Saturday, September 21, 2024
Homeຂ່າວພາຍໃນເມືອງຄູນຄໍາ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມຕາມການປະເມີນເບື້ອງຕົ້ນ 111,8 ຕື້ກວ່າກີບ

ເມືອງຄູນຄໍາ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມຕາມການປະເມີນເບື້ອງຕົ້ນ 111,8 ຕື້ກວ່າກີບ

ຕາມການລາຍງານຂອງ ຄະນະກໍາມະການຄຸ້ມຄອງໄພພິບັດເມືອງຄູນຄໍາ ແຂວງຄໍາມ່ວນ ໃນວັນທີ 15 ສິງຫາ 2023 ນີ້ວ່າ: ນັບແຕ່ມື້ນໍ້າຖ້ວມຈົນມາຮອດປັດຈຸບັນ ເມືອງຄູນຄໍາ ຢູ່ໃນໄລຍະນໍ້າບົກແຫ້ງ ເຊິ່ງເຫັນວ່າ ເນື້ອທີ່ທຳການຜະລິດ ແລະ ຂົງເຂດອື່ນໆ ໄດ້ຮັບຜົນກະທົບຈາກນໍ້າຖ້ວມເສຍຫາຍຕາມການປະເມີນເບື້ອງຕົ້ນ 111,8 ຕື້ກວ່າກີບ. ໃນນັ້ນ, ຂົງເຂດກະສິກໍາ ແລະ ປ່າໄມ້ ເສຍຫາຍ 104 ຕື້ກວ່າກີບ (ການປູກຝັງ ເສຍຫາຍ 92,7 ຕື້ກວ່າກີບ, ດ້ານກົນຈັກກະສິກໍາ 619 ລ້ານກວ່າກີບ, ດ້ານການລ້ຽງສັດ ແລະ ການປະມົງ 11,3 ຕື້ກວ່າກີບ, ດ້ານຊົນລະປະທານ 160 ລ້ານກີບ; ຂົງເຂດໂຍທາທິການ ແລະ ຂົນສົ່ງ ຄາດຄະເນມູນຄ່າເສຍຫາຍ 5,7 ຕື້ກວ່າກີບ(ລວມມີເສັ້ນທາງ 6 ເສັ້ນ, ຄວາມຍາວ 33.702 ກິໂລແມັດ); ຂົງເຂດສຶກສາທິການ ແລະ ກິລາ ເສຍຫາຍ 451 ລ້ານກວ່າກີບ; ຂົງເຂດອຸດສະຫະກຳ ແລະ ການຄ້າ ຄາດຄະເນມູນຄ່າເສຍຫາຍ 658 ລ້ານກີບ ແລະ ຂົງເຂດສາທາລະນະສຸກ ຄາດຄະເນມູນຄ່າເສຍຫາຍ 270 ລ້ານກີບ.

ສໍາລັບການຊ່ວຍເຫລືອບັນເທົາທຸກ ຈາກພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ບໍລິ ສັດ, ຫ້າງຮ້ານ, ມູນນິທິຕ່າງໆ ແລະ ສັງຄົມ ແຕ່ວັນທີ 4 ສິງຫາ 2023 ມາຮອດປັດຈຸບັນ ມີມູນຄ່າທັງໝົດ 3,3 ຕື້ກວ່າກີບ, ເງິນສົດ 296 ລ້ານກວ່າກີບ. ນອກຈາກນັ້ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຈັດແບ່ງເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ນໍ້າດື່ມ, ອາຫານແຫ້ງທີ່ພາກລັດ ແລະ ເອກະຊົນ, ບັນດາບໍລິສັດ, ຫ້າງຮ້ານ, ມູນນິທິຕ່າງໆ ໃຫ້ການຊ່ວຍເຫລືອເຊິ່ງມີເຂົ້າສານຈຳນວນ 32 ໂຕນ, ນໍ້າດຶ່ມ ແລະ ອາຫານແຫ້ງເປັນຈຳນວນຫລວງຫລາຍ ທີ່ມອບເຂົ້າສູນບໍລິຈາກຂອງເມືອງ ແລະ ໄດ້ລົງແຈກຢາຍໃຫ້ປະຊາຊົນທີ່ຢູ່ໃນສອງສູນ ແລະ 14 ບ້ານໄດ້ສຳເລັດ. ນອກນັ້ນ, ຍັງມີຫົວໜ່ວຍທຸລະກິດພາກເອກະຊົນ, ບຸກຄົນ, ນິຕິບຸກຄົນ ລົງມອບເຄື່ອງຊ່ວຍເຫລືອ ດ້ວຍຕົນເອງໃຫ້ປະຊົນທີ່ຖືກນໍ້າຖ້ວມໃນ 14 ບ້ານຕື່ມອີກ. ພ້ອມກັນນັ້ນ, ພະແນກສາທາແຂວງຄຳມ່ວນ ໄດ້ນຳເອົາລົດຜະລິດນໍ້າສະອາດຈຳນວນ 2 ຄັນ ມາຜະລິດນໍ້າແຈກຢາຍໃຫ້ປະຊາຊົນໄດ້ທັງໜົດ 300.000 ລິດ, ຈໍານວນ 10 ບ້ານ.

ທົ່ວເມືອງຄູນຄໍາ ມີບັນດາບ້ານທີ່ຖືກນໍ້າຖ້ວມທັງໝົດ 14 ບ້ານ, ມີພົນລະເມືອງ 12.767 ຄົນ, ຍິງ 6.320 ຄົນ, ມີ 2.575 ຫລັງຄາ, ມີ 2.812 ຄອບຄົວ, ບ້ານທີ່ຖືກນໍ້າຖ້ວມໜັກກວ່າໝູ່ປະກອບມີ: ບ້ານກອງລໍ, ບ້ານອໍ້, ບ້ານກູບ, ນາກາຍ, ນາຄໍາ, ໂພນແຍງ, ບ້ານແກ້ງ, ມ່ວງນໍ້າສາງ ແລະ ບ້ານຄູນມະນີ (ຄຸ້ມໂພນທອງ-ໜອງຮາງເກົ່າ). ສໍາລັບເຫດການດິນເຊາະເຈື່ອນ ເຊິ່ງມີລົດຕົກຄ້າງ 110 ຄັນ, ດິນເຈື່ອນທັບຖົມ 6 ຄັນ, ຕົກເຫວ 5 ຄັນ ແລະ ມີຄົນຕົກຄ້າງ 68 ຄົນ ແລະ ເຈົ້າໜ້າທີ່ໄດ້ນຳພາລົງມາເຂດປອດໄພ ແລະ ໄດ້ກັບຄືນຄອບຄົວແລ້ວ, ໄດ້ການເກັບກຳຂໍ້ມູນທະບຽນລົດທັງໝົດ 83 ຄັນ. ໃນນັ້ນ, ມີລົດປ້າຍລາວ 50 ຄັນ, ລົດປ້າຍຫວຽດ 33 ຄັນ (ຂໍມູນລະອຽດນຳເຈົ້າໜ້າທີ ປກສ ເມືອງ) ສ່ວນລົດທີ່ຍັງເຫລືອບໍ່ສາມາດເກັບກໍາປ້າຍໄດ້. ປັດຈຸບັນ, ມີຄົນມາແຈ້ງທະບຽນລົດ ຕໍ່ເຈົ້າໜ້າທີ່ຈຳນວນຫລາຍ ແຕ່ຍັງບໍ່ທັນເຄື່ອນຍ້າຍລົດໄດ້ ເນື້ອງຈາກສະພາບເສັ້ນທາງຍັງມີຄວາມຫຍຸ້ງຍາກ.

ສໍາລັບ ສາຍຕາຂ່າຍໄຟຟ້າ ແຕ່ເມືອງຄຳເກີດ ຫາ ເມືອງຄູນຄຳ ຈຸດພຸໄຮ ເຊາະເຈື່ອນທັບ ມີປະມານ 8,10 Km (ບໍ່ສາມາດປະເມີນລາຄາໄດ້) ເຮັດໃຫ້ໄຟຟ້າບໍ່ສາມາດໃຊ້ໄດ້ໃນທົ່ວເມືອງ, ໜໍ້ນັບໄຟທີ່ເສຍຈາກນໍ້າຖ້ວມ 14 ບ້ານ ເສຍຫາຍທັງໝົດ 332 ໜ່ວຍ, ຄິດປັນມູນຄ່າປະມານ 106 ລ້ານກວ່າກີບ. ປັດຈຸບັນ, ສາມາດຊົມໃຊ້ໄຟຟ້າໄດ້ແລ້ວຈຳນວນ 6 ບ້ານຄື: ບ້ານຄູນຄຳ, ຄູນແກ້ວ, ນາຂາມ, ບ້ານກາງ, ນໍ້າສະນາມ ແລະ ບ້ານພູຊາດ.

ພ້ອມກັນນີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຍັງໄດ້ສະເໜີຂັ້ນເທິງຊ່ວຍປຸກລະດົມເຄື່ອງອຸປະໂພກ-ບໍລິໂພກໃນທົ່ວສັງຄົມ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ເປັນຕົ້ນ ອາຫານ, ເຂົ້າສານ, ນໍ້າດື່ມ, ຢາປົວພະຍາດ, ເຄື່ອງນຸ່ງຫົ່ມ ອື່ນໆທີ່ຈໍາເປັນ; ຊ່ວຍແກ້ໄຂບັນຫາການຕິດຕໍ່ສື່ສານ ໂດຍສະເພາະສັນຍານໂທລະສັບ ໃຫ້ກັບຄືນສູ່ສະພາບປົກກະຕິ, ເພີ່ມກົນຈັກໜັກ, ພ້ອມດ້ວຍວິຊາການຄົມມະນາຄົມ ມາປຸກທະລຸເສັ້ນທາງພູໄຮ ຈຸດດິນເຈື່ອນ ໃຫ້ນຳໃຊ້ໄດ້ໂດຍໄວ, ສະໜອງຢາປົວພະຍາດ ໂດຍສະເພາະພະຍາດຖອກທ້ອງ, ຕີນເປື່ອຍ ແລະ ຢາອື່ນໆ.

#Medialaos#ມີເດຍລາວ#Khammouane News #ນໍ້າຖ້ວມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments