Home ສຶກສາ ກພສ ຮັບການປະດັບຫຼຽນໄຊແຮງງານ-ຍ້ອງຍໍ ຂະບວນແຂ່ງຂັນແຂ່ງຂັນຮັກຊາດ-ພັດທະນາ ໄລຍະ 5 ປີ

ກພສ ຮັບການປະດັບຫຼຽນໄຊແຮງງານ-ຍ້ອງຍໍ ຂະບວນແຂ່ງຂັນແຂ່ງຂັນຮັກຊາດ-ພັດທະນາ ໄລຍະ 5 ປີ

0
568

ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຫຼື ກພສ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການປະດັບຫຼຽນໄຊແຮງງານ ຊັ້ນ l, ຊັ້ນ ll ແລະ ຊັ້ນ lll, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ຈາກລັດຖະບານ ແລະ ກະຊວງສຶກສາທິການ ແລະ ກິລາ ຢ່າງສົມກຽດ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 2016-2020 ເມື່ອວັນທີ 10 ເມສາ ຜ່ານມາ ທີ່ຫ້ອງປະຊຸມສຳນັກງານ ສສກ (ເຂດເຈົ້າອານຸວົງ), ໃຫ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມ ກພສ ພ້ອມດ້ວຍແຂກຖືກເຊີນຈາກກົມອ້ອມຂ້າງ, ການນໍາອາວຸໂສບໍານານ, ຜູ້ອໍານວຍການວິທະຍາໄລພະລະສຶກສາ, ວິທະຍາໄລສິລະປະສຶກສາ, ບັນດາຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການພາຍໃນ ກພສ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິລະວັນ ບຸນສຸກໄທ ໄດ້ລາຍງານໃຫ້ຮູ້ວ່າ: ກພສ ເປັນກົງຈັກບໍລິຫານ-ຄຸ້ມຄອງວິຊາການ ໃນໂຄງປະກອບການຈັດຕັ້ງຂອງ ສສກ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີ ກ່ຽວກັບການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ວຽກງານກິລາ-ກາຍະກຳມວນຊົນ, ກິລາ-ກາຍະກໍາຄົນພິການ, ພະລະສຶກສາ, ສິລະປະສຶກສາ, ສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານສິ່ງເສບຕິດໃນໂຮງຮຽນ ແລະ ຈັດການແຂ່ງຂັນກິລາ-ກາຍະກຳມວນຊົນ, ກິລາ-ກາຍະກຳຄົນພິການ, ກິລານັກຮຽນ-ນັກສຶກສາ, ການແຂ່ງຂັນສິລະປະ-ວັນນະຄະດີ ແລະ ສິລະປະກໍາ ສຳລັບນັກຮຽນ-ນັກສຶກສາ ທັງພາກລັດ, ເອກະຊົນ ແລະ ເຂົ້າຮ່ວມການແຂ່ງຂັນກິລາທັງພາຍໃນ ແລະ ຕ່າງປະເທດ.

ໂດຍປະຕິບັດຕາມດໍາລັດ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ກ່ຽວກັບການສະຫຼຸບ, ຕີລາຄາ, ປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາຕິດພັນກັບການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ແລະ ແຈ້ງການກ່ຽວກັບການສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຄະນະຊີ້ນໍາລະດັບຊາດ, ການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສະນັ້ນ, ກພສ ຈຶ່ງໄດ້ສະຫຼຸບສັງລວມຜົນງານການເຄື່ອນໄຫວ ແລະ ກໍານົດທິດທາງແຜນການເພື່ອສືບຕໍ່ຈັດຕັ້ງປະຕິບັດ ຕະຫຼອດໄລຍະຜົນສໍາເລັດ 5 ປີ (2016-2020) ຄະນະພັກ-ຄະນະນຳ ໄດ້ນຳພາບັນດາສະມາຊິກພັກ ແລະ ພະນັກງານ ສາມາດຈັ້ງຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ຮັບຜົນລຳເລັດຕາມເປົ້າໝາຍທີ່ວາງໄວ້ ໂດຍສະເພາະດ້ານວຽກງານການກໍ່ສ້າງຮາກຖານການເມືອງ, ດ້ານການພັດທະນາເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຜ່ານການສະຫຼຸບ, ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ ໃຫ້ ບຸກຄົນ ແລະ ກົມກອງ ພາຍໃນ ກພສ ທັງໝົດ 43 ທ່ານ ແລະ 2 ກົມກອງ ປະກອບມີ ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 7 ທ່ານ ແລະ 1 ກົມກອງ; ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 10 ທ່ານ ແລະ 1 ກົມກອງ; ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 18 ທ່ານ; ຫຼຽນກາແຮງງານ ຈໍານວນ 5 ທ່ານ ແລະ ໃບຍ້ອງຍໍລັດຖະບານ ຈໍານວນ 3 ທ່ານ.

ໂອກາດດຽວກັນ, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ເນັ້ນໃຫ້ກົມດັ່ງກ່າວ ສືບຕໍ່ຮັກສາມູນເຊື້ອ ແລະ ເພີ່ມທະວີສຸມໃສ່ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີຕໍ່ໜ້າ (2021-2025) ໃຫ້ແຂງແຮງ, ເລິກເຊິ່ງ ແລະ ສ້າງພື້ນຖານອັນໜັກແໜ້ນ ໃນໄລຍະໃໝ່ ໃຫ້ບັນລຸຄາດໝາຍຕາມເນື້ອໃນຂໍ້ແຂ່ງຂັນທີ່ ສສກ ໄດ້ກໍານົດອອກ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ ທັງຮັບປະກັນໃຫ້ໄດ້ ຕາມ 4 ຄາດໝາຍລວມຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ. ຢ່າງໃດກໍດີ, ຂໍຮຽກຮ້ອງມາຍັງ ຄະນະພັກ-ຄະນະນໍາ ແລະ ພະນັກງານພາຍໃນກົມ ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນເອກະພາບ ພ້ອມກັນຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນກິລາ-ກາຍະກໍາ ໃນ 7 ຄາດໝາຍທີ່ກົມໄດ້ວາງໄວ້ໃຫ້ບັນລຸ ຕິດພັນກັບການປະຕິບັດພາລະບົດບາດ, ໜ້າທີ່ຂອງກົມກອງໃນການຊຸກຍູ້, ສົ່ງເສີມ ແລະ ພັດທະນາວຽກງານກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໃຫ້ມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະເປັນເສນາທິການໃຫ້ຄະນະນໍາກະຊວງ ເອົາໃຈໃສ່ນໍາພາ-ຊີ້ນໍາວຽກຈຸດສຸມ.

ຄຽງຄູ່ກັນນັ້ນ, ກໍໃຫ້ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ກໍາມະການ, ຄູຝຶກ, ນັກກິລາ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງກົມຕາມການແບ່ງຂັ້ນຄຸ້ມຄອງ ໃຫ້ເປັນປົກກະຕິຕໍ່ເນື່ອງດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ເພື່ອຮັບປະກັນໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການ ນຳພາ-ຊີ້ນຳຂອງພັກຂອງລັດ ອົດທົນຜ່ານຜ່າໃນສະພາບທີ່ພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຄ່ອງຄອງຊີບສູງ ແລະ ບັນຫາອື່ນໆ. ພ້ອມກັນນັ້ນກໍໃຫ້ເຊື່ອມຊຶມ, ເຜີຍແຜ່, ຜັນຂະຫຍາຍບັນດານິຕິກໍາຕ່າງໆ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ; ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງກົມກອງຕາມພາລະບົດບາດ, ຕາມການແບ່ງຂັ້ນຄຸ້ມຄອງຕໍ່ວຽກງານກິລາ-ກາຍະກໍາມວນຊົນ, ກິລາ-ກາຍະກໍາຄົນພິການ, ການສ້າງຄູພະລະສຶກສາ ແລະ ຄູສິລະປະສຶກສາ, ການຈັດການຮຽນການສອນ ນັບທັງຂະບວນການແຂ່ງຂັນກິລາ-ສິລະປະ, ການເຂົ້າຮ່ວມແຂ່ງຂັນກິລານັກຮຽນ, ກິລາຄົນພິການໃນລະດັບຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ການຫັດກາຍຍະບໍລິຫານອອກກໍາລັງກາຍ ເພື່ອສຸຂະພາບຂອງມວນຊົນທຸກເພດທຸກໄວ; ເພີ່ມທະວີຄວາມເອົາໃຈໃສ່ນໍາພາ-ຊີ້ນໍາການຈັດຕັ້ງການຮຽນການສອນ ສຶກສາວິຊາພື້ນຖານປ້ອງກັນຕົວໃນຊັ້ນມັດທະຍົມຕອນປາຍ ແລະ ສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃຫ້ທົ່ວເຖິງເລິກເຊິ່ງໜັກແໜ້ນຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ເອົາໃຈໃສ່ເປັນເສນາທິການໃຫ້ກະຊວງໃນການກວດກາ ຕິດຕາມ ຊຸກຍູ້ສົ່ງເສີມ ການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນຂະແໜງການສຶກສາທິການ ແລະ ກິລາ ສໍາຄັນແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023; ໃຫ້ສືບຕໍ່ຜັນຂະຫຍາຍການສ້າງກົມກອງ ແລະ ສະຖານການສຶກສາປອດຢາເສບຕິດ ໃນແຕ່ລະຊັ້ນແຕ່ລະສາຍຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here