Friday, January 9, 2026
Homeຂ່າວຕ່າງປະເທດອິນເດຍ ຊ່ວຍເຫລືອດ້ານມະນຸດສະທຳໃຫ້ກັບ ສີລັງກາ ມູນຄ່າ 450 ລ້ານໂດລາສະຫະລັດ

ອິນເດຍ ຊ່ວຍເຫລືອດ້ານມະນຸດສະທຳໃຫ້ກັບ ສີລັງກາ ມູນຄ່າ 450 ລ້ານໂດລາສະຫະລັດ

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງໂກລົມໂບ ປະເທດສີລັງກາ ເມື່ອບໍ່ດົນມານີ້ວ່າ: ທ່ານ ສຸພອນ ມະຍັມໄຊຄັງກອນ, ລັດຖະມົນຕີການຕ່າງປະເທດອິນເດຍ ກ່າວລະຫວ່າງການຢ້ຽມຢາມສີລັງກາ , ລັດຖະບານອິນເດຍ ໃຫ້ຄຳໝັ້ນຄວາມຊ່ວຍເຫລືອດ້ານມະນຸດສະທຳມູນຄ່າ 450 ລ້ານໂດລາສະຫະລັດ, ເພື່ອຊ່ວຍສີລັງກາ ຟື້ນຟູຄວາມເສຍຫາຍ ຮ້າຍແຮງທີ່ເກີດຈາກພາຍຸໄຊໂຄລນ ດິຕວາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 640 ຄົນ ເມື່ອເດືອນພະຈິກທີ່ຜ່ານມາ ຊຶ່ງເປັນຜົນມາຈາກນໍ້າຖ້ວມ ແລະ ດິນເຈື່ອນ.

ຂະນະດຽວກັນພາຍຸລູກດັ່ງກ່າວ ຍັງສ້າງຄວາມເສຍຫາຍປະມານ 4.000 ລ້ານໂດລາສະຫະລັດ ໃຫ້ກັບເສດຖະກິດສີລັງກາ (ຕາມຂໍ້ມູນທະນາຄານໂລກ (ເວີນແບງ)) ຫລື ທຽບເທົ່າ 4% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ).

ທັງນີ້ບ້ວງເງິນ 350 ລ້ານໂດລາສະຫະລັດ ຈະຢູ່ໃນຮູບແບບຂອງວົງເງິນສິນເຊື່ອນະໂຍບາຍ, ສ່ວນອີກ 100 ລ້ານໂດລາສະຫະລັດ ຈະຢູ່ໃນຮູບແບບຂອງເງິນຊ່ວຍເຫລືອ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments