາມ ແລະ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ທີ່ເປັນການຈັດຕັ້ງປະຕີບັດກອງປະຊຸມປຶກສາຫາລື ໃນວັນທີ 28 ມິຖຸນາ 2021 ຜ່ານມາ ເພື່ອເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ ແລະ ສາກົນ ໃຫ້ເຂົ້າເຖິງຂໍ້ມູນຂ່າວສານ, ການບໍລິການຂໍ້ມູນ, ການຄຸ້ມຄອງຖະແຫລງຂ່າວ ແລະ ສື່ສານ, ການຫັນເປັນດີຈິຕອນໃນການບໍລິການຂໍ້ມູນຂ່າວສານພາຍນອກ, ສ້າງຄວາມເຂັ້ມແຂງ ກົນໄກການຮ່ວມມືສອງຝ່າຍຂອງວຽກງານສື່ມວນຊົນເຊິ່ງກັນ ແລະ ກັນ.

ຂ່າວ-ພາບ: ວີລະວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments