Home ແຈ້ງການສໍາຄັນ ພະຍາກອນອາກາດ ປະຈໍາເຊົ້າວັນທີ 02 ມັງກອນ 2026

ພະຍາກອນອາກາດ ປະຈໍາເຊົ້າວັນທີ 02 ມັງກອນ 2026

0

ມວນອາກາດເຢັນທີີ່ປະເທດຈີນ ຈະມີກໍາລັງແຮງເພີີ່ມຂືີ້ນ ແຜ່ລົງມາປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອຈະມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຈະຫລຸດລົງ 1 ຫາ 3 ອົງສາ ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວເຢັນຢູ່ທົົ່ວໄປ ແລະ ອາກາດຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນ ພ້ອມມີລົມພັດແຮງຢູ່ໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 02/01/2026 ຫາ ເວລາ 07 ໂມງ ຂອງວັນທີ 03/01/2026 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ອຸນຫະພູມໃນລະຫວ່າງ 05-24 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິີ່ນໃນຕອນເຊົ້າ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 09–28 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 17–27 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິີ່ນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິີ່ນ ອຸນຫະພູມໃນລະຫວ່າງ 13–28 ອົງສາ.

ແຂວງໄຊສົມບູນ: ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 06–24 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິີ່ນ ອຸນຫະພູມໃນລະຫວ່າງ 14–29 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 04-21 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version