ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນເກີດ ປະທານ ໄກສອນພົມວິຫານ ຄົບຮອບ 105 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 9 ທັນວາ 2025 ໂດຍການປາຖະກະຖາໂດຍ ສະຫາຍ ສົມສະ ຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ມີສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ, ຜູ້ຕາງໜ້າຈາກອົງການ, ວົງຄະນະຍາດຫວຽດນາມອາໄສຢູ່ລາວ, ພະນັກງານ, ສະມາຊິກພັກ ສະຖານທູດຫວຽດນາມ ປະຈໍາລາວ ເຂົ້າຮ່ວມຮັບຟັງ.
ໃນພິທີ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອຂອງປະທານ ໄກ ສອນ ພົມວິຫານ ກັບພາລະກິດປົດປ່ອຍຊາດ ໂດຍມີບາງຕອນວ່າ: ບົນເສັ້ນທາງປະຕິວັດອັນຍືດເຍື້ອຍາວນານນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບ, ລະອິດລະອ້ຽວ, ມີບາງຄັ້ງເກືອບເອົາຊີວິດບໍ່ລອດ, ເພິ່ນໄດ້ປະຕິບັດບົດບາດເປັນແກ່ນກາງສໍາຄັນ ໃນການນໍາພາສ້າງຕັ້ງກອງ ທັບປະຊາຊົນລາວ (ກອງລາດຊະວົງ) ແລະ ສ້າງຕັ້ງພັກປະຊາຊົນລາວ, ໄດ້ນໍາພາຂະບວນການຕໍ່ສູ້ກູ້ຊາດຕ້ານການຮຸກຮານ ຂອງຈັກກະພັດຝຣັ່ງ ແລະ ອາເມລິກາ ດ້ວຍຫລາຍຮູບການ ແລະ ວິທີການ, ໄດ້ຊີ້ນໍາການປະຕິວັດ ແລະ ລວມລາວຄັ້ງທີໜຶ່ງ, ຊີ້ນໍາດ້ານທິດທາງ, ວິທີເຈລະຈາ, ນໍາໃຊ້ຍຸດໂທບາຍປະນິປະນອມຢ່າງມີຫລັກການ, ໄດ້ຊີ້ນໍາໃນການຫັນທິດຕໍ່ສູ້ ແລະ ວາງນະໂຍບາຍການຕໍ່ສູ້, ສົມທົບ ການຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ແບບອື່ນ, ຕ້ານການແຊກແຊງຂອງພວກຈັກກະພັດລ່າເມືອງຂຶ້ນແບບໃໝ່, ຕ້ານນະໂຍບາຍທໍລະຍົດຊາດ, ທໍາລາຍປະຊາຊົນຂອງລັດຖະບານຫຸ່ນ, ຮູ້ໝູນໃຊ້ຮູບການ ແລະ ວິທີການຕໍ່ສູ້ຢ່າງ ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ; ໄດ້ຊີ້ນໍາກອງພັນທີສອງປະເທດລາວ ຕີຜ່າວົງປິດລ້ອມຂອງສັດຕູ (18/05-02/06/1959) ແລະ ຊີ້ນໍາໂດຍກົງກ່ຽວກັບແຜນການເອົາບັນດາຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ກັບຄືນຖານທີ່ໝັ້ນການປະ ຕິວັດ ດ້ວຍຄວາມປອດໄພ (24/05/1960), ໄດ້ຊີ້ນໍາການຢຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ; ໄດ້ຊີ້ນໍາ ແລະ ບັນຊາການຫລາຍຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆ, ສາມາດປົດປ່ອຍປະເທດ ຊາດໄດ້ຢ່າງມີໄຊ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຍັງໃຫ້ຮູ້ອີກວ່າ: ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫລວງທີ່ສຸດ ໃນການນໍາພາ ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ; ປະທານ ໄກສອນ ພົມວິຫານ ເປັນນັກການເມືອງທີ່ສະຫລາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ຂອງຊາດລາວພວກເຮົາ, ເປັນນັກໂຄສະນາ-ປາຖະກະຖາທີ່ຊຳນານ, ເພິ່ນເປັນຜູ້ກຳແໜ້ນຫລັກມູນພື້ນຖານຂອງສັດຈະວິພາກມາກ-ເລນິນ, ກຳສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ; ຍາມໃດກໍຍຶດໝັ້ນແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ ຂອງປະຊາຊົນຢ່າງສຸດຂີດ, ອີງ ໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນໃນກໍາລັງແຮງຂອງປະຊາຊົນ, ປະທານ ໄກສອນ ພົມ ວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດໃນແຕ່ລະຂົງເຂດວຽກງານຢ່າງຮອບດ້ານ ແລະ ເລິກເຊິ່ງເປັນຕົ້ນ ຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນະທໍາ-ສັງຄົມ, ວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ.