Thursday, September 26, 2024
Homeທຸລະກິດເຂົ້າໜົມແມ່​ປຸເນັ້ນສູດລາວດັ້ງເດີມເພື່ອຕອບໂຈດລູກຄ້າ

ເຂົ້າໜົມແມ່​ປຸເນັ້ນສູດລາວດັ້ງເດີມເພື່ອຕອບໂຈດລູກຄ້າ

ເຂົ້າໜົມແມ່ປຸ ​ແມ່ນ​ເຂົ້າໜົມຊະນິດໜຶ່ງທີ່​ກໍາລັງ​ໄດ້​ຮັບ​ຄວາມ​ນິຍົມຫລາຍ ​​ໂດຍ​ສະ​ເພາະໃນ​ສື່​ອອນ​ລາຍ​ເພາະ​ບັນດາ​ ຜູ້​ປະກອບ​ການ​ທີ່​ເຮັດອາຊີບ​ຂາຍ​ເຂົ້າໜົມ ​ໄດ້​ມີ​ການ​ນໍາ​ສະ​ເໜີວິທີການ ແລະ ແນວທາງແບບຕື່ນເຕັ້ນດຶງດູດ ເພື່ອ​ໃຫ້​ລູກ​ຄ້າ​ຄິດຢາກສໍາຜັດ ແລະ ສາມາດ​ສັ່ງ​ຈອງ ​ຜ່ານ​ສື່​ອອນ​ລາຍ ​ໂດຍ​ບໍ່ ຕ້ອງ​ເສຍ​ເວລາ​ອອກ​ຈາກ​ເຮືອນ ມີ​ແຕ່​ຖ້າ​ຮັບ​ເຄື່ອງ​ຈາກ​ບໍລິການ​ຂົນ​ສົ່ງ​ກໍ່​ໄດ້​ກິນ​ແລ້ວ  ​ໂດຍ​ເຂົ້າໜົມບ້າ​ບິ່ນ ​ແມ່ນ​ເຂົ້າໜົມທີ່​ເຮັ​ດມາ​ຈາກ​ແປ້ງ​ເຂົ້າໜຽວ  ​ແລະ ​ແປ້ງ​ເຂົ້າຈ້າວຄື​ເຂົ້າໜົມທົ່ວ​ໄປ ​ແຕ່​ສິ່ງ​ທີ່​ແຕກ​ຕ່າງ​ຄື​ໄສ້​ເຂົ້າໜົມທີ່​ເຮັດ ຈາກໝາກພ້າວ​ອ່ອນ, ສາລີ,ຕາວ, ​ເຜືອກ, ມັນ ​ແລະ ອື່ນໆ ​ທີ່​ດຶງ​ດູດ​ລູກ​ຄ້າ​ ໄດ້​ຢ່າງ​ຫລວງຫລາຍ ​​​ໃນ​ຂະນະ​ດຽວກັນ ຜູ້​ທີ່​ເຮັດ​ອາຊີບ​ຂາຍ​ເຂົ້າໜົມບ້າ​ບິ່ນ​ ກໍ​ຫລາຍ​ເຊັ່ນ​ດຽວກັນ. ສະ​ນັ້ນ, ຄໍ​ລໍາ​ ສົ່ງ​ເສີມທຸລະ​ກິດສະບັບນີ້ ຈະ​ພາ​ທ່ານ​ມາ​ຮູ້ຈັກ​ ຮ້ານ​ເຂົ້າໜົມບ້າ​ບິ່ນ​ອີກໜຶ່ງຮ້ານ​ດັງ​ ໃນ​ເຂດ​ເມືອງ​ນາ​ຊາຍ​ທອງ​ ນະຄອນຫລວງ​ວຽງຈັນ ຄື​ຮ້ານ ​ເຂົ້າໜົມບ້າ​ບິ່ນ​ແມ່​ປຸ ທີ່​ຄົນ​ກໍາລັງ​ໃຫ້​ຄວາມ​ສົນ​ໃຈ ດ້ວຍ​ລົດ​ຊາດ ​ແລະ ການ​ນໍາ​ໃຊ້​ວັດຖຸ​ດິບ​ ທີ່​ມີ​ຄຸນ​ນະພາ​ບຈຶ່ງ​ມັດ​ໃຈ​ຜູ້​ບໍລິ​ໂພ​ກ ​ໄດ້​ໃນ​ເວລາພຽງສອງ​ປີ ​ແຕ່​ສາມາດ​ເປີດ​ສາຂາ​ທີ່​ສອງ​ຂອງ​ຮ້ານ​ເຂົ້າໜົມບ້າ​ບິ່ນ​ແມ່​ປຸ​ໄດ້​ແລ້ວ.

ແມ່ປຸ​ ​ເຈົ້າ​ຂອງ​ຮ້ານ​ເຂົ້າໜົມບ້າ​ບິ່ນ ​ເວົ້າ​ສູ່​ຟັງ​ວ່າ: ຈຸດ​ເລີ່​ມຕົ້​ນທີ່​ມາ​ເຮັດ​ອາຊີບ​ນີ້ ແມ່ນ​ມັກ​ກິນ​ເຂົ້າໜົມບ້າ​ບິ່ນ ຈຶ່ງ​ຕັດສິນ​ໃຈ​ສຶກສາ​ຮຽນຮູ້ ກ່ຽວກັບ​ວິ​ທີ​ການ​ຜະລິດ​ຜ່ານ​ຫລາຍ​ຊ່ອງ​ທາງ ​ເມື່ອ​ເປັນ​ແລ້ວ ຈຶ່ງ​ໄດ້​ນໍາ​ມາ​ປະຕິບັດ​ໂຕ​ຈິງ​ ຄື​ເຮັດ ​ແຈກ​ຢາຍ​ໃຫ້​ຄົນ​​ໃນ​ຄອບຄົວ ,ອ້ອມ​ຂ້າງ​ໄດ້​ຊີມ ​ເມື່ອ​ໄດ້​ຊີມ​ແລ້ວ​ຫລາຍ​ຄົນ​ກໍ່​ມັກ​ໃນ​ລົດ​ຊາດ​ ຈຶ່ງ​ແນະ​ນໍາ​ວ່າ​ບໍ່​ເປີດ​ຮ້ານ​ບໍ່ ​ເມື່ອ​ໄດ້​ຍິນ​ແບບ​ນີ້ ກໍ່ມີ​ແນວ​ຄວາມ​ຄິດ​ເພາະ​ຕົນ​ເອງ ​ກໍ່​ຢາກ​ຫາ​ອາຊີບ​ເສີມຢູ່​ແລ້ວ ​ໂດຍ​ສາຂາ​ທໍາ​ອິດ​ເປີດແມ​ຢູ່​ເມືອງ​ນາ​ຊາຍ​ທອງ ​ແຕ່​ປີ 2021 ​ພາຍຫລັງ​ທີ່​ເປີດ​ມາ​​ເຫັນ​ວ່າຜົນ​ຕອບ​ຮັບ​ດີ ຫລາຍ​ຄົນ​ກໍ່​ມາ​ອຸດໝູນ ​ແລະ ​ເປັນກະບອກ​ສຽງບອກ​ຕໍ່ ຜ່ານ​ຫລາຍ​ຊ່ອງ​ທາງ ​​ໂດຍ​ສະ​ເພາະ ແມ່ນ ​ແອັບ​ຕິກ​ຕ໋ອກ ​ແລະ ​ເຟສບຸກ ຈຶ່ງ​ເຮັດ​ໃຫ້​ຄົນຮູ້​ຈັກ​ເຂົ້າໜົມບ້າ​ບີ່​ນສູດ​ແມ່​ປຸຫລາຍ​ຂຶ້ນ  ກໍ່​ແນະ​ນໍາ​​ໃຫ້ເປີດ​ຫລາຍ​ສາຂາ ​ເພື່ອ​ສະດວກ​​ໃຫ້​ລູກ​ຄ້າ​ເອງ. ສະ​ນັ້ນ, ຈຶ່ງຕັດສິນ​ໃຈ ເປີດ​ສາຂາທີ່​ສອງ​ຢູ່​ຕະຫລາດ​ລາວ​ອົກ​ຊີ ກໍ່​ຍ້ອນ​ສຽງຕອບ​ຮັບ​ທີ່​ດີ​ຈາກ​ລູກ​ຄ້າ​ທຸກໆທ່ານ ຈຶ່ງ​ເຮັດ​ໃຫ້​ເຂົ້າໜົມຮ້ານ​ນ້ອຍໆ ສາມາດ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ ​ແລະ​ ເປີດສາຂາ​ທີ່​ສອງ​ໄດ້​ກໍ​ຍ້ອນ ການສະໜັບສະໜູນ ​ແລະ ຄໍາ​ຕໍາ​ນິຕິ​ຊົມ ກ່ຽວກັບ​ລົດ​ຊາດ​ເຂົ້າໜົມ ​ຈຶ່ງ​ມີ​ການ​ປັບປຸງ​ຕະຫລອດ​ມາ​ຈົນ ​ໄດ້​ສູດ​ທີ່​ລົງ​ໂຕ​ໃຜ​ກິນ​ກໍ​ຕ້ອງ​ຕິດ​ໃຈ ​ເພາະ​ເຂົ້າໜົມບ້າ​ບິ່ນ​ສູດ​ແມ່ປຸ ຈະ​ບໍ່​ປະຢັດ​ໄສ້​ພ້ອມ​ດຽວກັນ ​ກໍ​ມີ​ຫລາຍ​ໄສ້​ໃຫ້​ເລືອກ​ບໍ່​ວ່າ​ຈະ​ເປັນ​ໄສ້ໝາກພ້າ​ວອ່ອນ, ສາລີ,ມັນ​ດ້າງ,ຕາວ ​ແລະ ອື່ນ​ໆອີກ​ໂດຍ​ລາ​ຄາ​ຂາຍ​ແມ່ນ​ກ້ອນໜຶ່ງ 10.000 ​ກີບ​ເທົ່າ​ນັ້ນ.

ແມ່ປຸ ຍັງ​ເວົ້າ​ຕື່ມ​ວ່າ:  ​ໃນ​ປັດຈຸບັນ ​ເນື່ອງ​ຈາກ​ລູກ​ຄ້າ​ຮຽກຮ້ອງ​ເຂົ້າ​ມາ​ຫລາຍ​ເລື່ອງ​ການ​ສອນ ​ເຮັດ​ເຂົ້າໜົມຈຶ່ງ​ໄດ້​ເປີດ​ຮັບ​ສອນ​ເຮັດ​ເຂົ້າໜົມບ້າ​ບິ່ນ ​ສໍາ​ລັບທ່ານ​ໃດ​ທີ່​ຄິດ​ຢາກ​ຫາ​ອາຊີບ​ເສີມ ​ແມ່ນ​ເຮົາຈະ​ສອນ​ໃຫ້ໝົດ ບໍ່​ຫວງ​ສູດ​ເລີຍ​ເພາະວ່າ ຢາກ​ແບ່ງປັນ​ອາຊີບ​ດີໆ ທີ່​ມີ​ລາຍ​ຮັບ​ໃຫ້​ທຸກ​ຄົນ ​ໂດຍ​ລາຄາ​ສອນ​ເລີ່​ມຕົ້ນ​​ແມ່ນ 1.500.000 ​ກີບ​ຂຶ້ນ​ໄປໃນ​ລາຄາ​ນີ້​ ແມ່ນຈະ​ມີໝໍ້​ເຮັດ​ເຂົ້າໜົມລຸ້ນນ້ອຍ​ໃຫ້ ສ່ວນ​ລາ​ຄາອື່ນ​ໆກໍ່​ຈະ​ມີ​ອຸປະກອນ​ແຕກ​ຕ່າງ​ກັນ​ອອກ​ໄປ ສໍາລັບທ່ານ​ໃດທີ່​ສົນ​ໃຈ​ເຂົ້າໜົ​ມ ບ້າ​ບິ່ນ​ແຊບໆ ກໍ່ສາມາດ​ຊື້​ກິນ​​ໄດ້​ ຮ້ານ​ເປີດ​ຢູ່​ຕະຫລາດລາວ​ອົກ​ຊີ ​ ຫລື ທ່ານ​ໃດ​ທີ່ຢູ່​ໄກ​ແຕ່​ຢາກ​ຊີມ ກໍ່​ສາມາດ​ສັ່ງ​ໄດ້​ຜ່ານ​ເບີ​ໂທ 02098251928 ເພາະ​ເຮົາ​ສົ່ງ​ຮອດ​ບ້ານ​.

ຂຽນໂດຍ: ມາລີດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments