Friday, December 19, 2025
Homeຂ່າວພາຍໃນລົດເມດ່ວນ BRT ໃຫ້ບໍລິການບໍ່ເສຍຄ່າເຖິງ 5 ມັງກອນ 2026 ກ່ອນຈະເລີ່ມເກັບຄ່າຜ່ານບັດ Smart Card

ລົດເມດ່ວນ BRT ໃຫ້ບໍລິການບໍ່ເສຍຄ່າເຖິງ 5 ມັງກອນ 2026 ກ່ອນຈະເລີ່ມເກັບຄ່າຜ່ານບັດ Smart Card

ທ່ານ ຄຳເຟື້ອງ ພົມມະຈັນ ຮັກສາການຮອງກອງຄຸ້ມຄອງການຂົນສົ່ງໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 18 ທັນວາ 2025 ວ່າ: ພາຍຫຼັງການໃຫ້ບໍລິການລົດເມດ່ວນ BRT ໂດຍບໍ່ເສຍຄ່າ ໃນງານບຸນນະມັດສະການພະທາດຫຼວງສຳເລັດຜົນເປັນຢ່າງດີ ທາງໂຄງການໄດ້ສືບຕໍ່ໃຫ້ບໍລິການບໍ່ເສຍຄ່າ ຕັ້ງແຕ່ກາງເດືອນພະຈິກ 2025 ຫາ ວັນທີ 5 ມັງກອນ 2026.

ໃນໄລຍະນີ້ BRT ໃຫ້ບໍລິການເສັ້ນທາງ ສະຖານີປະຕູໄຊ – ສະຖານີສູນການຄ້າວິວມໍ ຄວາມຍາວ 7 ກິໂລແມັດ ໂດຍນຳໃຊ້ລົດ 5 ຄັນ ປ່ອຍລົດທຸກ 15 ນາທີ ໃຫ້ບໍລິການແຕ່ 7:00–19:00 ໂມງ ທັງນີ້ ຈຳນວນຜູ້ໃຊ້ບໍລິການຍັງມີບໍ່ຫຼາຍ ອາດເນື່ອງຈາກການປະຊາສຳພັນຍັງບໍ່ທົ່ວເຖິງ.

ພາຍຫຼັງສິ້ນສຸດການໃຫ້ບໍລິການບໍ່ເສຍຄ່າ ທາງ BRT ຈະເລີ່ມເກັບຄ່າບໍລິການຜ່ານບັດ Smart Card ແລະ ເປີດໃຫ້ບໍລິການເຕັມຮູບແບບ ຕາມເສັ້ນທາງ ສະຖານີເຈົ້າຟ້າງຸ່ມ – ມະຫາວິທະຍາໄລດົງໂດກ ໂດຍຜູ້ໂດຍສານສາມາດຊື້ບັດໄດ້ທີ່ສະຖານີຫຼັກ ເຊັ່ນ: ສະຖານີ ສວນເຈົ້າຟ້າງຸ່ມ ຕະຫຼາດເຊົ້າ ປະຕູໄຊ ແລະ ມະຫາວິທະຍາໄລແຫ່ງຊາດ.

ປັດຈຸບັນ ການກໍ່ສ້າງໂຄງການ BRT ຄືບໜ້າແລ້ວ 94% ພ້ອມກັນນີ້ ກຳລັງສຶກສາສະຖານທີ່ຈອດລົດ 10 ຈຸດ ຕາມເສັ້ນທາງໃຫ້ບໍລິການລົດເມດ່ວນ ແຕ່ ສວນເຈົ້າຟ້າງຸ່ມ ຫາ ມະຫາວິທະຍາໄລແຫ່ງຊາດ ແລະ ກຳລັງເລັ່ນຕີເສັ້ນບ່ອນຈອດລົດຕາມແຄມທາງ ໃນເຂດວັດອິນແປງ – ນ້ຳພຸ

ສຳລັບຄ່າໂດຍສານ ຈາກຕົ້ນທາງ ຫາ ປາຍທາງ ກຳນົດຢູ່ທີ່ 7.000 ກີບ ແລະ ຫຼັງເປີດເກັບເງິນ ຈະນຳໃຊ້ລົດ 15 ຄັນຕໍ່ມື້ ເປີດໃຫ້ບໍລິການ 6:00–22:00 ໂມງ ໂດຍໃນຊ່ວງເຊົ້າ 6:00–9:00 ໂມງ ຈະປ່ອຍລົດທຸກ 5 ນາທີ ຫຼັງຈາກນັ້ນຈະປ່ອຍລົດທຸກ 15 ນາທີ.

ທ່ານ ຄຳເຟື້ອງ ພົມມະຈັນຍັງໄດ້ເຊີນຊວນໃຫ້ປະຊາຊົນຫັນມານຳໃຊ້ລົດເມສາທາລະນະ ເພື່ອຄວາມສະດວກ ຕົງເວລາ ແລະ ປອດໄພ ໂດຍລົດ BRT ເປັນລົດປັບອາກາດ ມີບ່ອນນັ່ງ 40 ບ່ອນ ມີກ້ອງຂໍ້ມູນຂ່າວສານ ແລະ ອຸປະກອນອຳນວຍຄວາມສະດວກແລະ ບ່ອນນັ່ງສຳລັບຄົນພິການ ພ້ອມກັນນີ້ ຂໍຄວາມຮ່ວມມືຈາກຜູ້ໃຊ້ຖະໜົນ ບໍ່ໃຫ້ຂັບພາຫະນະເຂົ້າໃນເລນລົດເມດ່ວນ ເພື່ອຮັກສາຄວາມປອດໄພ ແລະ ຄວາມຕົງເວລາໃນການໃຫ້ບໍລິການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments