ຄວາມກົດດັນສູງຂອງອາກາດເຢັນ ຈະສືບຕໍ່ປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູູ່ທົົ່ວໄປໃນຕອນກາງຄືນ ຫາ ຕອນເຊົົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ອາກາດຈະໜາວເຢັນຫລາຍຢູູ່ເຂດພາກເໜືອດ້ານຕາເວັນອອກ, ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.
ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 29/12/2025 ຫາ ເວລາ 07 ໂມງ ຂອງວັນທີ 30/12/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູູ່ທົົ່ວໄປໃນຕອນເຊົົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 10% ຂອງພາກ ອຸນຫະພູມໃນລະຫວ່າງ 07–23 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູູ່ບາງທ້ອງຖິ່ນໃນຕອນເຊົົ້າ ແລະ ມີລົມພັດແຮງຢູູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 11–29 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 17–29 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ມີລົມພັດແຮງຢູູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 11–31 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູູ່ທົົ່ວໄປໃນຕອນເຊົົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 09–30 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີລົມພັດແຮງຢູູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 15–33 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູູ່ທົົ່ວໄປໃນຕອນເຊົົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 07–26 ອົງສາ.

