Friday, September 20, 2024
Homeຂ່າວພາຍໃນສາມຫລ່ຽມຄຳຈັດງານແຂ່ງຂັນກິລາແລ່ນມາຣາທອນຕ້ານຢາເສບຕິດ

ສາມຫລ່ຽມຄຳຈັດງານແຂ່ງຂັນກິລາແລ່ນມາຣາທອນຕ້ານຢາເສບຕິດ

ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2022 ນີ້ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດງານແຂ່ງຂັນກິລາແລ່ນມາຣາທອນ ສາມຫລ່ຽມຄຳ ຄັ້ງທີ 2 ເນື່ອງໃນໂອກາດ “ວັນສາກົນຕ້ານຢາເສບຕິດ” ຄົບຮອບ 35 ປີ (26/06/1987-26/06/2022) ແລະ ການສະ ເຫລີມສະຫລອງວັນສ້າງຕັ້ງສາມຫລ່ຽມຄຳ ຄົບຮອບ 15 ປີ ໂດຍໄດ້ຮັບການອຸປະຖຳຈາກ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຄື່ອນເພັດ ວົງສາ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນຳເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ພ້ອມດ້ວຍນັກກິລາຈາກ 7 ປະເທດເຂົ້າຮ່ວມ ຄື: ລາວ, ຈີນ, ໄທ, ມຽນມາ, ຟິລິບປິນ, ໂຮນລັງ ແລະ ອາເມລິກາ ຫລາຍກວ່າ 500 ຄົນ ໂດຍມີການຊີງເງິນລາງວັນຫລາຍກວ່າ 400 ລ້ານກີບ.

ທ່ານ ບຸນທອງ ແສງສີກອງ ໄດ້ກ່າວວ່າ: ງານຄັ້ງນີ້ ເພື່ອເປັນການສະເຫລີມສະຫລອງ ວັນສາ ກົນຕ້ານຢາເສບຕິດ 26 ມິຖຸນາ, ພ້ອມທັງສະເຫລີມສະຫລອງ ການສ້າງຕັ້ງເຂດເສດຖະກິດພິເສດ ສາມ ຫລ່ຽມຄຳ ຄົບຮອບ 15 ປີ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ, ແນໃສ່ເຮັດໃຫ້ທົ່ວສັງຄົມທຸກຊັ້ນຄົນໄດ້ຮັບຮູ້ເຂົ້າໃຈເຖິງໄພອັນຕະລາຍ, ຜົນຮ້າຍ ແລະ ຜົນກະທົບຂອງຢາເສບຕິດທີ່ມີຕໍ່ມວນມະນຸດ, ທັງເປັນສິ່ງທີ່ຕ້ອງຫ້າມ ແລະ ຜິດຕໍ່ກົດໝາຍຂອງລັດ ແລະ ກົດໝາຍສາກົນ; ມ່ວນຊົນທຸກຄົນມີໜ້າທີ່ຮ່ວມກັນຕ້ານ ກໍຄືລົບລ້າງຢາເສບຕິດໃຫ້ອອກໄປຈາກສັງຄົມ ແລະ ປະເທດຊາດ. ສຳລັບການສ້າງຕັ້ງເຂດເສດຖະກິດພິເສດ ສາມຫລ່ຽມຄຳ ກໍໄດ້ດຳເນີນມາຮອດ 15 ປີ ເຊິ່ງຕະຫລອດໄລຍະທີ່ຜ່ານມາ, ພາຍໃຕ້ນະໂຍບາຍສົ່ງເສີມການດຶງດູດນັກລົງທຶນຂອງພັກ ແລະ ລັດ ຖະບານ ໂດຍສະເພາະແມ່ນອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນເຂດທ້ອງຖິ່ນບວກກັບຄວາມມຸ່ງຫວັງອັນແຮງກ້າ ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ ຈຶ່ງໄດ້ພ້ອມກັນສ້າງສາພັດທະນາເສດຖະ ກິດພິເສດ ສາມຫລ່ຽມຄຳ ຢ່າງມີຜົນສຳເລັດ. ການຈັດງານແຂ່ງຂັນກິລາໃນຄັ້ງນີ້ ຍັງເປັນການສະແດງເຖິງນະໂຍ ບາຍຊຸກຍູ້ສົ່ງເສີມ ແລະ ໃຫ້ການສະໜັບສະໜູນຕໍ່ວຽກງານກິລາຂອງລາວ ໂດຍສະເພາະແມ່ນຂົງ ເຂດກິ ລາແລ່ນ-ລານ ໃຫ້ໄດ້ມີການພັດທະນາທັງດ້ານຄຸນນະພາບ ແລະ ປະລິມານ, ຊ່ວຍຍົກສູງຊື່ສຽງຂອງນັກກິລາລາວໃຫ້ກ້າວສູ່ພາກພື້ນ ແລະ ສາກົນ, ພ້ອມທັງປຸກລະດົມມ່ວນຊົນທົ່ວໄປ ໃຫ້ເຫັນຄວາມສຳຄັນຂອງກິລາ-ກາຍຍະກຳ ແລະ ການຮັກສາສຸຂະພາບ.

ສຳລັບຜົນການແຂ່ງຂັນ ກິລາແລ່ນມາຣາທອນ ຄັ້ງນີ້ ປະເພດທົ່ວໄປມີໄລຍະທາງ 21 ກິໂລແມັດ, ຍິງອັນດັບທີ 1 ໄດ້ແກ່ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນທີມຊາດລາວ ໄດ້ຮັບເງິນສົດ 106 ລ້ານກີບ, ຂັນ ພ້ອມຫລຽນລາງວັນ, ທີ 2 ໄດ້ແກ່ນາງ ນັດທະຍາ ທະນະລົນນະວັດ ຈາກປະເທດໄທ ໄດ້ຮັບເງິນສົດ 64 ລ້ານກີບ ພ້ອມຫລຽນລາງວັນ, ອັບດັບທີ 3 ໄດ້ແກ່ນາງ ກັນຍາລັກ ເສລີວຸດທິໄຊ ຈາກປະເທດໄທຮັບເງິນລາງວັນ 42 ລ້ານກີບ, ພ້ອມຫລຽນ ແລະ ອັນດັບທີ 4 ນັກກິລາຈາກປະເທດໄທ ໄດ້ຮັບເງິນລາງວັນ 21 ລ້ານກີບພ້ອມຫລຽນ.

ໄລຍະ 21 ກິໂລແມັດ ທີມຊາຍອັນດັບທີ 1 ໄດ້ແກ່ທ້າວ ສັນໄຊ ຈາກປະເທດໄທໄດ້ຮັບເງິນ ສົດ 106 ລ້ານກີບ, ພ້ອມຫລຽນລາງວັນ, ທີ 2 ທ້າວ ຊະນະພົນ ຈາກປະເທດໄທໄດ້ຮັບເງິນສົດ 64 ລ້ານກີບ, ພ້ອມຫລຽນລາງວັນ, ທີ 3 ທ້າວ ເອກະລັກ ຈາກປະເທດໄທໄດ້ຮັບເງິນ 42 ລ້ານກີບ, ພ້ອມຫລຽນລາງວັນ ແລະ ອັນດັບທີ 4 ໄດ້ແກທ້າວ ພານຸກອນ ຈາກປະເທດໄທໄດ້ຮັບເງິນສົດ 21 ລ້ານກີບ, ພ້ອມຫລຽນລາງວັນ. ຂະນະທີ່ ປະເພດເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນ ນາງ ບຸດສະກອນ ປຣະວັງ ຈາກປະເທດໄທໄດ້ຮັບເງິນສົດ 5 ລ້ານກັບ, ຂັນ ພ້ອມຫລຽນ, ທີ 2 ນາງ ປໍຄົວ ລີ ຈາກແຂວງບໍ່ແກ້ວ ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມຫລຽນ ແລະ ທີ 3 ແມ່ນນາງ ນາລໍ ອີກໜຶ່ງນັກກິລາຈາກແຂວງບໍ່ແກ້ວ ໄດ້ຮັບຫລຽນ ແລະ ເງິນສົດ 2 ລ້ານກີບ. ຊະນະເລີດ ປະເພດເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນທ້າວ ອານຸສິດ ຈາກປະເທດໄທ ໄດ້ຮັບຂັນ ພ້ອມຫລຽນ ແລະ ເງິນ 5 ລ້ານກີບ, ຮອງຊະນະເລີດ ທ້າວ ສຸລິຍາ ສຸນັນທະວົງ ຈາກແຂວງຫລວງນໍ້າທາ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ, ທີ 3 ທ້າວ ເດັ່ນພົງ ປະເທດໄທ ໄດ້ຮັບຫລຽນ ພ້ອມເງິນສົດ 2 ລ້ານກີບ. ສ່ວນປະເພດອາວຸໂສຍິງ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນນາງ ສົມຄິດ ແກ້ວບຸນມາ ຈາກແຂວງວຽງຈັນ ໄດ້ຮັບຂັນພ້ອມຫລຽນ ແລະ ເງິນສົດ 5 ລ້ານກີບ, ທີ 2 ນາງວັນ ເພັງ ສຸດທິຈັກ ຈາກສະຫະພັນແລ່ນ-ລານແຫ່ງຊາດ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ ແລະ ທີ 3 ນາງ ວາລິນ ນຳພາ ຈາກປະເທດໄທ ໄດ້ຮັບຫລຽນ ກັບເງິນ 2 ລ້ານກີບ. ຊະນະະເລີດປະເພດອາວຸໂສຊາຍ ໄລຍະ 8 ກິໂລແມັດ ໄດ້ແກ່ທ່ານ ຄອງລາດ ຊົມພູລາດ ຈາກປະເທດໄທ ໄດ້ຮັບຂັນ ພ້ອມຫລຽນ ແລະ ເງິນສົດ 5 ລ້ານກີບ, ທີ 2 ໄດ້ແກ່ທ່ານ ຄຳເພັດ ຈັນທະສົມ ບັດ ຈາກນະຄອນຫລວງວຽງຈັນ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ ແລະ ທີ 3 ທ່ານ ພູເງິນ ພົມມະຫາ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຫລຽນ ກັບເງິນສົດ 2 ລ້ານກີບ.

ໃຫ້ກຽດຂື້ນມອບລາງວັນໂດຍ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງໆບໍ່ແກ້ວ, ພ້ອມດ້ວຍ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ຜູ້ໃຫ້ການສະໜັບສະໜູນ ແລະ ຄະນະກຳມະການຈັດການແຂ່ງຂັນ.

ຂ່າວ-ພາາບ: ສຸກສະຫວັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments