ວັນທີ 16 ທັນວາ 2025 ຢູ່ເດີ່ນບານເຕະ ມະຫາວິທະ ຍາໄລແຫ່ງຊາດ ໄດ້ມີການແຂ່ງຂັນ ກິລາແລ່ນ-ລານຄົນພິການ ນະຄອນຫຼວງວຽງຈັນ ພາຣາເກມ ຄັ້ງທີ IV, ມີບັນ ດາຄະນະອານຸກໍາມະການ, ຄູຝຶກ, ຄະນະຮັບຜິດຊອບທີ່ກ່ຽວຂ້ອງ, ພ້ອມດ້ວຍ ນັກກິລາ ແລະ ກອງເຊຍ ເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ.
ການແຂ່ງຂັນກິລາແລ່ນ-ລານ ແມ່ນເລີ່ມແຂ່ງຂັນ ແຕ່ວັນທີ 16-18 ທັນວາ 2025, ໂດຍມີບັນດານັກກິລາຄົນພິ ການເຂົ້າຮ່ວມມາຈາກ 17 ແຂວງ ແລະ 1 ນະຄອນຫຼວງ ເຈົ້າພາບ ທັງໝົດ 102 ຄົນ ຍິງ 28 ຄົນ, ມີການຊີງຫຼຽນຄໍາ 62 ຫຼຽນ ແລະ ປະກອບມີ 2 ປະເພດກິລາ ຄື: ປະເພດແລ່ນ ຊີງຫຼຽນຄໍາ ຈໍານວນ 29 ຫຼຽນຄໍາ ແລະ ປະເພດລານຊີງຫຼຽນຄໍາ ຈໍານວນ 33 ຫຼຽນຄໍາ ສ່ວນການແຂ່ງຂັນ ປະ ເພດ ແລ່ນ ມີ 29 ຫຼຽນຄໍາ ແລະ ປະເພດລານ ມີ 33 ຫຼຽນຄໍາ.
ສໍາລັບການແຂ່ງຂັນ ປະເພດ ແລ່ນ ປະກອບ ມີໄລຍະ 100 ແມັດ, 200 ແມັດ, 400 ແມັດ, 800 ແມັດ ແລະ 1.500 ແມັດ ສ່ວນປະເພດລານ ປະກອບມີ ແກວ່ງຈານ, ເຕັ້ນຍາວ, ຊັດຫຼາວ ແລະ ຊຸກນໍ້າໜັກ. ເຊິ່ງມີນັກກິລາຄົນພິການປະເພດຊາຍ ແລະ ຍິງ ໃນລະດັບຄວາມພິການຕັ້ງແຕ່ F11 ຫາ F56 ແລະ T11 ຫາ T47 ແລະ ລະດັບຄົນຫູໜວກ.

