Tuesday, December 16, 2025
Homeຂ່າວພາຍໃນຈັດງານວັນລາວ ທີ່ນະຄອນຫລວງປາຣີ ໂຄສະນາ-ສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງລາວ

ຈັດງານວັນລາວ ທີ່ນະຄອນຫລວງປາຣີ ໂຄສະນາ-ສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງລາວ

ງານວັນລາວ Lao Festival ຈັດຂຶ້ນໃນວັນທີ 12 ທັນວາ 2025 ທີ່ນະຄອນຫລວງປາຣີ ປະ ເທດຝຣັ່ງ ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງລາວ ໂດຍການເຂົ້າຮ່ວມເປັນປະ ທານຂອງ ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຝຣັ່ງ, ມີທູຕານຸທູດ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ທີ່ປະເທດຝຣັ່ງ, ພາກທຸລະກິດທີ່ກ່ຽວຂ້ອງ ແລະ ຄົນເຊື້ອຊາດລາວ ເຂົ້າຮ່ວມ.

ໃນງານດັ່ງກ່າວ ໄດ້ນໍາສະເໜີຄວາມຄວາມງົດງາມທີ່ເປັນເອກະລັກ ຂອງວັດທະນະທໍາການຕໍ່າແຜ່ນແພ ທີ່ ສືບທອດກັນມາຫລາຍເຊັ່ນຄົນ ລວມເຖິງຄວາມພາກພູມໃຈຂອງຄົນເຊື້ອຊາດລາວ ຢູ່ທົ່ວທຸກມູນໂລກ ທີ່ລາຍນາກ ໄດ້ຮັບການຮັບຮອງໃຫ້ເປັນມໍລະດົກໂລກ ຈາກອົງການ ອຸຍແນັສໂກ(UNESCO). ພ້ອມກັນນີ້ ກໍເພື່ອເປັນການ ຊຸກຍູ້ໃຫ້ແຜ່ນແພທ້ອງຖິ່ນຂອງລາວ ສາມາດກ້າວເຂົ້າສູ່ຕະຫລາດແຟຊັນສາກົນ, ທັງເປັນການເອກອ້າງເຖິງຄວາມ ງົດງາມຂອງແຜ່ນແຜລາວ, ສົ່ງເສີມການປະດິດສ້າງຂອງນັກອອກແບບເຄື່ອງນຸ່ງ ທີ່ຮ່ວມສະໄໝຂອງລາວ ສາມາດ ເຂົ້າສູ່ຕະຫລາດແຟຊັ້ນສາກົນ, ທັງເປັນການສ້າງລາຍຮັບໃຫ້ຊຸມຊົນທ້ອງຖິ່ນ ໂດຍສະເພາະຕ່ອງໂສ້ການຜະລິດ ແຜ່ນແພ ເຮັດໃຫ້ວັດທະນະທໍາການຜະລິດແຜ່ນແພ ສາມາດສືບຕໍ່ສ້າງອາຊີບໃຫ້ຄົນໃນທ້ອງຖິ່ນຢ່າງມີຄວາມຍືນຍົງ. ພ້ອມກັນນີ້, ການຈັດງານດັ່ງກ່າວ ຍັງເປັນການສະແດງເຖິງການສົ່ງເສີມຄວາມສາມາດຂອງນັກອອກແບບໄວໜຸ່ມ ລາວ ທີ່ມີພອນສະຫວັນ ແລະ ຄວາມສາມາດທີ່ໂດດເດັ່ນ ບໍ່ໜ້ອຍໜ້າລະດັບສາກົນ.

ພາຍໃນງານ ໄດ້ນໍາສະເໜີວິດີໂອ ໂຄສະນາການບັນດາສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ ມີເອກະລັກສະ ເພາະຂອງ ສປປ ລາວ ແລະ ນໍາສະເໜີບົດເພງທີ່ປະສົມປະສານກັບສຽງດົນຕີພື້ນເມືອງ, ການສະແດງຊຸດຜ້າລາຍ ນາກ ແລະ ຊຸດແຜ່ນແພລາວແບບປະຍຸກ ຈາກຫ້ອງຊຸດເຄື່ອງນຸ່ງທີ່ມີຊື່ສຽງຊັ້ນນໍາຂອງລາວ ຈໍານວນ 17 ພາກສ່ວນ.

ງານຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືສະໜັບສະໜູນຈາກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ສະຖານທູດລາວທີ່ປະເທດຝຣັ່ງ, ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments