Saturday, December 13, 2025
Homeຂ່າວກິລາງານມະຫາກຳກິລາຊີເກມ ຄັ້ງທີ 33 ໄຂຂຶ້ນຢ່າງເປັນທາງ ການ, ລາວ ສົ່ງ 39 ປະເພດກິລາ ຮ່ວມຊີງໄຊ ຕັ້ງເປົ້າ 5...

ງານມະຫາກຳກິລາຊີເກມ ຄັ້ງທີ 33 ໄຂຂຶ້ນຢ່າງເປັນທາງ ການ, ລາວ ສົ່ງ 39 ປະເພດກິລາ ຮ່ວມຊີງໄຊ ຕັ້ງເປົ້າ 5 ຫຼຽນຄຳ

ງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນຕອນຄໍ່າ ວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ,ໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວມະ ຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາ ຈັກໄທ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ,ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ສຳລັບ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກ ແຫ່ງຊາດລາວ.

ໃນພິທີເປີດງານຄັ້ງນີ້, ເຈົ້າພາບ ໄດ້ຈັດການສະແດງ 5 ຊຸດ : “BACK TO THE ORIGIN – ສູ່ຈຸດເລີ່ມຕົ້ນ ”, “ IGNITE THE GAME – ປຸກພະລັງສູ່ການແຂ່ງຂັນ”, “WE ARE ONE – WE ARE CONNECTED BY THE SEA – ສາຍນໍ້າເຊື່ອມດວງໃຈເປັນໜຶ່ງດຽວ”, “ONE SPIRIT – ຈິດວິນຍານແຫ່ງຄວາມເປັນໜຶ່ງ” ແລະ “BLOOMING OF ONE VICTORY – ມິດຕະພາບ ຄືໄຊຊະນະ”. ຊຶ່ງທຸກການສະແດງສ່ອງແສງໃຫ້ເຫັນເຖິງພະລັງຄວາມສາມັກຄີຂອງບັນດາປະເທດໃນອາຊຽນ, ພາສາທັກທາຍ, ດອກໄມ້ປະຈຳຊາດ, ຄວາມເປັນມາຂອງຊີເກມ ແລະ ສິລະປະຕໍ່ສູ້ຂອງມວຍໄທ ປະສານກັບແສງສີສຽງ ຢ່າງງົດງາມ.

ສ່ວນວາລະການເດີນຂະບວນສວນສະໜາມຂອງຄະນະນັກກິລາ 11 ຊາດ ໂດຍຄະນະນັກກິລາລາວ ເປັນຂະບວນທີ 4 ຕໍ່ຈາກອິນໂດເນເຊຍ. ຖືທຸງ ໂດຍ ວິລະສັກ ລາດຊະວົງ ນັກກິລາເປຕັງ ເຈົ້າຂອງຫຼຽນຄຳ ຊີເກມ ຄັ້ງທີ 32 ແລະ 2 ຫຼຽນຄຳ ງານກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ແລະ ນຳຄະນະ ໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະນັກກິລາ ລາວ.

ສຳລັບງານກິລາຊີເກມ ຄັ້ງທີ 33 ເປັນຄັ້ງທຳອິດໃນຮອບ 18 ປີ ທີ່ປະເທດໄທ ໄດ້ຮັບກຽດເປັນເຈົ້າພາບ ຕໍ່ຈາກປີ 2007 ແລະເປັນຄັ້ງທີ 7 ຂອງປະເທດ ຫຼາຍສຸດໃນອາຊຽນ ໂດຍມີນັກກິລາເຂົ້າຮ່ວມ 12.506 ຄົນ ຊີງໄຊ 574 ຫຼຽນຄຳ ໃນ 50 ປະເພດກິລາ, ສະເພາະ ສປປ ລາວ ສົ່ງຄະ ນະນັກກິລາເຂົ້າຮ່ວມ 500 ກວ່າຄົນ ໃນ 39 ກິລາ ພ້ອມຕັ້ງເປົ້າ ຈະສູ້ຊົນຍາດໃຫ້ໄດ້ ຢ່າງຕໍ່າ 5 ຫຼຽນຄຳ.

ງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ຈະແຂ່ງຂັນຈົນໄປເຖິງ ວັນທີ 20 ທັນວາ 2025 ຈຶ່ງຈະສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments