Tuesday, October 22, 2024
Homeຂ່າວກິລາໝາຍເວ ຊຸກຍູ້ຊຸດກິລາ ໃຫ້ນັກກິລາບານເຕະຄົນພິການຕາ ຮ່ວມ ອາຊຽນ ພາຣາເກມ

ໝາຍເວ ຊຸກຍູ້ຊຸດກິລາ ໃຫ້ນັກກິລາບານເຕະຄົນພິການຕາ ຮ່ວມ ອາຊຽນ ພາຣາເກມ

ບໍລິສັດ ໝາຍເວ ຫຼື My WAY ຜູ້ຜະລິດ ແລະ ຈໍາໜ່າຍເຄື່ອງກິລາພິມລາຍ ທີ່ໄດ້ຄຸນນະພາບສູງ ແລະ ເປັນອີກໜຶ່ງຜະລິດຕະພັນຂອງຄົນລາວເຮົາເອງ ໄດ້ມອບເຄື່ອງກິລາເກືອບ 30 ຊຸດ ໃຫ້ແກ່ທັບນັກກິລາບານເຕະຄົນພິການຕາທີມຊາດລາວ ເພື່ອເຂົ້າຮ່ວມການແຂ່ງຂັນເຕະບານ ງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ 2023 ທີ່ຣາຊະອານາຈັກກຳປຸເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023.

ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 31 ພຶດສະພາ ຜ່ານມາ ທີ່ສະໜາມບິນສາກົນ ວັດໄຕ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຕາງໜ້າມອບໂດຍ ທ່ານ ນາງ ນາລິນ ສິດທິສັກ ຜູ້ຈັດການ ບໍລິສັດ ໝາຍເວ ເສື້ອກິລາພິມລາຍ ແລະ ກ່າວຮັບແມ່ນ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ມີທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກິລາຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໃຫ້ສຳພາດວ່າ: ໃນການເຂົ້າຮ່ວມແຂ່ງຂັນງານກິລາ ອາຊຽນ ພາຣາເກມ ທາງສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ໄດ້ມີການກະກຽມຄວາມພ້ອມເດືອນປາຍ ຊຶ່ງທຸກຄົນມີຄວາມພ້ອມດີພໍສົມຄວນ ແລະ ສາມາດເວົ້າໄດ້ວ່ານັກກິລາທຸກຄົນເກີນຮ້ອຍເປີເຊັນ ຊຶ່ງເປົ້າໝາຍຂອງພວກເຮົາແມ່ນຫວັງທີ່ຫຼຽນຄຳ ບໍ່ແມ່ນຫຼຽນເງິນ ແຕ່ວ່າຈະໃຫ້ໄດ້ສົມຄວາມມຸ້ງມາດປາດຖະໜາ ຫຼື ບໍ່ນັ້ນ ຂໍໃຫ້ທຸກທ່ານຕິດຕາມ ແລະ ເປັນກຳລັງໃຈໃຫ້ນັກກິລາພວກເຮົາສູ້ຕໍ່ໄປ ກ່ອນອື່ນກໍຂໍຝາກໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຊາວລາວ ເປັນກຳລັງສົ່ງແຮງໃຈແຮງເຊຍໃຫ້ຄະນະນຳ, ຄູຝຶກ ແລະ ນັກກິລາຂອງພວກເຮົາ ດ້ວຍການເປັນທ່າແຮງອີກສ່ວນໜຶ່ງ ເພື່ອສະໜັບສະໜູນນັກກິລາຂອງພວກເຮົາ ເພື່ອບັນລຸເປົ້າໝາຍທີ່ວາງໄວ້.

ສຳລັບການແຂ່ງຂັນກິລາບານເຕະ ຄົນພິການຕາ ໃນງານກິລາອາຊຽນ ພາຣາເກມ ມີນັກກິລາຈາກ 4 ຊາດ ໃນອາຊຽນເຂົ້າຮ່ວມແຂ່ງຂັນ ປະກອບມີ ແຊ໋ມເກົ່າ ໄທ, ມາເລເຊຍ, ລາວ ແລະ ເຈົ້າພາບ ກຳປູເຈຍ ຊຶ່ງການແຂ່ງຂັນດັ່ງກ່າວ ໃນຮອບຄັດເລືອກ ທັງ 4 ຊາດ ຈະໄດ້ແຂ່ງຂັນພົບກັນໝົດຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດ ອັນດັບທີ 1-2 ຜ່ານເຂົ້າຊີງຫຼຽນຄຳ ແລະ ອັນດັບທີ 3-4 ໄປຊີງຫຼຽນທອງ ລາຍການນີ້ ໃນວັນທີ 3 ມິຖຸນາ ຈະມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ຈາກນັ້ນ ໃນວັນທີ 4 ມິຖຸນາ 2023 ກໍຈະເລີ່ມແຂ່ງຂັນເປັນທາງການ ສ່ວນ ທີມຊາດລາວ ຈະພົບກັບ ຊາດໃດນັ້ນ ຈະຂໍລາຍງານໃຫ້ທ່ານຊາບຕື່ມອີກ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments