Saturday, September 21, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສັງທອງ

ຮອງນາຍົກລັດຖະມົນຕີເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສັງທອງ

ວັນທີ 27 ມັງກອນ 2023 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ເມືອງສັງທອງ, ນະຄອນຫຼວງວຽງ ຈັນ ໂດຍການນໍາພາຂອງທ່ານ ພູຂົງ ບັນນະວົງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ. ໃນໂອກາດນີ້ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ໄດ້ລາຍງານໃຫ້ຮູ້ວ່າກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເຊີ່ງຜ່ານມາອົງຄະນະພັກເມືອງສັງທອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ- ແນວຄິດພະນັກງານ, ສະມາຊິກພັກ,ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າຕິດພັນກັບການແກ້ໄຂວຽກງານຕົວຈິງ, ສ້າງຄວາມເປັນເອກະພາບ ສ້າງຄວາມເສຍສະຫຼະ, ປຸກລະດົມການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການປະຕິບັດຄາດໝາຍທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງສັງທອງ ເຂົ້າສູ່ລວງເລີກ ແລະ ເປັນຮູບປະທໍາປະກົດເປັນຈິງເປັນກ້າວໆ ພ້ອມນັ້ນການປະຕິບັດຄາດໝາຍທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງສັງທອງ (4 ທິດທາງ 12 ຄາດໝາຍ ແລະ 8 ໜ້າທີ່ສໍາຄັນ) ໃນບັນດາທິດທາງ ຄາດໝາຍ ແລະ ໜ້າທີ່ສຳຄັນ ໂດຍສຸມໃສ່ 3 ເຂດໃຫຍ່ເປັນຫຼັກ ເຂດພັດທະນາທີ 1 ລຽບຕາມສາຍນໍ້າຕອນຕິດພູພະນັງລວມມີ 16 ບ້ານ ກໍານົດເປັນເຂດຜະລິດກະສິກໍາຕິດພັນກັບການທ່ອງທ່ຽວທາງດ້ານປະຫວັດສາດ ເຂດພັດທະນາທີ 2 ເຂດທາງເລກທີ 11 ລຽບຕາມສາຍແມ່ນໍ້າຂອງມີຄວາມຍາວລວມມີ 13 ບ້ານກໍານົດເປັນເຂດຜະລິດກະສິກໍາ, ອຸດສາຫະກໍາ ແລະ ການບໍລິການ ເຂດພັດທະນາທີ 3 ເຂດລຽບຕາມສາຍນໍ້າສັງລວມມີ 6 ບ້ານ ກໍານົດເປັນເຂດກະສິກໍາ ແລະການທ່ອງທ່ຽວທາງດ້ານທໍາມະຊາດ ຄຽງຄູ່ກັນນັ້ນການຈັດປະຕິບັດແຜນພັດທະນາເສດຖະກິດສັງຄົມເມືອງສັງທອງຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ ມາຮອດ ປັດຈຸບັນປະຊາຊົນໄດ້ທໍາການຜະລິດກະສິກໍາເປັນສິນຄ້າເປັນຂະບວນຟົດຟື້ນ ເປັນຕົ້ນ: ການປູກເຂົ້າ, ຢາງພາລາ, ສາລີ, ລ້ຽງສັດແບບເປັນຟາມ ແລະ ປູກຫຍ້າເພື່ອສະໜອງອາຫານໃຫ້ແກ່ສັດ ແລະ ອື່ນໆ.

ນອກຈາກນີ້ ຍັງໄດ້ປູກພືດອຸດສາຫະກໍາ ໝາກໄມ້ກິນໝາກ ແລະ ພັດທະນາການທ່ອງທ່ຽວຕິດພັນກັບການຜະລິດກະສິກໍາ. ສໍາລັບພື້ນຖານໂຄງລ່າງດ້ານຄົມມະນາຄົມ ໄດ້ສືບຕໍ່ພັດທະນາຢ່າງຕໍ່ເນື່ອງພົ້ນເດັ່ນ ແມ່ນການກໍ່ສ້າງ ແລະ ປັບ ປຸງສ້ອມແປງເສັ້ນທາງສາຍຫຼັກ, ທາງຮ່ອມດ້ວຍການລະ ດົມ, ດ້ວຍການປະກອບສ່ວນທຶນຂອງລັດ ແລະ ປະຊາຊົນມີສ່ວນຮ່ວມ ສະເພາະເສັ້ນທາງເພຍລາດ-ເຕົາໃຫ ໄດ້ຮັບການສະຊ່ວຍເຫຼືອລ້າຈາກສະພາການຄ້າຊາວຈີນຕ່າງດ້າວ ປະຈຳ ສປປ ລາວ ສ້ອມແປງເສັ້ນທາງດິນແດງດ້ວຍການຖົມຫີນເບດຄອສ ຍົກລະດັບໃຫ້ສູງຂຶ້ນ ມີການວາງທໍ່ໄດ້ມາດຕະຖານ ມີຄວາມຍາວ 18 ກິໂລແມັດ ປັດຈຸບັນການສ້ອມແປງສໍາເລັດ 100% ປະຊາຊົນໄປມາສະດວກສະບາຍ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນໃຫ້ອົງຄະນະພັກເມືອງສັງທອງສືບຕໍ່ເສີມຂະຫຍາຍມູນເຊື້ອ, ພ້ອມທັງຊຸກຍູ້ປະຊາຊົນທໍາການຜະລິດເປັນສິນຄ້າຕາມທ່າແຮງຂອງເມືອງ ໃຫ້ກາຍເປັນຂະ ແໜງການປາຍແຫຼມທີ່ສາມາດສ້າງລາຍຮັບ ໃຫ້ກໍານົດເອົາທ່າແຮງຂອງເມືອງ ສ້າງເປັນແຫຼ່ງທ່ອງທ່ຽວຕິດພັນກັບການຜະລິດກະສິກໍາ ເພື່ອໃຫ້ເມືອງພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ ສໍາຄັນຕ້ອງພັດທະນາເປັນເມືອງທີ່ມີເອກະລັກ ຄຸ້ມຄອງການປຸກສ້າງຂອງປະຊາຊົນໄປຕາມຜັງເມືອງ ການພັດທະນາພື້ນຖານໂຄງລ່າງຕ້ອງໃຫ້ປະຊາຊົນເປັນເຈົ້າການມີສ່ວນຮ່ວມໃນການປູກ, ການລ້ຽງ. ສ່ວນໂຮງຮຽນໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ເບິ່ງຄືນ ໂດຍສະເພາະອາຄານຮຽນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ສໍາລັບການແກ້ໄຂປາກົດການຫຍໍ້ທໍ້ຕ້ອງຫັນລົງກໍ່ສ້າງຮາກຖານໃຫ້ມີຄວາມໝັກແໜ້ນເຂັ້ມແຂງ ໃຫ້ເບິ່ງກົກຂອງແຕ່ລະບັນຫາ ເພື່ອພ້ອມກັນແກ້ໄຂຢ່າງແຂງແຮງ ແລະ ເລິກເຊິ່ງ ນອກນີ້ໃຫ້ຖືເອົາຂະແໜງການທ່ອງທ່ຽວເປັນບູລິມະສິດຂອງການພັດທະນາ ດຶງດູດການທ່ອງທ່ຽວໃຫ້ຫຼາຍ ແລະ ຮັບປະກັນໃຫ້ໄດ້ຄວາມປອດໄພ 100%.

ນອກຈາກນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ກວດກາເບິ່ງໂຄງການກໍ່ສ້າງເສັ້ນທາງເພຍລາດ-ເຕົາໃຫ ແລະ ຢ້ຽມຊົມບັນດາກິດຈະກໍາງານບຸນປະເພນີກອງເຂົ້າຫອມສັງທອງ ແລະ ຕະຫຼາດນັດຂາຍສິນຄ້າ ປະຈໍາປີ 2023, ຢ້ຽມຊົມອານາຊາຟາມຣິສອດ (ຟາມລ້ຽງມ້າ) ບ້ານເພຍລາດ ເຊິ່ງມີເນື້ອທີ່ການພັດທະນາທັງໝົດ 10 ເຮັກຕາ ໃນນີ້ພັດທະນາແລ້ວ 6 ເຮັກ ປະກອບມີມ້າຫຼາຍສາຍພັນທີ່ນໍາເຂົ້າຈາກຕ່າງປະເທດມີທັງໝົດ 31 ໂຕ ແລະ ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວການຜະລິດກະສິກໍາເປັນສິນຄ້າຕິດພັນກັບທໍາມະຊາດ ຟາມພາຈະເລີນ ບ້ານອ່າງນ້ອຍ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments