Home ຂ່າວຕ່າງປະເທດ ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

0

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອີ ວາຍັນ ກອສເຕີ ເຈົ້າແຂວງບາຫຼີ ປະເທດອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ຂອງເກາະບາຫຼີ ກຽມຍົກລະດັບຄວາມເຂັ້ມງວດການກວດສອບນັກທ່ອງທ່ຽວຕ່າງປະເທດໃນປີ 2026. ໂດຍຈະລວມມີການກວດສອບສະຖານະພາບທາງການເງິນ, ໄລຍະເວລາພັກເຊົາ ແລະ ກິດຈະກຳທີ່ວາງແຜນໄວ້, ເພື່ອຈຸດປະສົງສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ.

ທ່ານ ກອສເຕີ ກ່າວວ່າ: ການຄຸ້ມຄອງການທ່ອງທ່ຽວຂອງບາຫຼີຈະປ່ຽນຈຸດສຸມຈາກປະລິມານໄປສູ່ຄຸນນະພາບ, ສອດຄ່ອງກັບລະບຽບການຂອງແຂວງທີ່ສຸມໃສ່ການພັດທະນາການທ່ອງທ່ຽວທີ່ຍືນຍົງ ແລະ ເປັນລະບຽບຫຼາຍຂຶ້ນ.

ເຈົ້າໜ້າທີ່ຈະກວດສອບລາຍງານການເຄື່ອນໄຫວທາງບັນຊີຢ້ອນຫຼັງ 3 ເດືອນ ຂອງນັກທ່ອງທ່ຽວຕ່າງປະເທດເພື່ອປະເມີນສະຖານະພາບທາງການເງິນ ຊຶ່ງທ່ານ ກອສເຕີ ເປີດເຜີຍວ່າ: ປັດໄຈໜຶ່ງຂອງການທ່ອງທ່ຽວທີ່ມີຄຸນນະພາບແມ່ນຍອດເງິນໃນບັນຊີເງິນຝາກປະຢັດຂອງນັກທ່ອງທ່ຽວໃນໄລຍະ 3 ເດືອນທີ່ຜ່ານມາ.

ນັກທ່ອງທ່ຽວຕ່າງປະເທດຍັງຈະຕ້ອງລາຍງານກ່ຽວກັບໄລຍະເວລາຂອງການພັກເຊົາ ແລະ ລາຍລະອຽດຂອງກິດຈະກຳທີ່ວາງແຜນໄວ້ໃນລະຫວ່າງການເດີນທາງທ່ອງທ່ຽວອີກດ້ວຍ.

ໃນປີ 2025, ບາຫຼີ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 7.05 ລ້ານຄົນທີ່ເດີນທາງມາທາງອາກາດ ແລະ ອີກ 71,000 ຄົນ ເດີນທາງທະເລທະເລ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version