Thursday, December 18, 2025
Homeຂ່າວຕ່າງປະເທດກອງປະຊຸມເວທີປຶກສາຫາລື ສື່ມວນຊົນ ຈີນ- ຣັດເຊຍ ຄັ້ງທີ 6

ກອງປະຊຸມເວທີປຶກສາຫາລື ສື່ມວນຊົນ ຈີນ- ຣັດເຊຍ ຄັ້ງທີ 6

ວິທະຍຸ-ໂທລະພາບ ສູນກາງຈີນ ວັນ​ທີ 16 ທັນ​ວາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືສື່​ມວນ​ຊົນຈີນ-ຣັດ​ເຊຍ ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນຫລວງ​ປັກ​ກິ່ງ ​ຂອງ​ ສປ ຈີນ. ທ່ານ ຫລີ ຊູ່ເຫລີຍ, ກຳ​ມະ​ການກົມ​ການ​ເມືອງ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກກອມມູ​ນິດ​ຈີນ​ ໄດ້​ຍົກໃຫ້ຫັນສຳ​ຄັນກອງ​ປ​ະ​ຊຸມ​ດັ່ງ​ກ່າວທີ່ຮ່ວມ​ກັນ​ເປັນ​ເຈົ້າ​ພາບ ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ແລະ ​ຫ້ອງ​ວ່າ​ການປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ຮ່ວ​ມ​ຈັດ​ຂຶ້ນ​ໂດຍ​ສຳ​ນັກ​ຂ່າວ​ສານຊິນ​ຮ​ວາ​​ຂອງ ສປ ຈີນ ແລະ ​ສຳ​ນັກ​ຂ່າວ​ສານ​ຕາ​ສ ​ຂອງ​ຣັດ​ເຊຍ, ​ພາຍ​ໃຕ້​ຫົວ​ຂໍ້: “ສ້າງ​ອະ​ນາ​ຄົດ​ໃໝ່ແຫ່ງ​ການ​ຮ່ວມ​ມື ​ດ້ານ​ສື່ມວນ​ຊົນຈີນ-ຣັດ​ເຊຍ: ຄວາມ​ຮັບ​ຮູ້​ທີ່ເປັນ​ເອ​ກະ​ພາບ​ກັນ ແລະ​ ການ​ປະ​ຕິ​ບັດ”. ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ປະ​ມານ 140 ຄົນ ​ທີ່​ມາ​ຈາກ​ພາກ​ສ່ວນທີ່​ກ່ຽວ​ຂ້ອງ ແລະ​ ອົງ​ການ​ສື່ມວນ​ຊົນ ຈາກສອງ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງນີ້ ​ໂດຍທັງສອງ​ຝ່າຍ​ໄດ້​ລົງ​ນາມເອ​ກະ​ສານ​ຮ່ວມ​ມື​ ກ່ຽວ​ກັບ​ການ​ລົ​ງ​ເລິກ​ການຮ່ວມ​ມື​ ລະ​ຫວ່າງ​ ສື່ມວ​ນ​ຊົນຈີນ-ຣັດ​ເຊຍ ​ຈຳ​ນວນ 11 ສະ​ບັບ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments