Saturday, September 21, 2024
Homeຂ່າວພາຍໃນກະຊວງແຜນການ ແລະ ການລົງທຶນ ແລະ ອົງການຢູນີເຊັບ ປະຈຳ ສປປລາວ ຢ້ຽມຢາມແຜນງານນະໂຍບາຍສັງຄົມ ຢູ່ 3 ບ້ານ ແຂວງຊຽງຂວາງ

ກະຊວງແຜນການ ແລະ ການລົງທຶນ ແລະ ອົງການຢູນີເຊັບ ປະຈຳ ສປປລາວ ຢ້ຽມຢາມແຜນງານນະໂຍບາຍສັງຄົມ ຢູ່ 3 ບ້ານ ແຂວງຊຽງຂວາງ

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການຢູນີເຊັບ ນຳໂດຍ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ, ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການ ສປຊ ສຳລັບເດັກ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ແຂວງຊຽງຂວາງ ໄດ້ເຄື່ອນໄຫວຕິດຕາມວຽກງານສົ່ງເສີມສິດທິເດັກ ຢູ່ບ້ານນາໄຊ, ໂພນໄຊ ແລະ ບ້ານອົ້ມ (ຄຸ້ມຂົວຍາວ) ເມືອງຄູນ ແຂວງຊຽງຂວາງ ໃນວັນທີ 21 ເມສາ 2023 ເພື່ອກະກຽມສະເຫຼີມສະຫຼອງຄົບຮອບ 50 ປີ ຂອງອົງການຢູນິເຊັບ ໃນ ສປປ ລາວ.

ໃນການຢ້ຽມຢາມບ້ານໂພນໄຊ ຄະນະຜູ້ແທນໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອເດັກນ້ອຍພິການຢູ່ແຂວງຊຽງຂວາງ ໂດຍສະເພາະກຸ່ມຍຸ່ນ ເມືອງຄູນ ຈາກຜູ້ປະສານງານໂຄງການໂດຍຊີ້ໃຫ້ເຫັນວ່າ: ນັບແຕ່ປີ 2019 ເປັນຕົ້ນມາໄດ້ຮ່ວມກັບພະແນກສາທາລະນະນະສຸກແຂວງ, ສູນການແພດຟື້ນຟູໜ້າທີ່ການ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ຝຶກອົບຮົມໃຫ້ອໍານາດການປົກຄອງບ້ານ, ຜູ້ປະສານງານຂັ້ນບ້ານ ແລະ ຜູ້ປົກຄອງ ຈໍານວນ 13 ບ້ານເປົ້າໝາຍ ມີເດັກນ້ອຍພິການຈໍານວນ 50 ກວ່າຄົນ ພ້ອມທັງແຕ່ງຕັ້ງຜູ້ປະສານງານ ເພື່ອເຮັດໜ້າທີ່ເກັບກຳຂໍ້ມູນ, ຕິດຕາມຊຸກຍູ້ຜູ້ປົກຄອງເດັກໃນການເບີ່ງແຍງດູແລ, ຟື້ນຟູບໍາບັດສຸຂະພາບຂອງເດັກຜູ້ພິການ. ຜ່ານການຈັດຕັ້ງປະຕິບັດໂຄງການນີ້ສາມາດຊ່ວຍໃຫ້ເດັກນ້ອຍພິການໄດ້ເຂົ້າຮຽນແລ້ວ 30 ຄົນ, ນໍາສົ່ງເດັກນ້ອຍພິການເຂົ້າຝຶກອົບຮົມວິຊາຊີບ, ສໍາເລັດການຝຶກອົບຮົມການສິດສອນຮຽນຮ່ວມໃຫ້ແກ່ຄູອາຈານສອນ ຈໍານວນ 54 ຄົນ ເຮັດໃຫ້ເດັກນ້ອຍພິການສ່ວນຫລາຍມີທ່າກ້າວທີ່ດີຫລາຍຂື້ນ. ສ່ວນບ້ານເປົ້າໝາຍໃໝ່ທີ່ໄດ້ສໍາເລັດການຝຶກອົບຮົມປະກອບມີ 10 ມີເດັກພິການ 75 ຄົນ. ນອກຈາກນີ້ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມຄອບຄົວເດັກພິການທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຢູນີເຊັບ ຜ່ານແຜນງານປົກປ້ອງເດັກ ໂຄງການການດູແລ ແລະ ຊ່ວຍເຫລືອເດັກພິການ. ໂຄງການດັ່ງກ່າວເປັນໂຄງການສໍາຄັນໃນການປົກປ້ອງສິດທິຂອງເດັກນ້ອຍ ແລະ ເປັນໂຄງການທົດລອງ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານ Australian NGO Cooperation Program ເຊິ່ງໂຄງການນີ້ເເມ່ນເນັ້ນໜັກໃສ່ການສະໜັບສະໜູນເດັກນ້ອຍທີ່ພິການ ແລະ ຄອບຄົວຂອງພວກເຂົາ. ຈາກນັ້ນຄະນະຜູ້ແທນໄດ້ໄປສັງເກດການເດີນສຳຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ທີ່ບ້ານ ນາໄຊ, ເມືອງຄູນ ເພື່ອສັງເກດຂະບວນການເກັບກຳຂໍ້ມູນຂໍ້ມູນ ສຳລັບ LSIS III. ຜົນຈາກການສໍາຫຼວດຄັ້ງນີ້ຈະຊ່ວຍໃຫ້ລັດຖະບານ ສປປ ລາວ ແລະ ອົງການຢູນີເຊັບ ອອກແບບນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວ, ພ້ອມທັງປະກອບສ່ວນເຂົ້າໃນການປະເມີນຄວາມຄືບໜ້າຂອງເປົ້າໝາຍພັດທະນາຊັບພະຍາກອນມະນຸດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເເລະ ເປົ້າໝາຍການພັດທະນາແບບຍືນຍົງ. ໃນວັນດຽວກັນນີ້ຄະນະຜູ້ແທນຍັງໄດ້ຢ້ຽມຢາມບ້ານອົ້ມ (ຄຸ້ມຂົວຍາວ) ເພື່ອຕິດຕາມລະບົບນ້ຳ ແລະ ສຸຂະອະນາໄມ ເນື່ອງຈາກໂຄງການນ້ຳສະອາດ ແລະ ສຸຂະອະນາໄມບ້ານດັ່ງກ່າວ ກາຍເປັນຕົວຢ່າງຂອງຄວາມມຸ່ງໝັ້ນຂອງອົງການຢູນີເຊັບ ແລະ ລັດຖະບານ ສປປ ລາວ ໃນຂົງເຂດວຽກງານນ້ຳ ແລະ ສຸຂາພິບານໃນຊຸມຊົນທົ່ວປະເທດ ນາຍບ້ານອົ້ມ (ຄຸ້ມຂົວຍາວ) ຢູ່ຫ່າງຈາກຕົວເມືອງ 27 ກິໂລແມັດ ມີປະຊາກອນທັງໝົດ 209 ຄົນ, ຍິງ 100 ຄົນ, ມີ 40 ຄອບຄົວ, ມີວິດຖ່າຍ 40 ຄອບຄົວ ແລະ ມີກ໋ອກນໍ້າໃຊ້ 40 ຄອບຄົວ ໂຄງການນໍ້າສະອາດ ແລະ ສຸຂະອະນາໄມ ໄດ້ຮັບທືນຊ່ວຍເຫລືອຈາກອົງການຢູນິເຊັບ 150 ລ້ານກີບ ພາຍຫລັງໂຄງການກໍ່ສ້າງສໍາເລັດໄດ້ແຕ່ງຕັ້ງຄະນະຮັບຜິດຊອບກວດກາສ້ອມແປງ, ເກັບຄ່ານໍ້າເພື່ອເປັນກອງທືນນໍາໃຊ້ເຂົ້າໃນການບົວລະບັດຮັກສາ. ໂອກາດນີ້ອົງການປົກຄອງບ້ານຍັງໄດ້ສະເໜີໃຫ້ຂັ້ນເທີງສະໜອງອຸປະກອນໂທລະຄົມ, ສ້ອມແປງເສັ້ນທາງໃຫ້ມີຄວາມສະດວກໃນການໄປມາ ເນື່ອງຈາກພົບຄວາມຫຍຸ້ງຍາກຫລາຍໃນລະດູຝົນ ພ້ອມທັງໃຫ້ຂັ້ນເທີງລົງໃກ້ຊິດຕິດແທດ ແລະ ຊ່ວຍຊຸກຍູ້ບ້ານອົ້ມ (ຄຸ້ມຂົວຍາວ) ຕື່ມອີກ.

#Medialaos Vientiane capital

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments