Saturday, January 10, 2026
Homeຂ່າວໜ້າໜຶ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຈະເປີດຂຶ້ນ ໃນເດືອນມັງກອນ 2026 ນີ້

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຈະເປີດຂຶ້ນ ໃນເດືອນມັງກອນ 2026 ນີ້

ເພື່ອກຽມຄວາມພ້ອມຮອບດ້ານເພື່ອດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ທີ່ຈະມາເຖິງນີ້, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI ໃນມື້ວານນີ້ ພາຍ​ໃຕ້​ການເປັນ​ປະ​ທານ​ຂອງ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດແຫ່ງ ສປປ ລາວ.

ກອງປະຊຸມ​ ໄດ້ຮັບຟັງລາຍງານ ຄວາມຄືບໜ້າການກະກຽມຄວາມພ້ອມຮອບດ້ານ ເພື່ອດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກພັກປະຊາຊົນປະຕິວັດລາວ, ພ້ອມທັງປຶກສາຫາລື, ຄົ້ນຄວ້າຕົກລົງເປັນເອກະພາບສູງຮັບຮອງເອົາ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາເນື້ອໃນ ທີ່ຈະນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປປັບປຸງໃຫ້ມີຄວາມຮັບປະກັນ ແລະ ສົມບູນຍິ່ງຂຶ້ນ, ໂດຍໄດ້ລົງເລິກຊີ້ນໍາຢ່າງລະອຽດ ຕໍ່ບັນດາອະນຸກໍາມະການຕ່າງໆ,ເປັນຕົ້ນແມ່ນ: ອະນຸກໍາມະການເນື້ອໃນ, ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ,ອະນຸກໍາມະການໂຄສະນາ ແລະ ຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການງົບປະມານ ແລະ ບໍລິຫານ ແລະ ວຽກງານປິ່ນອ້ອມອື່ນໆ;ພ້ອມທັງ ໄດ້ຮັບຮອງເອົາ ວັນທີ 6-8 ມັງກອນ 2026 ເປັນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ສູ່ລວງເລິກສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫຼຸບຖອດຖອນບົດຮຽນ ຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.ບັນດາສະຫາຍສູນກາງພັກ ຈະໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບ​ໜ້າ​ທີ່ການເມືອງ, ຕັ້ງໜ້າບຸກບືນ, ນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານ ສຸມ​​ສະ​ຕິ​ປັນຍາ, ເຫື່ອ​ແຮງ​ທັງ​ໝົດ ເຂົ້າ​ໃນ​ການນໍາພາຊີ້ນໍາການ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່ຜູ້ແທນທົ່ວປະເທດ​ຄັ້ງ​ທີ XII ຂອງພັກປະຊາຊົນປະຕິວັດລາວໃຫ້​ມີ​ ຜົນ​ສຳ​ເລັດ​ຕາມຄາດໝາຍທີ່ວາງໄວ້.

ຂ່າວ: ຫສພ 

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments