Friday, October 18, 2024
Homeຂ່າວຕ່າງປະເທດສປ ຈີນ ປັບຫລຸດອັດຕາດອກເບ້ຍ ຄັ້ງທຳອິດ ໃນຮອບ 10 ເດືອນ

ສປ ຈີນ ປັບຫລຸດອັດຕາດອກເບ້ຍ ຄັ້ງທຳອິດ ໃນຮອບ 10 ເດືອນ

ອ້າງຕາມຂ່າວປັກກິ່ງ ຂອງຈີນ ວັນທີ 20 ມິຖຸນາ ຈີນ ໄດ້ປັບຫລຸດອັດຕາດອກເບ້ຍເງິນກູ້ຢືມເປັນຄັ້ງທຳອິດ ໃນຮອບ 10 ເດືອນ ເພື່ອຊອກຫາວິທີກະຕຸ້ນການຟື້ນຟູເສດຖະກິດທີ່ຊ້າລົງ. ຄາດວ່າຈະມີມາດຕະການກະຕຸ້ນເສດຖະກິດເພີ່ມຂຶ້ນຕື່ມອີກ. ທະນາຄານປະຊາຊົນຈີນ ຊຶ່ງເປັນທະນາຄານກາງ ໄດ້ປະກາດຫລຸດອັດຕາດອກເບ້ຍເງິນກູ້ລູກຄ້າຊັ້ນດີ (loan prime rate) ໃນໄລຍະເວລາ 1 ປີ ຫລຸດລົງ 0,10% ເຫລືອ 3,55% ແລະ ໄລຍະເວລາ 5 ປີ ຫລຸດລົງ 0,10% ເຫລືອ 4,20% ຫລັງຈາກທີ່ໄດ້ປັບຫລຸດອັດຕາດອກເບ້ຍເງິນກູ້ໄລຍະສັ້ນ ແລະ ໄລຍະກາງເມື່ອອາທິດຜ່ານມາ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ: ທະນາຄານກາງຈີນ ຈະອອກມາດຕະການຫລຸດຜ່ອນທາງດ້ານການເງິນໃນຮອບໃໝ່ເພື່ອກະຕຸ້ນການຟື້ນຕົວ ທາງເສດຖະກິດຫລັງຈາກຜ່ານພົ້ນໂຄວິດ-19 ທີ່ເຮັດໃຫ້ການຟື້ນຕົວຊ້າລົງ ແລະ ມີການຂັບເຄື່ອນທີ່ດີໃນໄຕມາດທຳອິດ ຂອງປີນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments