Saturday, October 19, 2024
Homeຂ່າວພາຍໃນລາວ-ຍີ່ປຸ່ນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ລາວ-ຍີ່ປຸ່ນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ທ່ານ ນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ໄດ້ນໍາພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ຕຸລາ 2023, ຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຄາມິກາວະ ໂຢໂກະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 11 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ຄາມິກາວະ ໂຢໂກະ ແລະ ຄະນະ ໃນຄັ້ງນີ້, ຖືເປັນຂີດໝາຍສໍາຄັນສໍາລັບການພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ຍີ່ປຸ່ນ, ລວມທັງການສະເຫລີມສະຫລອງການພົວພັນ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023, ທັງຍັງເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ໃນການເປັນປະທານອາຊຽນ ໃນປີ 2024; ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ ທ່ານ ນາງ ຄາມິກາວະ ໂຢໂກະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໃນຫວ່າງບໍ່ດົນມານີ້, ພ້ອມທັງສະແດງຄວາມພ້ອມ ທີ່ຈະເຮັດວຽກຮ່ວມກັບທ່ານ ນາງ ຄາມິກາວະ ໂຢໂກະ ຢ່າງໃກ້ຊິດ ເພື່ອສືບຕໍ່ເປັນໃຈກາງໃນການປະສານສົມທົບ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ລາວ ແລະ ຍີ່ປຸ່ນ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ ກໍຄືການພົວພັນ ແລະ ການຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍ ຕົວຍິ່ງໆຂຶ້ນ.

ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ເຊິ່ງໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືຂອງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງອອກຄື ການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ຂອງສອງປະເທດ, ລວມເຖິງການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ກໍດໍາເນີນເປັນປົກກະຕິ, ການພົວພັນຮ່ວມມືໃນຫລາຍໆດ້ານໄດ້ຮັບການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ; ສອງຝ່າຍ ຍັງໄດ້ປຶກ ສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ, ເຊິ່ງສອງຝ່າຍເຫັນດີສືບຕໍ່ຮັດແໜ້ນການພົວພັນຮ່ວມມື ເພື່ອເສີມຂະ ຫຍາຍການເປັນຄູ່ຮ່ວມຍຸດທະສາດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ໜັກແໜ້ນ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດ ກໍຄື ການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ອັນຈະເປັນການນໍາໃຊ້ທ່າແຮງບົ່ມຊ້ອນການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນຂອງ ສປປ ລາວ ດ້ານການຂົນສົ່ງ ໃຫ້ເກີດປະໂຫຍດສູງສຸດ, ລວມເຖິງການຊຸກຍູ້ສົ່ງເສີມການຮ່ວມມືໃນການຈັດສົ່ງແຮງານລາວ ໄປເຮັດວຽກຢູ່ຍີ່ປຸ່ນ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍ ຍັງສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍິ່ປຸ່ນ ຄົບຮອບ 10 ປີ ໃນປີ 2025 ແລະ ອື່ນໆ; ສອງຝ່າຍ ຍັງແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ນອກນັ້ນ, ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍຍີ່ປຸ່ນຊາບ ກ່ຽວກັບການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2024 ແລະ ໄດ້ເຊື້ອເຊີນຊາວຍີ່ປຸ່ນເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ, ພ້ອມທັງສະເໜີໃຫ້ຝ່າຍຍີ່ປຸ່ນສືບຕໍ່ຊຸກຍູ້ນັກທຸລະກິດຍີ່ປຸ່ນ ມາລົງທຶນຢູ່ລາວຫລາຍຂຶ້ນ.

ໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາພື້ນຖານໂຄງລ່າງ ແລະ ການຊ່ວຍເຫລືອ ເພື່ອຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19, ພິເສດແມ່ນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ອັນໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ການແກ້ໄຂ 2 ວາລະແຫ່ງຊາດ ຂອງ ສປປ ລາວ, ລວມເຖິງການສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

ໃນຂະນະດຽວກັນ, ທ່ານ ນາງ ຄາມິກາວະ ໂຢໂກະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັບຝ່າຍ ສປປ ລາວ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ ກໍຄື ການພົວພັນຮ່ວມມື ຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ. ຍີ່ປຸ່ນ ຍິນດີຈະສືບຕໍ່ໃຫ້ການຮ່ວມມືໃນດ້ານຕ່າງໆ ລວມທັງການສືບຕໍ່ຮ່ວມກັບຝ່າຍລາວ ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງ ສປປ ລາວ. ພ້ອມນີ້, ທ່ານ ນາງ ຄາມິກາວະ ໂຢໂກະ ຍັງໄດ້ເຊື້ອເຊີນ ທ່ານ ສະເຫລີມໄຊ ກົມມະສິດ ເດີນທາງຢ້ຽມຢາມ ຍີ່ປຸ່ນ ໃນເວລາອັນເໝາະສົມ.

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments