ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ສະຫາຍ ບຸນຄົງ ຫລ້າຈຽມພອນ ເລຂາຄະນະບໍລິຫານງານພັກ ແຂວງອຸດົມໄຊ ພ້ອມດ້ວຍຜູ້ແທນສົມບູນອົງຄະນະພັກແຂວງອຸດົມໄຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ, ຊຶ່ງພິທີສົ່ງໄດ້ຈັດຂຶ້ນໃນວັນທີ 4 ມັງກອນ 2026 ທີ່ຫ້ອງວ່າການແຂວງອຸດົມໄຊ ນຳໂດຍ ສະຫາຍ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ຜູ້ແທນສຳຮອງ ພ້ອມດ້ວຍຄະນະຜູ້ແທນສຳຮອງ ແລະ ສະມາຊິກພັກ, ພະນັກງານຫລັກແຫລ່ງ ຈາກບັນດາພະແນກການຢ່າງພ້ອມພຽງ.
ທັງນີ້ກໍເພື່ອຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນໍາພາ-ບັນຊາ-ຊີ້ນໍາ ແກ້ໄຂບັນຫາຢ່າງມີແຜນການ ແລະ ມີຈຸດສຸມ ເປັນຕົ້ນ ການສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆ ໃຫ້ແຂງແຮງ, ສ້າງການຫັນປ່ຽນໃໝ່ໃຫ້ເລິກເຊິ່ງ, ມີປະສິດທິຜົນ ເພື່ອມ້ວນທ້າຍການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຄວາມສົມບູນຍິ່ງຂຶ້ນ ແລະ ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ພ້ອມທັງກະກຽມບັນດາ ວຽກງານ ເພື່ອຮອງຮັບໃຫ້ແກ່ການຜັນຂະຫຍາຍແນວທາງ ການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກ ພາຍຫລັງສໍາເລັດກອງປະຊຸມໃຫຍ່.
ພາບ-ຂ່າວ:ຄຳພັນ ແກ້ວມະນີ

