Monday, September 23, 2024
Homeຂ່າວພາຍໃນສະພາແຫ່ງຊາດ ໄດ້ຮັບ​ເ​ຄື່ອງຊ່ວຍ​ເຫຼືອ

ສະພາແຫ່ງຊາດ ໄດ້ຮັບ​ເ​ຄື່ອງຊ່ວຍ​ເຫຼືອ

ໃນວັນທີ 5 ເມສາ ນີ້; ທ່ານ ນາງ ປິ່ງຄໍາ ລາດຊະສິມມາ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບຄະ​ນະ​ບໍ​ລິ​ຫານ​ງານສະມາຄົມມິດຕະພາບ ລາວ-ສ ເກົາຫຼີ ​ຊຶ່ງ​ນຳ​ພາ​ໂດຍ​ທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ-ສ ເກົາຫຼີ ພ້ອມດ້ວຍຄະນະ ທີ່ໄດ້​ນຳ​ເອົາເຄື່ອງຊ່ວຍເຫຼືອ ມີປະເພດຢາທາປົວພະຍາດຜີວໜັງມາມອບໃຫ້ແກ່ສະພາແຫ່ງຊາດ ເພື່ອນໍາໄປມອບຕໍ່ໃຫ້ແກ່ຂະແໜງການສາທາລະນະສຸກ ແລະ ອົງການກ່ຽວຂ້ອງຂອງທ້ອງຖິ່ນ ໃນທົ່ວ ສປປ ລາວ.

ເຄື່ອງຊ່ວຍເຫຼືອໃນ​ຄັ້ງ​ນີ້ ມີປະເພດຢາທາ ປົວພະຍາດຜີວໜັງ ທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ລວມທັງໝົດມີ 54 ແກັດ ມີ 1. Nafri Cream 18 ແກັດ; 2. Vanazole Cream 18 ແກັດ. 3. Asiclover Cream 18 ແກັດ ມູນຄ່າລວມ 240 ລ້ານ​ກີບ ຫຼື 14.112 ໂດລາ.

ທ່ານ ຄໍາສວຍ ແກ້ວດາລາວົງ ໄດ້​ຕາງ​ໜ້າ​ໃຫ້ 2 ສະມາຄົມມິດຕະພາບ ລາວ-ສ ເກົາຫຼີ ແລະ ສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ​ໄດ້​ກ່າວ​ເຖິງຈຸດ​ປະ​ສົງ ແລະ ຄວາມ​ເປັນ​ມາ​ຂອງ​ການ​ພົວ​ພັນ ແລະ ຮ່ວມ​ມື​ກັນ ໃນໄລ​ຍະ​ຜ່ານ​ມາ ໂດຍ​ສະ​ເພາະ​ແມ່ນສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ ຊຶ່ງເປັນ​ການປະ​ກອບ​ສ່ວນ​ຊ່ວຍເຫຼືອ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ ແລະ ສຶກ​ສາ. ໃນໄລ​ຍະ​ຕົ້ນ​ປີ 2023 ທີ່ຜ່ານມານີ້ ສອງສະມາຄົມມິດຕະພາບດັ່ງກ່າວກໍໄດ້​ມອບ​ຢາ​ປົວ​ພະ​ຍາດ​ໃຫ້​ໂຮງ​ໝໍ​ສູນ​ກາງ 2 ແຫ່ງ, ໂຮງ​ໝໍ​ແຂວງ 1 ແຫ່ງ ແລະ ໂຮງ​ໝໍ​ຊຸມ​ຊົນ 3 ແຫ່ງ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ນາງ ປິ່ງຄຳ ລາດຊະສິມມາ ໄດ້ສະແດງຄວາມຂອບໃຈ ຕໍ່ສອງສະມາຄົມມິດຕະພາບລາວ-ສ ເກົາຫຼີ ແລະ ສ ເກົາຫຼີ-ລາວ ທີ່ໄດ້ຍາດແຍ່ງ ແລະ ບິແບ່ງການຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນສຳລັບການປິ່ນປົວພະຍາດຜີວໜັງຂອງປະຊາຊົນລາວບັນດາເຜົ່າ, ໂດຍສະເພາະຜູ້ທີ່ຢູ່ຫ່າງໄກສອກຫຼີກ ໂດຍສະພາແຫ່ງຊາດ ມີເປົ້າໝາຍຈະແຈກຢາຍໄປຍັງໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ຕາມບັນດາເມືອງທຸກຍາກໃນຂອບເຂດທົ່ວປະເທດ. ພ້ອມກັນນີ້ ເພິ່ນຍັງໄດ້ແຈ້ງສະພາບຄວາມຈຳເປັນ ແລະ ຄວາມຕ້ອງການຂອງປະຊາຊົນ ໂດຍສະ ເພາະພວກລູກຫຼານ ທີ່ເປັນນັກຮຽນຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ເປັນຕົ້ນເຄື່ອງກັນໜາວ, ອຸປະກອນການຮຽນ ແລະ ຫວັງວ່າສອງສະມາຄົມມິດຕະພາບດັ່ງກ່າວ ຈະສືບຕໍ່ລະດົມຂົນຂວາຍຊອກຫາການຊ່ວຍເຫຼືອໃນອານາຄົດ.

ໃນວັນທີ 4 ເມສາ 2023; ຄະ​ນະ​ບໍ​ລິ​ຫານ​ງານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ​ໄດ້​ນຳ​ເອົາເຄື່ອງຊ່ວຍເຫຼືອ ຊຶ່ງມີປະເພດຢາທາປົວພະຍາດຜີວໜັງ ມອບໃຫ້ແກ່ສູນຜິວໜັງ, ກະຊວງສາທາລະນະສຸກ ຊຶ່ງ​ນຳ​ພາ​ໂດຍ​ທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ພ້ອມດ້ວຍຄະນະ ແລະ ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກທ່ານ ນ​າງ ອຳ​ມາ​ລາ ພິ​ລາ​ວັນ ຫົວ​ໜ້າສູນຜິວຫນັງ, ກະຊວງສາທາລະນະສຸກ ພ້ອມ​ຄະ​ນະ ຢູ່ສູນ​ດັ່ງ​ກ່າວ ທີ່ນະຄອນຫຼວງວຽງຈັນ.

ເຄື່ອງຊ່ວຍເຫຼືອໃນ​ຄັ້ງ​ນີ້ ມີປະເພດຢາທາປົວພະຍາດຜີວໜັງ ທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ລວມທັງໝົດມີ 75 ແກັດ ມີ 1. Nafri Cream 30 ແກັດ; 2. Vanazole Cream 36 ແກັດ. 3. Asiclover Cream 9 ແກັດ ມູນຄ່າລວມ 360 ລ້ານ​ກີບ ຫຼື 21.204 ໂດລາ.

ຂ່າວ: ສະ​ພາ​ແຫ່ງ​ຊາດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments