Saturday, September 21, 2024
Homeຂ່າວຕ່າງປະເທດແຜ່ນດິນໄຫວຕວັກກີ ສ້າງຄວາມເສຍຫາຍຫລາຍກວ່າ 84 ຕື້ໂດລາສະຫະລັດ

ແຜ່ນດິນໄຫວຕວັກກີ ສ້າງຄວາມເສຍຫາຍຫລາຍກວ່າ 84 ຕື້ໂດລາສະຫະລັດ

ຕາມ​ຂ່າວ​ຈາກ​ຕວັກ​ກີ, ສະຫະພັນທຸລະ​ກິດ ​ແລະ ວິ​ສາ​ຫະກິດຕວັກ​ກີ ອອກ​ລາຍ​ງານ​ວ່າ:​ ເຫດ​ແຜ່ນ​ດິນ​ໄຫວຄັ້ງ​ໃຫຍ່​ສຸດ​ໃນ​ຮອບ 100ປີ ​ຂອງ​ຕວັກ​ກີ ສ້າງ​ຄວາມ​ເສຍ​ຫາຍຕໍ່​ປະ​ເທດ ຄິດ​ເປັນ​ມູນ​ຄ່າຫລາຍ​ກວ່າ 84 ​ຕື້​ໂດ​ລາສະຫະລັດ.

ປັດຈຸບັນ ຄວາມເສຍຫາຍຈາກແຜ່ນດິນໄຫວຈະ​ເຮັດ​ໃຫ້ລັດຖະບານຕວັກ​ກີ ມີຄ່າ​ໃຊ້​ຈ່າຍ​ໃນ​ການສ້ອມແປງເຮືອນປະຊາຊົນ ແລະ ຟື້ນຟູພື້ນຖານໂຄງລ່າງຂອງປະເທດຫລາຍ​ກວ່າ 70 ຕື້ໂດລາສະຫະລັດ. ຂະນະ​ທີ່​ສົ່ງ​ຜົນ​ໃຫ້​ປະ​ເທດສູນ​ເສຍລາຍ​ຮັບ​ ປະມານ 10,4 ຕື້​ໂດ​ລາ​ສະຫະລັດ ແລະ ສູນ​ເສຍ​ວັນ​ເຮັດ​ວຽກຄິດ​ເປັນ​ມູນ​ຄ່າ 2,9 ຕື້ໂດ​ລາ​ສະຫະລັດ ສົ່ງ​ຜົນ​ກະທົບ​ຕໍ່ 10​ ແຂວງ ​ຂອງ​ຕວັກ​ກີ ທີ່​ມີ​ປະຊາກອນອາ​ໄສ​ຢູ່ 13,4 ລ້ານ​ຄົນກວມ​ເອົາ 15% ຂອງ​ປະຊາຊົນ​ທັງ​ໝົດຂອງ​ປະ​ເທດ ​ແລະ ລວມຍອດຜະລິດຕະພັນ​ພາຍ​ໃນ​ປະ​ເທດ 10% ຂອງ​ຈຳນວນທັ້ງໝົດ. ສຳລັບ​ຕົວ​ເລກ​ຜູ້​ເສຍ​ຊີວິດຫລ້າ​ສຸດເພີ່ມ​ຂຶ້ນ​ເກືອບ 40.000 ຄົນ ​ໃນ​ນີ້ເສຍ​ຊີວິດ​ໃນ​ຕວັກ​ກີ ​ເກືອບ 30.000 ຄົນ.

ປັດຈຸບັນມີ​ເຈົ້າໜ້າ​ທີ່​ກູ້​ໄພໃນ​ຕວັກ​ກີ ຈຳນວນ 34.717 ຄົນ ແລະ ​ເຈົ້າໜ້າ​ທີ່ ​ຈຳນວນ 9.595 ຄົນ ຈາກ 74 ປະ​ເທດ ຍັງ​ຄົງເລັ່ງຄົ້ນຫາ​ຜູ້​ເຄາະ​ຮ້າຍ​ຢ່າງ​ຕໍ່​ເນື່ອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments