Saturday, September 28, 2024
Homeຂ່າວຕ່າງປະເທດອາຊີ-ປາຊີຟິກ ປຶກສາຫາລືກ່ຽວກັບການພັດທະນາພື້ນຖານໂຄງລ່າງດີຈີຕອນ

ອາຊີ-ປາຊີຟິກ ປຶກສາຫາລືກ່ຽວກັບການພັດທະນາພື້ນຖານໂຄງລ່າງດີຈີຕອນ

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບອົງການໂທລະຄົມ ມະນາຄົມພາກພື້ນອາຊີ-ປາຊີຟິກ (APT) ຈັດກອງປະຊຸມກຸ່ມຖະແຫລງຂ່າວຄວາມຖີ່ວິທະຍຸຂອງ APT ຄັ້ງທີ 31 (AWG-31) ​ໃນ​ລະຫວ່າງ ວັນທີ 22-26 ພຶດສະພານີ້ ຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກ ດ້ວຍການເຂົ້າຮ່ວມຂອງຜູ້ແທນ ຫລາຍກວ່າ 500 ຄົນ ​ເພື່ອປຶກສາຫາລືຫລາຍບັນຫາສຳຄັນໃນການຄຸ້ມຄອງຄວາມຖີ່ ​ໂດຍ​ສະ​ເພາະຊອກຫາຄວາມຖີ່ທີ່ມີ ຄວາມສາມາດບົ່ມຊ້ອນ 6G; ເຕັກໂນໂລຊີ 6G; ເປີດກວ້າງຄວາມຖີ່ໃຫ້ແກ່ອິນເຕີເນັດ wifi, ເຕັກໂນໂລຊີ 5G; ແບ່ງປັນມາດຕະການແກ້ໄຂກ່ຽວກັບກວດພົບ ແລະ ຕ້ານສະຖານນີສົ່ງສັນຍານປອມ; ນຳໃຊ້ຄວາມຖີ່ ລວມລະຫວ່າງບັນດາເຄືອຂ່າຍ ໂທລະສັບມືຖື.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments