Tuesday, October 22, 2024
Homeຂ່າວຕ່າງປະເທດຟີລິບປິນ ເລັ່ງແກ້ໄຂບັນຫາລາຄາອາຫານແພງ

ຟີລິບປິນ ເລັ່ງແກ້ໄຂບັນຫາລາຄາອາຫານແພງ

ຕາມຂ່າວຈາກມະນິລາ, ວັນທີ 5 ຕຸລານີ້ ລັດຖະບານຟີລິບປິນ ຈະໃຫ້ການຊ່ວຍເຫລືອແບບເຈາະຈົງໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລາຄາອາຫານແພງ ຫລັງຈາກອັດຕາເງິນເຟີ້ ລະດັບ 6,1% ໃນເດືຶອນກັນຍາ ເພີ່ມຈາກ 5,3% ໃນເດືອນສິງຫາ. ດັ່ງນັ້ນ ຈຶ່ງຈັດໂຄງການຊ່ວຍເຫລືອດ້ານອາຫານ ຊຶ່ງເປັນໂຄງການທຳອິດຂອງປະເທດ ໂດຍຈະໃຫ້ການຊ່ວຍເຫລືອ ເດືອນລະ 3.000 ເປໂຊ ແກ່ຄອບຄົວຂາດແຄນອາຫານທີ່ໄດ້ຮັບການຄັດເລືອກ, ຄອບຄົວທີ່ມີແມ່ຍິງຖືພາ ຫລື ແມ່ລູກອ່ອນ. ນອກນີ້ຍັງແຈກເງິນ 10.000 ເປໂຊ ໃຫ້ແກ່ຊາວກະສິກຳ 78.000 ກໍລະນີ ການຊ່ວຍເຫລືອທາງການເງິນ 5.000 ເປໂຊ ໃຫ້ແກ່ຊາວນາ ແລະ ອຸດໜູນຄ່ານ້ຳມັນ ໃຫ້ແກ່ຍານພາຫະນະສາທາລະນະຫລາຍກວ່າ 74.000ຄັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments