ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດສໍາມະນາໃນໂອກາດ 13 ຕຸລາ ວັນຄຸ້ມຄອງໄພພິບັດແຫ່ງຊາດ, ວັນຄຸ້ມຄອງໄພພິບັດອາ ຊຽນ ແລະ ວັນຫລຸດຜ່ອນໄພພິບັດສາກົນ ປະຈໍາປີ 2025 ໃນວັນທີ 22 ທັນວາ 2025 ໂດຍມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຜູ້ປະຈໍາການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ລັດຖະບານ ກໍຄື ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ພະຍາຍາມໃນການຈັດຕັ້ງປະຕິບັດ ວຽກງານຫລຸດຜ່ອນຄວາມສ່ຽງໄພພິບັດ ໂດຍການສ້າງບັນດານິຕິກຳຕ່າງໆ ເປັນຕົ້ນ ສ້າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ໃນການຜັນຂະຫຍາຍກົດໝາຍດັ່ງກ່າວ ລັດຖະບານ ໄດ້ເລັ່ງໃສ່ການສ້າງນິຕິກຳລຸ່ມກົດໝາຍ ໂດຍສະ ເພາະສ້າງແຜນຍຸດທະສາດຫລຸດຜ່ອນ ຄວາມສ່ຽງໄພພິບັດແຫ່ງຊາດ ໄລຍະ 10 ປີ (2021-2030), ດໍາລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ແນໃສ່ຫລຸດຜ່ອນຄວາມສ່ຽງໄພພິບັດ ໃຫ້ທົ່ວທຸກຂົງເຂດການພັດທະນາ, ຮັບປະກັນທາງດ້ານງົບປະມານ ທີ່ຈະນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ຢູ່ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ນອກຈາກນີ້, ລັດຖະບານ ຍັງໄດ້ປັບປຸງໜ້າທີ່ ແລະ ຄວາມຮັບຜິດຊອບ ແລະ ສ້າງຄວາມອາດສາມາດ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ດ້ວຍການຈັດສຳມະນາ, ຝຶກອົບຮົມ, ໂຄສະນາໃນທົ່ວສັງຄົມ, ຈັດການຝຶກຊ້ອມເຫດການຈຳລອງ ໃຫ້ເຂົ້າໃຈ ແລະ ຮູ້ວິທີໃນການຫລຸດຜ່ອນຄວາມສ່ຽງ ແລະ ຕອບໂຕ້ກັບເຫດການໄພພິບັດທີ່ອາດຈະເກີດຂຶ້ນ, ຊຸກຍູ້ໃນການສ້າງແຜນຫລຸດຜ່ອນຄວາມສ່ຽງໄພພິບັດຢູ່ຂັ້ນທ້ອງຖິ່ນ ເພື່ອໃຫ້ສາມາດເຊື່ອມສານ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃນຂັ້ນທ້ອງຖິ່ນ.

ເຖິງຢ່າງໃດກໍຕາມ, ໃນປີ 2018 ໄດ້ເກີດມີໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນເຫດການອຸບັດຕິເຫດ ສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ, ເກີດໄພນໍ້າຖ້ວມໃນປີ 2019 ຢູ່ພາກກາງ ແລະ ພາໃຕ້, ປີ 2022 ໄພນໍ້າຖ້ວມຢູ່ ແຂວງພາກເໜືອ ແລະ ພາກກາງ ຈາກພາຍຸ ມູລານ (MULAN) ແລະ ພາຍຸ ມາອອນ (MAON), ປີ 2023 ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ປີ 2024 ໄພນໍ້າຖ້ວມ ສາເຫດຈາກລົມພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພະພິລຸນ (Prapiroon) ແລະ ພາຍຸໃຕ້ຝຸ່ນ ຢາກິ (YAGI). ພ້ອມກັນນີ້, ໃນປີ 2025 ໄພນໍ້າຖ້ວມເກີດຂຶ້ນທີ່ມີສາເຫດມາຈາກພາຍຸ ວຸທີບ (WUTIP), ພາຍຸວິພາ (Wipha) ແລະ ພາຍຸ ບົວລອຍ(BUALOI) ສົ່ງຜົນໃຫ້ຫລາຍແຂວງໄດ້ຮັບຄວາມເສຍຫາຍທາງຊີວິດ, ຊັບສິນ, ທີ່ຢູ່ອາໄສ, ເສດຖະ ກິດ, ພື້ນຖານໂຄງລ່າງ ເປັນຈໍານວນມະຫາສານ, ແຕ່ລັດຖະບານ ກໍໄດ້ປະຕິບັດການຮັບມືຢ່າງມີປະສິດທິຜົນ, ການແກ້ໄຂຟື້ນຟູປົວແປງຄືນໃໝ່ ຫລັງໄພພິບັດໃຫ້ກັບຄືນສູ່ສະພາບປົກກະຕິ ແຕ່ກໍຍັງມີບາງສິ່ງທ້າທາຍ ໂດຍສະເພາະ ການສ້າງຄວາມອາດສາມາດໃຫ້ແກ່ພະນັກງານທີ່ຮັບຜິດຊອບ ວຽກງານຄຸ້ມຄອງໄພພິບັດ ຍັງບໍ່ທັນພຽງພໍຕໍ່ກັບວຽກງານຕົວຈິງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ອີກທັງມີຄວາມຈຳກັດທາງດ້ານງົບປະມານ ທີ່ຈະນຳໃຊ້ ເຂົ້າໃນການນຳໃຊ້ເຄື່ອງມີເຕັກໂນໂລຊີທີ່ທັນສະໄໝ, ພາ ຫະນະ-ອຸປະກອນ, ລວມທັງສົ່ງເສີມທາງດ້ານວິຊາການ ການປ້ອງກັນ, ຄວບຄຸມ ແລະ ຟື້ນຟູຫລັງໄພພິບັດ.

ໃນຕໍ່ໜ້າ ລັດຖະບານ ຈະສຸມໃສ່ການພັດທະນາກົນໄກການຄຸ້ມຄອງໄພພິບັດ ດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກທີ່ມີຢູ່ ໂດຍແນໃສ່ຮາກຖານຂັ້ນບ້ານ, ເມືອງ ແລະ ແຂວງ. ວິທີດັ່ງກ່າວ, ຈະສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານທີ່ຮັບຜິດຊອບສະເພາະ ວຽກງານຄຸ້ມຄອງໄພພິບັດ, ພັດ ທະນາລະບົບການແລກປ່ຽນຂໍ້ມູນຂ່າວສານ ໂດຍສະເພາະແມ່ນ ຂໍ້ມູນການເຕືອນໄພລ່ວງໜ້າ ເພື່ອຮັບປະກັບໃຫ້ປະຊາຊົນໄດ້ຮັບຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ແລະ ເຮັດແນວໃດໃຫ້ໄດ້ຮັບການຊ່ວຍເຫລືອຢ່າງທັນການ ລວມທັງການປົວແປງຟື້ນຟູຄືນໂດຍໄວ. ອີກປະການໜຶ່ງ, ລັດຖະບານ ຈະສືບຕໍ່ໃນການຈັດ ຕັ້ງປະຕິບັດວຽກງານຫລຸດຜ່ອນຄວາມສ່ຽງໄພພິບັດ ທີ່ໄດ້ກຳນົດຢູ່ໃນແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX ປີ 2021-2025 ກໍເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດບັນດາ ສົນທິສັນຍາ, ສັນຍາ ແລະ ຂອບແຜນວຽກຕ່າງໆ ທັງຂອງອາຊຽນ ແລະ ພາກພື້ນສາກົນ ທີ່ລັດຖະ ບານ ໄດ້ໃຫ້ສັດຕະຍາບັນ ແລະ ໄດ້ລົງນາມ ໂດຍສະເພາະແມ່ນຂອບວຽກແຜນງານຫລຸດຜ່ອນຄວາມ ສ່ຽງໄພພິບັດສາກົນ (ເຊັນໄດ ເຟມເວີກ Sendai Framework) ແລະ ແຜນຈັດຕັ້ງປະຕິບັດສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ສຸກເສີນ.

