ສຳນັກຂ່າວເອເອຟພີ ວັນທີ9 ທັນວານີ້, ອາຣັບບີ ຊາອຸດິດ ແລະ ກາຕາ ໄດ້ລົງນາມກໍ່ສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັນ ລະຫວ່າງນະຄອນຫລວງຣິຢັດ ກັບນະຄອນຫລວງໂດຮາ ແລະ ຄາດວ່າເມືອງອໍລໂຮຟຸ ແລະ ດຳນາມທາງຕາເວັນອອກຂອງອາຣັບບີຊາອຸດິດ ຈະຢູ່ໃນເສັ້ນທາງນີ້ເຊັ່ນກັນ.

ສຳລັບລົດໄຟຈະມີຄວາມໄວສູງ ຫລາຍກວ່າ 300 ກິໂລແມັດ ຕໍ່ຊົ່ວໂມງ ສ່ວນການເດີນທາງຈະມີໄລຍະເວລາປະມານ 2 ຊົ່ວໂມງ. ຂະນະທີ່ຖ້ຽວບິນຕົງ ລະຫວ່າງສອງເມືອງຫລວງໂດຍປົກກະຕິ ແລ້ວ ໃຊ້ເວລາປະມານ 90 ນາທີ. ໂຄງການດັ່ງກ່າວຄາດວ່າຈະກໍ່ສ້າງໃຫ້ສຳເລັດພາຍໃນ 6 ປີ ແລະ ຈະຮອງຮັບຜູ້ໂດຍສານ 10 ລ້ານເທື່ອຄົນຕໍ່ປີ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ