Tuesday, December 23, 2025
Homeຂ່າວພາຍໃນພິທີເທທອງຫຼໍ່ພະພຸດທະຮູບ 9 ອົງ ເພື່ອໄປຖວາຍໃຫ້ອົງການພຸດທະສາດສະໜາ ແລະ ໃສ່ບາດພະສົງຈຳນວນ 80 ອົງ

ພິທີເທທອງຫຼໍ່ພະພຸດທະຮູບ 9 ອົງ ເພື່ອໄປຖວາຍໃຫ້ອົງການພຸດທະສາດສະໜາ ແລະ ໃສ່ບາດພະສົງຈຳນວນ 80 ອົງ

ໃນວັນທີ 20 ທັນວາ 2025 ຜ່ານມາ, ທີ່ສຳນັກວິປັດສະນາວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດງານພິທີເທທອງຫຼໍ່ພຣະພຸດທະຮູບ 9 ອົງ ເພື່ອໄປຖວາຍໃຫ້ອົງການພຸດທະສາດສະໜາ ແລະ ປະດິດສະຖາ ຢູ່ພາຍໃນ 7 ຕົວເມືອງ ຂອງແຂວງຜົ້ງສາລີ, ມີຖວາຍສັງຄະທານ ແລະ ໃສ່ບາດພຣະສົງ 80 ອົງ, ມີການສູດສົມໂພດພຣະພຸດທະຮູບ 9 ອົງ ຕະຫຼອດຄືນ, ໂດຍມີ ພະອາຈານ ຄໍາມາ ປັນຍາວິຈິດ ຮອງປະທານ ສູນກາງ ອພສ, ເຈົ້າສັດທາ ແລະ ອອກຕົນຍາດໂຍມເຂົ້າຮ່ວມ.

ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຄະນະບໍລິຫານງານປະຈຳການ ຫົວໜ້າກຳມະທິການ ເຜີຍແຜ່ສິນລະທຳ ແລະ ປະຕິບັດກຳມະຖານສູນກາງ ເຈົ້າອະທິການວັດປ່ານາຄູນນ້ອຍ ໄດ້ກ່າວວ່າ: ພຣະພຸດທະຮູບ 9 ອົງ ມີໜ້າຕັກກວ້າງ 54 ຊັງຕີແມັດ, ສູງ 120 ຊັງຕີແມັດ.ໃນຕອນເຊົ້າຂອງວັນທີ 21 ທັນວາ 2025 ໄດ້ມີພິທີຖວາຍສັງຄະທານ ແລະ ໃສ່ບາດພະສົງຈຳນວນ 80 ອົງ.

ໃນຕອນຄໍ່າຂອງວັນດຽວກັນເລີ່ມແຕ່ເວລາ 18:00 ໂມງ ໄດ້ມີພິທີໄຫວ້ພະສະມາທານສິນ 8 ແລະ ສູດປະຣິດຕະມຸງຄຸນ; ພິທີສູດສົມໂພດພະພຸດທະຮູບ 9 ອົງ ຊຶ່ງຈະດຳເນີນໄປຕະຫຼອດຄືນ ເພື່ອເປັນສິລິມຸງຄຸນກ່ອນຈະອັນເຊີນໄປປະດິດສະຖານ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວຄົບຮອບ 50 ປິ ແລະ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ.

ງານບຸນຕະຫຼອດ 6 ວັນທີ່ຜ່ານມາ (16-21 ທັນວາ 2025) ຖືວ່າປະສົບຜົນສຳເລັດຢ່າງຈົບງາມ, ທັງກິດຈະກຳຫຼໍ່ພະພຸດທະຮູບ 9 ອົງ ແມ່ນເຕັມໄປດ້ວຍແຮງສັດທາຂອງອອກຕົນຍາດໂຍມ ເພື່ອເປັນການສືບທອດຮີດຄອງປະເພນີອັນດີງາມ ແລະ ການໃສ່ບາດທີ່ມີມາຢ່າງຍາວນານເທົ່ານັ້ນ, ແຕ່ຍັງເປັນການຝຶກຝົນຈິດໃຈໃຫ້ມີຄວາມສະຫງົບ, ສ້າງຄວາມສາມັກຄີໃນຊຸມຊົນ, ແລະ ເປັນການສ້າງບາລະມີອັນຍິ່ງໃຫຍ່ຜ່ານການຫຼໍ່ພະພຸດທະຮູບ ເພື່ອໃຫ້ເປັນເນື້ອນາບຸນໃຫ້ແກ່ຊາວພຸດສືບຕໍ່ໄປ.

ຂ່າວ: ບຸນພະຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments