Saturday, December 13, 2025
Homeຂ່າວໜ້າໜຶ່ງໄລຍະເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຢູ່ຫວຽດນາມ

ໄລຍະເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຢູ່ຫວຽດນາມ

ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເພິ່ນເປັນຜູ້ປະກອບສ່ວນສໍາຄັນຢ່າງໃຫຍ່ຫຼວງເຂົ້າໃນການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ສ້າງຕັ້ງກອງທັບປະຊາຊົນລາວ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ເຂົ້າຮ່ວມໂດຍກົງໃນການຕໍ່ສູ້ຕ້ານຝຣັ່ງ ແລະ ຕ້ານ ອາເມຣິກາ ທີ່ເຂົ້າມາຮຸກຮານລາວ; ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕໍ່ສູ້ ແລະ ໄດ້ຮັບໄຊຊະນະ.

ເພິ່ນເປັນຜູ້ນໍາການປະຕິວັດທີ່ມີຈັນຍາບັນ, ສະຕິປັນຍາ, ອຸທິດທັງຊີວິດ ກິ້ງເກືອກລີເລືອກັບພາລະກິດປະຕິວັດຢູ່ລາວ, ປະກອບສ່ວນຢ່າງໃຫຍ່ຫຼວງນໍາພາປະເທດລາວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ໃນພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຢູ່ລາວ, ກາຍເປັນປະທານພັກ, ເລຂາທິການໃຫຍ່ປະຊາຊົນປະຕິວັດລາວ, ປະທານປະເທດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາປະຕິບັດພາລະກິດປ່ຽນແປງໃໝ່ຂອງລາວ, ທັດສະນະປ່ຽນແປງໃໝ່ຂອງເພິ່ນ ແມ່ນປ່ຽນແປງໃໝ່ຮອບດ້ານ, ມີຫຼັກການ, ເຂັ້ມແຂງໜັກແໜ້ນເທື່ອລະກ້າວ, ບໍ່ຮີບຮ້ອນ, ອີງໃສ່ກໍາລັງຂອງຕົນເປັນຫຼັກ, ພ້ອມກັນນັ້ນກໍຍາດແຍ່ງເອົາການຮ່ວມມືສາກົນ, ແນໃສ່ສ້າງການປ່ຽນແປງໂດຍພື້ນຖານຢູ່ລາວ, ນັບແຕ່ການປະຕິວັດຊາດປະຊາທິປະໄຕ ກ້າວຂຶ້ນສູ່ການກໍ່ສ້າງສັງຄົມນິຍົມຢູ່ລາວ ໃນດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ. ປະທານ ໄກສອນ ພົມວິຫານ ເປັນຜູ້ເສີມສ້າງນໍ້າໃຈສາມັກຄີພິເສດ ລາວ -ຫວຽດນາມ, ເສີມສ້າງນໍ້າໃຈສາມັກຄີຮ່ວມສໍາພັນສູ້ຮົບ ແລະ ນໍ້າໃຈມິດຕະພາບລາວ – ຫວຽດນາມ ໃຫ້ສວຍສົດງົດງາມໄປຊົ່ວກາລະນານ ແລະ ແຕກດອກອອກຜົນ. ສາຍພົວພັນມິດຕະພາບພິເສດ ລາວ – ຫວຽດນາມ ໄດ້ເລີ່ມຕົ້ນມາຈາກພື້ນຖານແນວຄິດທີ່ ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ອອກແຮງເພີ່ມພູນຄູນສ້າງ, ເປັນສາຍພົວພັນພິເສດ, ການຮ່ວມມືຮອບດ້ານ, ຊື່ສັດ, ບໍລິສຸດ. ໄລຍະເຄື່ອນໄຫວການປະຕິວັດຂອງປະທານ ໄກສອນ ພົມວິຫານ ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຕະຫຼອດພາລະກິດການປະຕິວັດອັນຍິ່ງໃຫຍ່, ສະຫງ່າງາມຂອງເພິ່ນ.

ປະທານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920, ທີ່ບ້ານນາເຊັງ ເມືອງຄັນທະບູລີ (ປັດຈຸບັນແມ່ນນະຄອນ ໄກສອນ ພົມວິຫານ), ແຂວງ ສະຫວັນນະເຂດ, ໃນຄອບຄົວຊາວນາ ເປັນລູກຂອງພໍ່ລ້ວນ ແລະ ແມ່ດົກ.

ປີ 1935, ເພິ່ນອອກຈາກບ້ານເກີດ ສະຫວັນນະເຂດ, ເດີນທາງໄປ ຮ່າໂນ້ຍ, ຫວຽດນາມ ເພື່ອເຂົາຮ່ວມການສອບເສັງເຂົ້າໂຮງຮຽນມັດທະຍົມແຫ່ງໜຶ່ງ. ເມື່ອຮອດ ຮ່າໂນ້ຍ, ເພິ່ນເສັງເຂົ້າໂຮງຮຽນມັດທະຍົມປ້ອງກັນ (ອາລັກຂາ) (Collège du Protectorát à Hanoi) ທີ່ຄົນຫວຽດນາມ ລຶ້ງເອີ້ນວ່າ “ເຈື່ອງເບື້ອຍ” (ໂຮງຮຽນໝາກສົ້ມໂອ).

ໃນເວລາຮຽນຢູ່ ເຈື່ອງເບື້ອຍ, ເພິ່ນເລີ່ມໄດ້ອ່ານໜັງສືກ່ຽວກັບການປະຕິວັດຫຼາຍຂື້ນ ເຊັ່ນ: ໜັງສືພິມ “”Le Travail” (ແຮງງານ), “Rassemblement” (ສັງລວມ), “Le Peuple” (ມະຫາຊົນ), “Notre voix” (ສຽງຂອງພວກເຮົາ). Tờ “ວິນຍານໜຸ່ມໃໝ່” ກໍໄດ້ມີນັກຮຽນຊອກອ່ານ. ປີສຸດທ້າຍຂອງການຮຽນ, ປະທານ ມີໂອກາດໄດ້ອ່ານໜັງສືພິມ “ມະຫາຊົນ”, ເປັນໜຶ່ງໜັງສືພິມໃຫຍ່ຂອງພັກກອມມູນິດອິນດູຈີນ, ຈັດພິມຢ່າງເປີດເຜີຍໃນສະໄໝ ແນວໂຮມປະຊາທິປະໄຕ. ຜ່ານໜັງສືພິມນີ້, ຄັ້ງທໍາອິດ, ປະທານ ໄກສອນ ພົມວິຫານ ຮູ້ເຖິງຊື່ພັກກອມມູນິດອິນດູຈີນ ເພີ່ນກໍເລີ່ມຕື່ນຕົວຕໍ່ການປະຕິວັດ ຈາກບັນດາເຫດການຮັກຊາດ ແລະ ການປະຕິວັດເກີດຂຶ້ນຢູ່ ຫວຽດນາມ ໃນເວລານັ້ນ.

ໃນຊຸມປີ 1936 -1939, ຢູ່ ຫວຽດນາມ, ໄດ້ມີຂະບວນກາຕໍ່ສູ້ຂອງຊາວໜຸ່ມຮຽກຮ້ອງເສລີພາບປະຊາທິປະໄຕ. ນັກຮຽນ ເຈື່ອງເບື້ອຍ (ໃນນັ້ນ ມີປະທານ ໄກສອນ ພົມວິຫານ) ໄດ້ເຂົ້າຮ່ວມຂະບວນການນີ້ຢ່າງຟົດຟື້ນ. ເພິ່ນໄດ້ເຊັນຊື່ໃນແຜ່ນຈົດໝາຍລວມ ສົ່ງເຖີງຫົວໜ້າກົງຈັກປົກຄອງ ບັກກີ່, ຮຽກຮ້ອງໃຫ້ຫົວໜ້າກົງຈັກປົກຄອງ ລາຍງານຂື້ນໄປຫາຜູ້ວ່າການອິນດູຈີນ ຮູ້ເຖິງຂໍ້ສະເໜີຂອງນັກຮຽນ ເຈື່ອງເບື້ອຍ ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າອິນດູຈີນໄດ້ຮັບສິດເສລີພາບ, ເຂົ້ານໍ້າເຄື່ອງນຸ່ງຫົ່ມ, ສັນຕິພາບ. ເພິ່ນເຂົ້າຮ່ວມສະມາຄົມນັກຮຽນຮັກຊາດຂອງໂຮງຮຽນ, ເຂົ້າຮ່ວມການໂຄສະນາແນະນໍາບັນດາປື້ມຄວາມກ້າວໜ້າໃນນັກຮຽນ ແລະ ເຂົ້າຮ່ວມຄະນະນັກຮຽນໃນພິທີສະເຫຼີມສະຫຼອງວັນກໍາມະກອນສາກົນ (1/5)ຄັ້ງທໍາອິດທີ່ຈັດຂຶ້ນຢ່າງເປີດເຜີມຢູ່ ຮ່າໂນ້ຍ ໃນປີ 1938.

ພາຍຫຼັງ 4 ປີຮຽນຢູ່ ເຈື່ອງເບື້ອຍ, ປີ 1939, ກ້າວເຂົ້ສູ່ອາຍຸ 19 ປີ, ປະທານ ໄກສອນ ພົມວິຫານ ຮຽນຈົບຫຼັກສູດມັດທະຍົມ, ເສັງເອົາໃບປະກາດຈົບຊັ້ນມັດທະຍົມສຶກສາ ແລະ ເສັງເຂົ້າມະຫາວິທະຍາໄລກົດໝາຍ ເພາະເພິ່ນມັກບັນຫາກ່ຽວກັບກົດໝາຍ ແລະ ຢາກຜ່ານມະຫາວິທະຍາໄລກົດໝາຍ ເພື່ອຊອກຮູ້ທາດແທ້ກົງຈັກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງຢູ່ອິນດູຈີນ.

ຢູ່ມະຫາວິທະຍາໄລກົດໝາຍ, ປະທານ ໄກສອນ ພົມວິຫານ ອາສາສະໝັກເຂົ້າຮ່ວມສະມາຄົມຊາວໜຸ່ມກູ້ຊາດ ນະຄອນ ຮວ່າງຢ້ຽວ (ໝາຍເຖິງນະຄອນຮ່າໂນ້ຍ) ອົງການຈັດຕັ້ງຮັກຊາດ ແລະ ການປະຕິວັດຂອງຊາວໜຸ່ມຫວຽດນາມ. ການເຂົ້າຮ່ວມສະມາຄົມຊາວໜຸ່ມກູ້ຊາດ ນະຄອນ ຮວ່າງຢ້ຽວ ເປັນບາດລ້ຽວທໍາອິດໃນຊີວິດການເຄື່ອນໄຫວການເມືອງຂອງປະທານ ໄກສອນ ພົມວິຫານ. ໃນເວລາຮຽນຢູ່ ຮ່າໂນ້ຍ, ເພິ່ນມີເພື່ອນນັກສຶກສາຍື່ນໃຫ້ເບິ່ງຄໍາສັ່ງຂອງຄະນະປະຈໍາສູນກາງພັກກອມມູນິດອິນດູຈີນ: “ຍີ່ປຸ່ນ – ຝຣັ່ງ ຍິງກັນ ແລະ ການກະທໍາຂອງພວກເຮົາ”. ຟາຊິດຍີ່ປຸ່ນ ລົງໂທດລ່າເມືອງຂື້ນຝຣັ່ງ ໃນກາງຄືນວັນທີ 9 ມິນາ 1945,​ ເຮັດໃຫ້ທະຫານຝຮັ່ງ ຕ້ອງໂຕນໜີອອກໄປ. ໄລຍະທີ່ສະພາບການການເມືອງອິນດູຈີນ ກໍາລັງມີການຫັນປ່ຽນຢ່າງໄວວາ, ຊຸກຍູ້ໃຫ້ຊາວໜຸ່ມຜູ້ຮັກຊາດຊື່ໄກສອນ ພົມວິຫານ ຟ້າວກັບຄືນມາປະເທດລາວໂດຍໄວ ເພື່ອຮ່ວມກັບປວງຊົນລາວບັນດາເຜົ່າດໍາເນີນການປະຕິວັດປົດປ່ອຍຊາດຢູ່ລາວ. ເພິ່ນໄດ້ອອກຈາກ ຮ່າໂນ້ຍ ຂອງທ້າຍເດືອນ ເມສາ1945 ເພື່ອກັບຄືນປະເທດລາວ, ໂຄສະນານໍ້າໃຈຮັກຊາດໃຫ້ປະຊາຊົນບັນດາເຜົ່າ ແລະ ຊາວໜຸ່ມຢູ່ບ້ານເກີດ ແຂວງສະຫວັນນະເຂດໄດ້ຮັບຮູ້.

ເຮັດວຽກຢູ່ສະຫວັນນະເຂດໄລຍະໜຶ່ງ, ປະທານ ໄກສອນ ພົມວິຫານ ອອກຈາກບ້ານເກີດສະຫວັນນະເຂດກັບຄືນຮ່າໂນ້ຍ ໃນເດືອນ ມິນາ 1946. ນັບແຕ່ເດືອນມີນາ ຫາ ເດືອນທັນວາ 1946, ຢູ່ ຮ່າໂນ້ຍ, ເພິ່ນໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ລາວ – ຫວຽດ ແລະ ຮັບຜິດຊອບບັນດາຜູ້ຮັກຊາດລາວ ຢູ່ຫວຽດນາມຕ້ານຝຣັ່ງ. ໄລຍະດຽວກັນນີ້, ໃນການພົບປະເຮັດວຽກຄັ້ງທໍາອິດກັບປະທານ ໄກສອນ ພົມວິຫານ, ປະທານ ໂຮ່ຈິມິນ ໄດ້ຢືນຢັນບັນຫາກໍ່ສ້າງຮາກຖານການເມືອງ ແລະ ບັນດາທີ່ໝັ້ນການປະຕິວັດເທິງແຜ່ນດິນລາວ ແມ່ນໜຶ່ງໃນບັນຫາສໍາຄັນທີ່ສຸດ, ຄົນລາວ ແລະ ຄົນຫວຽດນາມ ຕ້ອງສາມັກຄີກັນຕ້ານພວກລ່າເມືອງຂຶ້ນ ຝຮັ່ງເພື່ອກູ້ຊາດ.

ປີ 1947. ປະທານ ໄກສອນ ພົມວິຫານ ໄດ້ຂຶ້ນໄປເຂດໄຕບັກ (ຕາເວັກຕົກສ່ຽງເໜືອ) ຂອງ ຫວຽດນາມ ແລະ ບັນຊາກໍາລັງປະກອບອາວຸດ ໂຄສະນາ ລາວ – ຫວຽດ ນັບແຕ່ໄຕບັກຫວຽດນາມ ໄປຮອດການຕໍ່ສູ້ຢູ່ຊຽງຄໍ້. ໄລຍະໜຶ່ງ, ປະທານ ໄກສອນ ພົມວິຫານ ໄດ້ກັບຄືນໄປຫວຽດນາມ ເພື່ອເຂົ້າຮ່ວມສ້າງຕັ້ງກອງທະຫານອາສາສະໝັກພາກເໜືອຂອງລາວ.

ວັນທີ 17 ກຸມພາ 1948, ສູນກາງພັກກອມມູນິດອິນດູຈີນ ຕົກລົງຈັດຕັ້ງກອງທະຫານອາສາສະໝັກພາກເໜືອຂອງລາວ, ແນໃສ່ເສີມກໍາລັງສູ້ຮົບໃຫ້ການປະຕິວັດລາວ. ກອງທະຫານອາສາສະໝັກພາກເໝືອຂອງລາວກັບຄືນມາເຄື່ອນໄຫວຢູ່ລາວ ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງປະຊາຊົນລາວຕ້ານການຮຸກຮານ. ໃນເວລາສ້າງຕັ້ງຂຶ້ນ, ກອງທະຫານອາສາສະໝັກມີ 16 ຄົນ, ໃນນັ້ນມີຄົນລາວ 4 ຄົນ ແລະ ຄົນຫວຽດ 12 ຄົນ, ໂດຍປະທານ ໄກສອນ ພົມວິຫານ ເປັນຫົວໜ້າກອງ.

ໜ້າທີ່ຕົ້ນຕໍຂອງກອງ ແມ່ນປະກອບສ່ວນຊ່ວຍເຫຼືອກໍາລັງຕໍ່ຕ້ານຂອງລາວ ກໍ່ສ້າງເຂດທີ່ໝັ້ນການປະຕິວັດຢູ່ 4 ແຂວງພາກເໜືອ ຄື:ຊໍາເໜືອ, ຊຽງຂວາງ, ຜົ້ງສາລີ ແລະ ຫຼວງພະບາງ. ກ່ອນເວລາເຄື່ອນທັບກັບຄືນລາວ, ກອງທະຫານອາສາສະໝັກໄດ້ຕັ້ງຖານທັບຢູ່ຈຸດໜຶ່ງຂື້ນກັບແຂວງຟູເທາະ ຂອງ ຫວຽດນາມ. ກ່ອນເວລາອອກເດີນທາງ, ທົ່ວກອງທະຫານໄດ້ປະຊຸມເປິກສາຫາລືເປັນເອກະພາບດ້ານວິທີການເຄື່ອນໄຫວ, ກໍ່ສ້າງຮາກຖານປະຕິວັດ, ຮັບສະໜັກທະຫານຄົນລາວຕື່ມອີກ,ຄ່ອຍໆສ້າງກ້ອນກໍາລັງໃຫ້ເຕີບໃຫຍ່. ພະນັກງານນັກຮົບຂອງກອງທະຫານ ໄດ້ສາບານຮ່ວມກັນອັດທົນຕໍ່ຄວາມຫຍຸ້ງຍາດ, ຂາດເຂີນ, ເຂົ້າໄປໃນບ້ານຕ່າງໆ, ຂົນຂວາຍປະຊາຊົນ, ຕິດຕໍ່ສະໜິດສະໜົມກັບປະຊົາຊົນ, ເຮັດສໍາເລັດໜ້າທີ່. ອ້າຍນ້ອງໃນກອງທະຫານອາສາສະໝັກ ຍັງໄດ້ຫາລືນໍາກັນບາງປະສົບການເຄື່ອນໄຫວປິດລັບ ແລະ ບົດຮຽນໃນການກໍ່ສ້າງຮາກຖານ.

ກອງທະຫານອາສາສະໝັກໄດ້ອອກຈາກຟູເທາະ ໃນເດືອນ ເມສາ 1948, ຜ່ານບັນດາທ້ອງຖິ່ນຂອງ ຫວຽດນາມ: ຫວູແອ້ນ, ແທັງເຊິນ, ມົກຮ້າ, ມົກເຈົາ, ມາຍເຊິນ, ຟຽງຊາ (ຟຽງຊາ ເປັນບ້ານຊົນເຜົ່າມົ້ງ ຂຶ້ນກັບແຂວງ ເຊິນລາ ຂອງຫວຽດນາມ) ຮອດ ຟຽງຊາ, ກອງທະຫານໄດ້ຢຸດທັບເພື່ອກໍ່ສ້າງທີ່ໝັ້ນຢູ່ ລາວໂຄ ແລະ ກໍາສະພາບກ່ອນຈະເຄື່ອນທັບເຂົ້າດິນແດນລາວ.

ຢູ່ທີ່ໝັ້ນ ລາວໂຄ, ປະທານ ໄກສອນ ພົມວິຫານ ແຍກຕົວຂ້າມມາດິນລາວ ເພື່ອກໍາສະພາບ ແລະ ມີບັນດາແຜນການກ່ອນທີ່ຈະກ້າວເລິກເຂົ້າດິນລາວ. ໃນເວລາເຄື່ອນໄຫວຢູ່ ຟຽງຊາ, ຄະນະອາສາສະໝັກ ລາວ- ເໜືອ ຕັ້ງທີ່ໝັ້ນເຄື່ອນໄຫວຢູ່ໃນຖ້ຳເຖີ້ມເໝ ແລະ ຝຶກການທະຫານ ເພື່ອກັບໄປສ້າງເຂດທີ່ໝັ້ນຢູ່ເມືອງວຽງໄຊ; ສະເພາະ ປະທານ ໄກສອນ ພົມວິຫານ ອົງການຈັດຕັ້ງໄດ້ຈັດໃຫ້ໄປຢູ່ເຮືອນຂອງທ່ານ ຈ໋າງ ລາວໂຄ – ຄອບຄົວໄດ້ມີຄວາມສະໜິດຕິດພັນກັນຫຼາຍກັບເພິ່ນໃນເວລາຢູ່ທີ່ນີ້.

ຈາກ ລາວໂຄ, ພະນັກງານນັກຮົບ ໄດ້ເຄື່ອນທັບຂ້າມມາລາວ. ປະທານ ໄກສອນ ພົມວິຫານ ຈັດແບ່ງກອງອອກເປັນສາມຈຸບຸກເຂົ້າເມືອງແຮດ, ຊຽງຄໍ້ ເລີ່ມພົວພັນຕິດຕໍ່ກັບປະຊາຊົນ, ກໍ່ສ້າງຮາກຖານຢູ່ບ້ານຊົນເຜົ່າມົ້ງ, ຢູ່ຕາແສງລາວຮຸ່ງ. ຮອດເດືອນ ຕຸລາ 1948, ກໍ່ສ້າງໄດ້ 44 ບ້ານຮາກຖານ, ລວມ 331 ຄອບຄົວ ມີຈໍານວນພົນ 1.500 ຄົນ. ດ້ວຍຜົນງານດີເດັ່ນໃນວຽກງານ ແລະ ໃນການຕໍ່ສູ້, ໜ່ວຍພັກກອງທະຫານອາສາສະໝັກລາວ – ເໜືອ ສະເໜີເອົາ ປະທານ ໄກສອນ ພົມວິຫານ ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ ໃນວັນທີ 6 ກຸມພາ 1949 ແລະ ກາຍເປັນສະມາຊິກພັກສົມບູນໃນເດືອນ ກໍລະກົດ 1949.

ວັນທີ 20 ມັງກອນ 1949, ຢູ່ຖານທີ່ໝັ້ນ ຊຽງຄໍ້ ປະທານ ໄກສອນ ພົມວິຫານ ເປີດກອງປະຊຸມພະນັກງານ, ປະກາດສ້າງຕັ້ງທະຫານຄະນະປົດປ່ອຍ, ໂດຍຕັ້ງຊື່ກົມກອງແມ່ນ ລາດຊະວົງ ຊຶ່ງເປັນຕົ້ນກຳເນີດກອງທັບປະຊາຊົນລາວໃນປັດຈຸບັນ. ຄະນະອາສາສະໝັກລາວ – ເໜືອ ເກີດເປັນສອງພາກສ່ວນ, ພາກສ່ວນເຄື່ອນໄຫວກະຈາຍກໍ່ສ້າງຮາກຖານ, ຄະນະລາດຊະວົງ ບາງຄັ້ງລວມສູນ, ບາງຄັ້ງກະຈາຍ, ທັງເຮັດການເມືອງ ທັງເຮັດການທະຫານ… ເມື່ອຂະບວນການປະຕິວັດຢູ່ລາວໄດ້ຂະຫຍາຍຕົວແຂງແຮງ, ເພື່ອສະດວກໃຫ້ແກ່ການຊີ້ນໍາ, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ອອກຈາກທີ່ໝັ້ນຢູ່ຫວຽດນາມກັບຄືນມາລາວ, ແບ່ງໜ້າທີ່ໃຫ້ບັນດາສະມາຊິກພາຍໃນກອງ, ເຮັດໜ້າທີ່ເລີ່ມພົວພັນຕິດຕໍ່ກັບປະຊາຊົນທ້ອງຖິ່ນ, ເຮັດວຽກງານຂົນຂວາຍປະຊາຊົນ ແລະ ຕື່ນຕົວຕໍ່ທະຫານສັດຕູ.

ຮອດເດືອນ ສິງຫາ 1950, ກອງປະຊຸມໃຫຍ່ບັນດາກ້ອນກໍາລັງສູ້ຮົບລາວ ໄດ້ຈັດຂຶ້ນແຕ່ລະຫວ່າງວັນທີ 13-15 ສິງຫາ 1950, ຢູ່ຈຸດໜຶ່ງຂອງແຂວງຕຽນກວາງ ຂຶ້ນກັບເຂດຫວຽດບັກ ຂອງຫວຽດນາມ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະການນໍາສູນກາງແນວລາວອິດສະຫຼະ (ຫຼັງຈາກນັ້ນເອີ້ນວ່າແນວລາວຮັກຊາດ). ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເປັນປະທານສູນກາງແນວລາວອິດສະຫຼະ. ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນກໍາມະການສູນກາງ. ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ເລືອກຕັ້ງລັດຖະບານຕໍ່ຕ້ານ ແລະ ໄດ້ລວມຊາດລາວ ໂດຍແມ່ນປະທານສຸພານຸວົງ ເປັນນາຍົກລັດຖະມົນຕີ (ປະທານສະພາລັດຖະມົນຕີ). ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ.

ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ຈັດຂຶ້ນລະຫວ່າງວັນທີ 11-19 ກຸມພາ 1951, ທີ່ຕາແສງ ວິງກວາງ (ປັດຈຸບັນແມ່ນຕາແສງ ກິມບິ່ງ), ເມືອງ ຈຽມຫົວ, ແຂວງ ຕຽນກວາງ. ຄະນະຜູ້ແທນອົງຄະນະພັກແຄວ້ນລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຫົວໜ້າຄະນະ. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າ, ເປິກສາຫາລືບົດລາຍງານການເມືອງ, ໂຄງການປະຕິວັດຫວຽດນາມ ແລະ ບົດລາຍງານສໍາຄັນອື່ນໆ. ກອງປະຊຸມໃຫຍ່ໄດ້ກໍານົດສອງໜ້າທີ່ຫຼັກຄື: ຊຸກຍູ້ການຕໍ່ສູ້ໃຫ້ໄດ້ຮັບໄຊຊະນະ ແລະ ບູລະນະອົງການຈັດຕັ້ງພັກໃຫ້ເໝາະສົມກັບສະພາບການໃໝ່. ການຕໍ່ສູ້ຢູ່ສາມປະເທດມີບາດກ້າວຂະຫຍາຍຕົວແຕກຕ່າງກັນ, ຮຽກຮ້ອງໃຫ້ຕ້ອງມີແນວທາງນະໂຍບາຍສະເພາະ ແລະ ເໝາະສົມ. ຈາກສະພາບຕົວຈິງພາວະວິໄສ, ຮຽກຮ້ອງໃຫ້ພັກກອມມູນິດອິນດູຈີນ ຕັດສິນໃຈສ້າງຕັ້ງພັກກອມມູນິດຢູ່ແຕ່ລະປະເທດ, ມີແຜນດໍາເນີນງານສະເພາະ, ບົນພື້ນຖານສົມທົບກັບເຄື່ອນໄຫວລວມ ເພື່ອນໍາພາການຕໍ່ສູ້ຢູ່ແຕ່ລະປະເທດ. ໃນກອງປະຊຸມໃຫຍ່ຄັ້ງນີ້, ປະທານ ໄກສອນ ພົມວິຫານ ໄດ້ປະກອບຫຼາຍຄໍາເຫັນສໍາຄັນກ່ຽວກັບເສັ້ນທາງພັດທະນາການປະຕິວັດອິນດູຈີນ. ປະທານ ກ່າວວ່າ: ແຜນນະໂຍບາຍສ້າງຕັ້ງພັກປະຕິວັດຢູ່ແຕ່ລະປະເທດແມ່ນເໝາະສົມກັບຄວາມຮຽກຮ້ອງຕ້ອງການພາວະວິໄສ ຂອງສະພາບການພັດທະນາຢູ່ແຕ່ລະປະເທດ.

ປະທານ ໄກສອນ ພົມວິຫານ ໄດ້ຮັບການມອບໝາຍຈາກກອງປະຊຸມໃຫຍ່ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ໃຫ້ຮ່ວມກັບບັນດາສະຫາຍການນໍາຂອງລາວກະກຽມດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ ເພື່ອສ້າງຕັ້ງພັກປະຕິວັດລາວ. ປະທານໄດ້ລົງຮາກຖານ, ພົບປະພະນັກງານ, ສະມາຊິກພັກ, ເກັບກໍາສະພາບການຕົວຈິງຢູ່ທັງພາກກາງ, ພາກໃຕ້ ແລະ ພາກເໜືອຂອງລາວເປັນປະຈໍາ. ຜ່ານຂະບວນການທຸ້ມເທກະກຽມ, ກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນລາວ ໄດ້ໄຂຂຶ້ນລະຫວ່າງວັນທີ 22 ມິນາ ຫາວັນທີ 6 ເມສາ 1955. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະຊີ້ນໍາສູນກາງພັກ. ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະຊີ້ນໍາສູນກາງ ທັງເປັນເລຂາຄະນະພັກກອງທັບສູນກາງ, ຜູ້ບັນຊາການໃຫຍ່ບັນດາກໍາລັງປະກອບອາວຸດປະຕິວັດລາວ.

ເມື່ອ ສະຫະລັດອາເມຣິກາ ປະຕິບັດບາດກ້າວດຳເນີນສົງຄາມໃໝ່, ນໍາເອົາກໍາລັງທະຫານອາກາດ ອາເມຣິກາ ເຂົ້າຮ່ວມເຮັດສົງຄາມຢູ່ລາວ, ໃຫ້ເຮືອບິນຍິງທໍາລາຍເຂດປົດປ່ອຍລາວ, ຕໍ່ສະພາບການໃໝ່, ສູນກາງພັກປະຊາຊົນລາວ ຕົກລົງຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ II. ກອງປະຊຸມໃຫຍ່ໄດ້ກະກຽມຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກປະຊາຊົນລາວ ຢູ່ເຂດ ຈໍາມ໋າດ (ປັດຈຸບຫນແມ່ນກຸ່ມ ຈໍາມ໋າດ), ນະຄອນ ຮວ່າບິ່ງ ພາຍໃນໜຶ່ງອາທິດ. ຫຼັງຈາກກອງປະຊຸມກະກຽມ, ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກປະຊາຊົນລາວ ໄດ້ຈັດຂຶ້ນລະຫວ່າງວັນທີ 3-6 ກຸມພາ 1972 ຢູ່ເມືອງວຽງໄຊ, ແຂວງ ຊໍາເໜືອ (ຫົວພັນ). ກອງປະຊຸມໃຫຍ່ໄດ້ຕົກລົງປ່ຽນຊື່ພັກປະຊາຊົນລາວ ມາເປັນພັກປະຊາຊົນປະຕິວັດລາວ; ເລືອກເອົາປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.​

ໃນຕະຫຼອດພາລະກິດປະຕິວັດ, ປະທານ ໄກສອນ ພົມວິຫານ ຍາມໃດກໍເປັນຫ່ວງໄຍເບິ່ງແຍງນໍ້າໃຈສາມັກຄີ, ຊື່ສັດບໍລິສຸດ, ການພົວພັນພິເສດລາວ – ຫວຽດນາມ. ປະທານ ໄກສອນ ພົມວິຫານ ໄດ້ກ່າວປາໄສຢັ້ງຢືນວ່າ: ສາຍພົວພັນພິເສດລາວ -ຫວຽດນາມ ໄດ້ສ້າງຂຶ້ນ, ເພີ່ມພູມຄູນສ້າງ ແລະ ທົດສອບໃນຂະບວນການປະຕິວັດ. ໃນການຕໍ່ສູ້ທີ່ຍືດເຍື້ອຍາວນານ, ດຸເດືອດຂ້ຽວຂາດຕ້ານຈັດກະພັດອາເມຣິກາ, ສາຍພົວພັນພິເສດລາວ -ຫວຽດນາມ ບໍ່ພຽງແຕ່ໄດ້ຮັບການເສີມສ້າງ ແລະ ເພີ່ມທະວີເທົ່ານັ້ນ ຫາກຍັງໄດ້ສ້າງເປັນກໍາລັງແຮງ ແລະ ຄວາມເຊື່ອໝັ້ນໃນໄຊຊະນະ. ແຕ່ລະບາດກ້າວໄປເຖິງໄຊຊະນະຂອງການປະຕິວັດລາວ ລ້ວນແຕ່ໄດ້ມີການສົມທົບຢ່າງແໜ້ນແຟ້ນ ລະຫວ່າງຄວາມພະຍາຍາມຂອງພັກ, ຊົນເຜົ່າລາວ ກັບການຊ່ວຍເຫຼືອຂອງຝ່າຍສັງຄົມນິຍົມ, ຂະບວນການປະຕິວັດຊາດປະຊາທິປະໄຕ ແລະ ສັນຕິພາບໂລກ, ໃນນັ້ນການສໍາພັນສູ້ຮົບລະຫ່ວາງພັກ ແລະ ປະຊາຊົນລາວ ກັບ ພັກ ແລະປະຊາຊົນ ຫວຽດນາມ ແມ່ນເງື່ອນໄຂພື້ນຖານທີ່ພວກເຮົາຖືສໍາຄັນ ຄື:ເປັນໜຶ່ງໃນປັດໄຈຂອງໄຊຊະນະ. ສາຍພົວພັນພິເສດລາວ-ຫວຽດນາມ ບໍ່ພຽງແຕ່ເປັນຄວາມຮຽກຮ້ອງພາວະວິໄສເທົ່ານັ້ນ, ຫາກຍັງເປັນຜົນປະໂຫຍດທີ່ຕິດພັນນໍາກັນ ຍ້ອນມູນເຊື້ອອັນດີງາມທີ່ຫາຍາກໃນປະຫວັດສາດການຕໍ່ສູ້ປະຕິວັດທີ່ຍາວນານມາແຕ່ກ່ອນຈົນຮອດປັດຈຸບັນ, ກໍຄືແຕ່ນີ້ເມືອໜ້າ, ຍັງເປັນປັດໄຈຕິດແທດການຄົງຕົວຂອງແຕ່ລະປະເທດ. ປະທານໄດ້ຢັ້ງຢືນວ່າ: ໃນທຸກຄວາມສໍາເລັດຂອງການປະຕິວັດລາວ ລ້ວນແຕ່ມີການປະກອບສ່ວນໂດຍກົງຂອງການປະຕິວັດຫວຽດນາມ; ໃນທຸກໄຊຊະນະຂອງປະເທດຊາດທີ່ຫວງແຫນຂອງພວກຂ້າພະເຈົ້າ ລ້ວນແຕ່ມີເລືອດເນື້ອຂອງນັກຮົບສາກົນ ຫວຽດນາມ ເຈືອຈານເຂົ້າກັບເລືອດເນື້ອຂອງພະນັກງານ, ນັກຮົບ ແລະ ປະຊາຊົນລາວ. ໃນການເຕີບໂຕທຸກດ້ານຢ່າງໄວວາ, ໝັ້ນຄົງ ແລະ ໜັກແໜ້ນຂອງການປະຕິວັດລາວໃນປັດຈຸບັນລ້ວນແຕ່ມີການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າຂອງການປະຕິວັດ ຫວຽດນາມ”; “ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າສະໝັກໃຈອອກແຮງເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນພິເສດດັ່ງກ່າວ, ປົກປັກຮັກສາຄວາມສາມັກຄີລາວ – ຫວຽດນາມ ຄືກັບປົກປັກຮັກສາແກ່ນຕາຂອງຕົນເອງ, ພ້ອມກັນນັ້ນ ແມ່ນອອກແຮງກໍ່ສ້າງ ແລະ ພັດທະນາສາຍພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຮອບດ້ານ, ຍາວນານຕະຫຼອດໄປ, ເພື່ອຮ່ວມກັນປົກປ້ອງໝາກຜົນຂອງການປະຕິວັດ, ກໍ່ສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງ”.

ພາລະກິດເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນໃຫ້ເຫັນວ່າ: ເພິ່ນເປັນຜູ້ນໍາທີ່ດີເດັ່ນ, ນັກຮົບປະຕິວັດທີ່ຈົງຮັກພັກດີ, ເປັນລູກທີ່ດີເລີດຂອງການປະຕິວັດລາວ, ເປັນນັກຮົບທີ່ອົງອາດກ້າແກ່ນຂອງຂະບວນການກອມມູນິດ ແລະ ກໍາມະກອນສາກົນ; ເປັນເພື່ອນມິດທີ່ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ໄລຍະເຂົ້າຮ່ວມເຄື່ອນໄຫວການປະຕິວັດຢູ່ຫວຽດນາມຂອງປະທານ ໄກສອນ ພົມວິຫານ ໄດ້ປະກອບສ່ວນສ້າງຜູ້ນໍາທີ່ດີເດັ່ນ, ນັກຮົບປະຕິວັດຈົງຮັກພັກດີ. ປະທານໄດ້ຮ່ວມກັບບັນດາການນໍາທີ່ດີເດັ່ນຂອງປະເທດລາວ ພາຍເຮືອການປະຕິວັດຜ່ານຜ່າພະຍຸລົມແດງ ແລະ ແກ້ງຫວ້ຍນານາປະການ, ໄປເຖິງເສັ້ນໄຊຢ່າງສະຫງ່າງາມ, ພ້ອມກັນນັ້ນ, ໃນຕະຫຼອດພາລະກິດປະຕິວັດ, ປະທານ ໄກສອນ ພົມວິຫານ ຍາມໃດກໍເປັນຫ່ວງເປັນໄຍເພີ່ມພູນຄູນສ້າງຄວາມສາມັກຄີທີ່ຍິ່ງໃຫຍ່, ການພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານລາວ -ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments