Saturday, December 13, 2025
Homeຂ່າວຕ່າງປະເທດອາຣັບບີຊາອຸດິດ-ກາຕາ ລົງນາມກໍ່ສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ກັນ

ອາຣັບບີຊາອຸດິດ-ກາຕາ ລົງນາມກໍ່ສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ກັນ

ສຳນັກຂ່າວເອເອຟພີ ວັນທີ9 ທັນວານີ້, ອາຣັບບີ ຊາອຸດິດ ແລະ ກາຕາ ໄດ້ລົງນາມກໍ່ສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັນ ລະຫວ່າງນະຄອນຫລວງຣິຢັດ ກັບນະຄອນຫລວງໂດຮາ ແລະ ຄາດວ່າເມືອງອໍລໂຮຟຸ ແລະ ດຳນາມທາງຕາເວັນອອກຂອງອາຣັບບີຊາອຸດິດ ຈະຢູ່ໃນເສັ້ນທາງນີ້ເຊັ່ນກັນ.

ສຳລັບລົດໄຟຈະມີຄວາມໄວສູງ ຫລາຍກວ່າ 300 ກິໂລແມັດ ຕໍ່ຊົ່ວໂມງ ສ່ວນການເດີນທາງຈະມີໄລຍະເວລາປະມານ 2 ຊົ່ວໂມງ. ຂະນະທີ່ຖ້ຽວບິນຕົງ ລະຫວ່າງສອງເມືອງຫລວງໂດຍປົກກະຕິ ແລ້ວ ໃຊ້ເວລາປະມານ 90 ນາທີ. ໂຄງການດັ່ງກ່າວຄາດວ່າຈະກໍ່ສ້າງໃຫ້ສຳເລັດພາຍໃນ 6 ປີ ແລະ ຈະຮອງຮັບຜູ້ໂດຍສານ 10 ລ້ານເທື່ອຄົນຕໍ່ປີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments