Tuesday, September 24, 2024
Homeຂ່າວການເມືອງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງກາວບັງ ແລະ...

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງກາວບັງ ແລະ ແຂວງລາງເຊີນ

ວັນທີ 16-17 ພຶດສະພາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ, ໃນໂອ ກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຮວາງ ຊວນ ແອ່ງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກາວບັ່ງ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ.

ໂອກາດນີ້ສະຫາຍ ສະຫາຍ ຮວາງ ຊວນ ແອ່ງ ກໍໄດ້ລາຍງານກ່ຽວກັບ ສະພາບລວມ ຂອງແຂວງນັບທັງສະພາບການພັດທະນາເສດຖະກິດສັງຄົມຂອງແຂວງ ໃນໄລຍະ ຜ່ານມາ, ແຂວງກາວບັ່ງເປັນແຂວງທີ່ຕັ້ງຢູ່ເຂດພູດອຍມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ ມີພົນລະ ເມືອງ 5 ແສນກວ່າຄົນສ່ວນໃຫຍ່ແມ່ນຊົນເຜົາໄຕ ແລະ ຊົນເຜົານົງກວມເອົາ 78 ສ່ວນຮ້ອຍ ບໍ່ມີຊາຍແດນຕິດກັບບັນດາແຂວງຂອງລາວ, ສະຫາຍຍັງໄດ້ລາຍງານໃຫ້ຊາບວ່າໃນໄລຍະຜ່ານມາເຖີງແມ່ນວ່າແຂວງບໍ່ມີຊາຍແດນຕິດກັບລາວແຕ່ລູກຫຼານຂອງຊາວແຂວງກາວບັງກໍໄດ້ປະ ກອບສ່ວນເຂົ້າໃນການຊ່ວຍເຫຼືອການປະຕິວັດລາວໂດຍສະເພາະແມ່ນທະຫານອາສາສະໝັກຫວຽດນາມຊ່ວຍລາວໃນປາງສົງຄາມຕ້ານຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່, ໃນຈຳນວນທະຫານອາສາສະໝັກຊ່ວຍການປະຕິດວັດລາວໄດ້ມີລູກຫຼານຊາວແຂວງກາວບັ່ງມີຊັ້ນນາຍພົນ 8 ຄົນ ແຂວງດັ່ງກ່າວມີຄວາມມຸ່ງມາດປາດຖະໜາຢາກຮ່ວມມືກັບບັນດາແຂວງຂອງລາວໂດຍສະເພາະແມ່ນແຮກສ່ຽວກັບບັນດາແຂວງທີ່ມີພູມສັນຖານໃກ້ຄຽງກັນ. ນອກຈາກນີ້, ສະ ຫາຍເຈົ້າແຂວງຍັງໃຫ້ຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ສະຫາຍເອກອັກຄະລັດຖະ ທູດມາດຳລົງຕຳແໜ່ງຢູ່ ສສ ຫວຽດນາມຈະເປັນຂົວຕໍ່ໃນການປະສານງານ ລະ ຫວ່າງ ສອງປະເທດເວົ້າລວມ, ເວົ້າສະເພາະແມ່ນແຂວງກາວບັ່ງ ແລະ ບາງທ້ອງຖິ່ນຂອງລາວ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການ ພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງແຂວງຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາມາດໃນການຊີ້ນຳ- ນຳພາຂອງອົງ ຄະນະພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວ ຂອງ ປະຊາຊົນ ແຂວງກາວບັ່ງ. ພ້ອມນັ້ນສະຫາຍຍັງໄດ້ຕີລາຄາສູງຕໍ່ສາຍພົວພັນສອງປະເທດລາວຫວຽດນາມໂດຍສະ ເພາະແມ່ນແຂວງກາວບັ່ງຊື່ງໃນໄລຍະຜ່ານມາໄດ້ມີການປະກອບສ່ວນເຂົ້າໃນການປະຕິວັດຂອງລາວ, ສຳລັບແຜນການແລະທິດທາງຂອງແຂວງທີ່ຢາກມີການຮ່ວມມືກັບບັນດາແຂວງຂອງລາວນັ້ນ ສະຫາຍໄດ້ແນະນຳແຂວງກາວບັ່ງຊອກຫາຄູ່ຮ່ວມໂດຍສະເພາະແມ່ນແຂວງທີ່ມີພູມສັນຖານຄ້າຍຄືກັນເຊັ່ນເປັນເຂດທີ່ໝັ້ນປະຕິວັດຫຼືແຂວງທີ່ມີແຫຼງທ່ອງທ່ຽວອາດຈະເປັນແຂວງຫົວພັນ ແລະ ແຂວງຫຼວງພະບາງຂອງ ສປປ ລາວເພື່ອຮ່ວມມືນຳກັນໃນອານາຄົດອັນໃກ້ນີ້.

ໂອກາດເຄື່ອນໄຫວ່ຢ້ຽມຢາມແລະເຮັດວຽກຢູ່ແຂວງກາວບັ່ງໃນຄັ້ງນີ້, ວັນທີ 17 ພືດສະພາ ຄະນະໄດ້ພົບປະ ແລະ ເຮັດວຽກກັບສະມາຄົມມິດຕະພາບຫວຽດ ນາມ-ລາວແຂວງກາວບັ່ງໂດຍການເຂົ້າຮ່ວມຂອງສະຫາຍ ເລ ຫາຍ ຮວ່າ, ກຳມະການພັກແຂວງ, ເຈົ້າຄອງນະຄອນກາວບັງ, ແຂວງກາວບັງ, ປະທານສະມາ ຄົມມິດຕະພາບຫວຽດນາມ-ລາວແຂວງກາວບັ່ງ ມີການນຳພະແນກການຕ່າງປະເທດ, ມີປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກາວບັງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວຂັ້ນສູນກາງເຂົ້າຮ່ວມ.

ໃນການພົບປະຄັ້ງນີ້ ສະມາຄົມມິດຕະ ພາບຫວຽດນາມ-ລາວແຂວງກາວບັ່ງໄດ້ລາຍງານໂດຍຫຍໍ້ກ່ຽວກັບການສ້າງຕັ້ງສະມາຄົມ ເລີ່ມສ້າງຕັ້ງມາແຕ່ປີ 2013 ມີສະມາຊິກທັງໝົດ 150 ຄົນ ໃນໄລຍະຜ່ານມາໄດ້ຮັບຫຼຽນໄຊແລະການຍ້ອງຍໍຈາກລາວຫຼາຍສະຫາຍເຊັ່ນ: ຫຼຽນໄຊອິດສະຫຼະ 44 ສະຫາຍ, ຫຼຽນໄຊຊະ ນະເລີດ 81 ສະຫາຍ, ຫຼຽນໄຊພິລິອາດຫານຕ້ານຈັກກະພັດຝຣັ່ງ 5 ສະຫາຍ, ຫຼຽນໄຊພິລະອາດຫານຕ້ານ ອາເມລິກາ 71 ສະ ຫາຍ ແລະ ມີ 19 ຊ່ຽວຊານບັນດາຂະ ແໜງການຊ່ວຍລາວ. ພ້ອມດຽວກັນນັ້ນສະຫາຍ ດາມ ວັນ ແອງ, ອະດີດຮອງເລຂາພັກແຂວງ,ອາດີດ ປະທານສະພາປະຊາຊົນແຂວງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກາວບັງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງສາຍພົວພັນມິດຕະພາບຫວຽດ ນາມ- ລາວ ນັບແຕ່ສະໄໝດຶກດຳບັນຈົນສືບທອດມາຮອດປັດຈຸບັນໂດຍມີປະທານໂຮຈີມິນຜູ້ຍິ່ງໃຫຍ່,ປະທານໄກສອນ ພົມ ວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ລິເລີ່ມ. ເພື່ອເຮັດໃຫ້ສາຍພົວພັນດັ່ງກ່າວໄດ້ມີຄວາມໝາຍເລີກເຊີ່ງ ແລະ ເຮັດໃຫ້ປະຊາຊົນທັງສອງປະເທດໄດ້ຮັບຮູ້ກ່ຽວກັບສາຍພົວພັນຂອງແຂວງກາວບັງກັບ ສປປ ລາວ ເລີກເຊີ່ງກວ່າເກົ່ານັ້ນ, ມາຮອດປີ 2022, ສະມາຄົມມິດຕະພາບຫວຽດນາມ-ລາວແຂວງກາວບັ່ງ ຈຶ່ງໄດ້ຂຽນປື້ມ ໃນຫົວຂໍ້ “ ລູກຫຼານຊາວແຂວງກາວບັງຊ່ວຍການປະຕິວັດລາວ “. ມາຮອດປັດຈຸບັນແມ່ນກະກຽມພິມຈໍາໜ່າຍ, ພ້ອມດຽວກັນນັ້ນສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກາວບັ່ງໄດ້ສະເໜີໃຫ້ສະຖານທູດເປັນຂົວຕໍ່ໃນການປະສານງານ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ສະມາຄົມພ້ອມທັງຄະນະປະສານງານອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຊ່ວຍການປະຕິວັດລາວໄດ້ໄປແລກປ່ຽນ ແລະ ຢ້ຽມຢາມ ສປປ ລາວ, ສະເໜີຂໍຄວາມຮ່ວມມືກັບບາງແຂວງເພື່ອແຮກສ່ຽວນຳກັນ, ສະເໜີໃຫ້ສະຖານທູດຊ່ວຍແປປື້ມທີ່ທາງສະມາຄົມກຳລັງຮຽບຮຽງເພື່ອພິມເປັນສອງພາສາທັງລາວ ແລະ ຫວຽດນາມ,ໂອກາດນີ້, ສະຫາຍແສງເພັດ ຮຸ່ງບຸນຍວງ ເອກອັກຄະລັກຖະທູດ ໄດ້ຕີລາສູງຕໍ່ການນຳແຂວງກໍຄືບັນດາອົງການຈັດຕັ້ງມິດຕະ ພາບແຂວງກາວບັ່ງໄດ້ເອົາໃຈໃສ່ຄົ້ນຄວ້າໃນການເພີ່ມພູນສາຍພົວພັນມິດຕະພາບລາວ-ຫວຽດນາມເປັນຂໍ້ມູນທີ່ດີໃຫ້ແກ່ປະຊາຊົນສອງຊາດໂດຍສະເພາະແມ່ນຄົນຮຸ່ນໜຸ່ມໄດ້ສຶກສາຄົ້ນຄວ້າຮຽນຮູ້ປະຫວັດສາຍພົວພັນລາວ-ຫວຽດນາມໃຫ້ເລີກເຊີ່ງກວ່າເກົ່າ, ພ້ອມກັນນັ້ນສະຫາຍເອກອັກຄະລັດຖະທູດຍັງໄດ້ຢືນຢັນວ່າຈະຮັບເອົາຄຳສະ ເໜີຂອງສະມາຄົມໄປພິຈາລະນາເພື່ອໃຫ້ບັນລຸຕາມການສະເໜີຂອງສະມາຄົມ.

ນອກຈາກນັ້ນ, ຄະນະກໍໄດ້ໄປຢ້ຽມຢາມຄອບຄົວລູກຫຼານຂອງທ່ານພົນຈັດຕະວາຈູເຟືອງເດີ່ຍ, ອາດີດຫົວໜ້າຄະນະທະຫານອາສາສະໝັກຊ່ວຍລາວໃນປີ 1981-1988.

ໃນວັນທີ 18 ພຶດສະພາ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາງເຊີນ, ໃນການພົບປະ ແລະ ຕ້ອນຮັບໃນຄັ້ງນີ້ສະຫາຍນາງ ດວານ ທູ ຮ່າ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງລາງເຊີນກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງໃນການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ງແຂວງລາງເຊີນຂອງຄະນະ ທ່ານຮອງເຈົ້າແຂວງໄດ້ລາຍງານໃຫ້ຊາບວ່າແຂວງເປັນແຂວງນ້ອຍມີພົນລະເມືອງໜ້ອຍ, ຊົນເຜົາໄຕ ແລະ ນຸງກວມ 75%ຂອງພົນລະເມືອງຂອງແຂວງພ້ອມກັນນັ້ນກໍໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາໃຫ້ຄະນະຊາບ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ລາຍງານສະພາບການສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງສອງປະເທດລາວ-ຫວຽດນາມປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບຄົບຮອບ 45 ປີ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນ ແລະ ການຈະເລີນເຕີບໂຕທາງດ້ານເສດ ຖະກິດຂອງແຂວງລາງເຊີນໃນໄລຍະຜ່ານມາໂດຍສະເພາະແມ່ນການເກັບລາຍຮັບຈາກການນຳເຂົ້າສົ່ງອອກຢູ່ດ່ານສາກົນມິດຕະພາບຂອງແຂວງພາຍຫຼັງຄວບຄຸມໂຄວິດ-19ໄດ້ ແລະ ເປີດດ່ານໄປມາຫາສູ່ກັນລະຫວ່າງບັນດາປະເທດ, ຫວັງວ່າໃນອານາຄົດແຂວງລາງເຊີນຈະນັບມື້ໄດ້ຮັບລາຍໄດ້ສູງກວ່າເກົ່າ. ພ້ອມດຽວກັນນັ້ນ ສະຫາຍ ເອກອັກຄະລັດຖະທູດ ຍັງຫວັງຢ່າງຍິ່ງວ່າໃນອະນາຄົດແຂວງລ້າງເຊີນຈະເປີດໂອກາດໃຫ້ສິນຄ້າລາວໄດ້ເຂົ້າມາສູ່ຕະຫຼາດຂອງແຂວງລ້າງເຊີນ ແລະ ມີຄວາມເຊື່ອໝັ້ນວ່າໃນອານາຄົດລະຫວ່າງແຂວງລ້າງເຊິນ ແລະ ບາງແຂວງຂອງລາວຈະໄດ້ມີການແຮກສ່ຽວນຳກັນເພື່ອພ້ອມກັນແລກປ່ຽນບົດຮຽນ, ປະສົບການໃນການຄຸ້ມຄອງບໍລິຫານລັດ-ຄຸ້ມຄອງສັງຄົມໂດຍສະເພາະການຄຸ້ມຄອງດ່ານສາກົນທີ່ທາງແຂວງລ້າງເຊິນມີບົດຮຽນສູງ.

ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments