Tuesday, December 16, 2025
Homeຂ່າວກິລານະຄອນຫຼວງວຽງຈັນ ໄດ້ຫຼຽນຄໍາທຳອິດກິລາຟັນດາບ ໃນງານມະຫາກໍາກິລາຄົນພິການ ແຫ່ງຊາດ ຄັ້ງ IV

ນະຄອນຫຼວງວຽງຈັນ ໄດ້ຫຼຽນຄໍາທຳອິດກິລາຟັນດາບ ໃນງານມະຫາກໍາກິລາຄົນພິການ ແຫ່ງຊາດ ຄັ້ງ IV

ການແຂ່ງຂັນກິລາຟັນດາບ ຄົນພິການ ງານມະຫາກໍາກິ ລາຄົນພິການ ແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມ ມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະ ທານຄະນະກໍາມະການພາຣາແລ້ມປິກແຫ່ງຊາດລາວ, ມີ ທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງຣາຊະອະນາຈັກໄທ,ມີບັນດາທ່ານຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ,ຄູຝຶກ,ພ້ອມດ້ວຍຄະນະຮັບຜິດຊອບ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການແຂ່ງຂັນກິລາຟັນດາບຄົນພິການ ຈໍານວນ 4 ແຂວງ ຄື: ແຂວງວຽງຈັນ,ແຂວງບໍລິຄໍາໄຊ,ແຂວງຄໍາມ່ວນ, ແຂວງ ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ, ມີນັກກິລາລົງແຂ່ງ ທັງໝົດ 9 ຄົນ, ຍິງ 3 ຄົນ, ຊາຍ 6 ຄົນ ແບ່ງ ອອກເປັນ 2 ປະເພດ ຄື: ດາບ Epee ຊາຍ-ຍິງ ຄຣາດ A ແລະ B ແລະ ດາບ Seber ຊາຍ-ຍິງ ຄຣາດ A ແລະ B, ມີ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 4 ຫຼຽນທອງແດງ. ໃນນັ້ນ, ທ້າວ ໂອລໍາ ນໍ່ດໍາ ກິລາຟັນດາບ ຈາກນະຄອນຫຼວງວຽງ ຈັນ ສາມາດຍາດໄດ້ຫຼຽນຄໍາທຳອິດ, ທ້າວ ຫົງຄໍາ ຄໍາໝັ້ນ ກິລາຟັນດາບ ຈາກແຂວງຫຼວງພະບາງ ໄດ້ຫຼຽນເງິນ ແລະ ທ້າວ ສູນທອນ ຫົງຄໍາ ກິລາຟັນດາບ ຈາກແຂວງວຽງຈັນ ໄດ້ຫຼຽນທອງ, ການແຂ່ງຂັນດັ່ງກ່າວ ແມ່ນຈະສໍາເລັດໃນ 16 ທັນວາ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments