ໃນວັນທີ 9 ທັນວາ 2025 ນີ້, ທີ່ໂຮງແຮມໂຮລີເດ ໄດ້ເປີດຂະບວນການໃຫ້ວັກຊີນກັນມະເຮັງປາກມົດລູກ HPV ໃຫ້ແກ່ເດັກຍິງອາຍຸ 10 ປີ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກໍາມາທິການເພື່ອສຸຂະພາບແມ່ ແລະ ເດັກ ນະຄອນຫຼວງວຽງຈັນ, ມີຫົວໜ້າ ແລະ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ, ຫົວໜ້າກົມອ້ອມຂ້າງກະຊວງ ແລະ ກະຊວງທີ່ກ່ຽວຂ້ອງ, ຄະນະສູນແມ່ ແລະ ເດັກ, ແພດ-ໝໍ, ຄູ-ອາຈານ ແລະ ນັກຮຽນຍິງ, ພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງ 9 ຕົວເມືອງເຂົ້າຮ່ວມ.

ທ່ານ ດຣ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ກ່າວວ່າ: ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ ແລະ ຜູ້ຍິງ ເປົ້າໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊີນປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ, ໃນແຕ່ລະປີ ຍັງເຫັນວ່າ: ມີແມ່ຍິງຫຼາຍຮ້ອຍຄົນໃນ ສປປ ລາວ ທີ່ເສຍຊີວິດຍ້ອນມະເຮັງປາກມົດລູກ. ສະນັ້ນ, ການສັກວັກຊີນ HPV ສາມາດປົກປ້ອງການຕິດເຊື້ອຈຸລະໂລກ HPV ສາຍພັນ 16 ແລະ 18 ທີ່ເປັນສາຍເຫດຂອງການເປັນມະເຮັງປາກມົດລູກ ໄດ້ຫຼາຍກວ່າ 70%. ວັກຊີນປ້ອງກັນມະເຮັງປາກມົດລູກ ທີ່ ສປປ ລາວ ນຳໃຊ້ໃນປັດຈຸບັນ ສາມາດປ້ອງກັນໄດ້ 4 ສາຍພັນ ຄື: ສາຍພັນ 6, 11, 16 ແລະ 18 ເຊິ່ງຈະຊ່ວຍຢຸດການແຜ່ເຊື້ອຈຸລະໂລກ HPV, ຊ່ວຍຫຼຸດຄວາມສ່ຽງການທຳລາຍຈຸລັງປາກມົດລູກຈາກເຊື້ອຈຸລະໂລກ, ຊ່ວຍຫຼຸດກໍລະນີມະເຮັງປາກມົດລູກ. ໃນນັ້ນ, ວັກຊີນ HPV ແມ່ນມີປະສິດທິພາບ ແລະ ປອດໄພສູງ ແຕ່ລະວັກຊີນ ກໍຄື ກັບວັກຊີນທົ່ວໄປ ບາງຄັ້ງສາມາດເຮັດໃຫ້ເກີດຜົນຂ້າງຄຽງໄດ້ ແລະ ໂດຍທົ່ວໄປແລ້ວ ວັກຊີນຊະນິດນີ້ແມ່ນບໍ່ມັກເກີດມີຜົນຂ້າງຄຽງ, ຖ້າເກີດ ແມ່ນບໍ່ຮຸນແຮງ ແລະ ມີອາການໄລຍະສັ້ນ.
ໂອກາດນີ້, ທ່ານ ພູວົງ ວົງຄໍາຊາວ ໄດ້ກ່າວສະແດງຄວາມຊົມເຊີຍມາຍັງອົງການຈັດຕັ້ງສາກົນເປັນຕົ້ນອົງການ ອະນາໄມໂລກ ແລະ ອົງການກາວີທີ່ໃຫ້ການສະໜັບສະໜູນໃນພິທີເປີດຂະບວນການຄັ້ງນີ້ ເຊິ່ງປີນີ້ເປັນປີໃນການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຂອງຊາດລາວ ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວທາງດ້ານວຽກງານສາທາລະນະສຸກ ກໍຄື ວຽກງານກັນພະຍາດໃນການຫຼຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດຂອງແມ່ ແລະ ເດັກ ຈາກພະຍາດທີ່ສາມາດກັນດ້ວຍວັກຊີນ ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າຢູ່ໃນລາວເຮົາມີແມ່ຍິງລາວປະມານ 320 ຄົນເປັນມະເຮັງປາກມົດລູກໃນແຕ່ລະປີ ທີ່ເກີດຈາກເຊື້ອໄວຣັສດັ່ງກ່າວເອີ້ນວ່າ human papillomavirus (HPV) ເຊິ່ງເປັນອັນດັບ 2 ຮອງຈາກມະເຮັງເຕົ້ານົມ.
ພັກ ແລະ ລັດຖະບານລາວໄດ້ມີຄວາມພະຍາຍາມເອົາໃຈໃສ່ສົ່ງເສີມ ແລະ ເອົາໃຈໃສ່ໃນການຮັກສາສຸກຂະພາບໃຫ້ແກ່ແມ່ຍິງ ເພື່ອໃຫ້ແມ່ຍິງໄດ້ເຂົ້າເຖິງການດູແລສຸຂະພາບທີ່ຖືກຕ້ອງ ໃຫ້ເດັກຍິງອາຍຸ 10 ປີ ໃນທົ່ວປະເທດເລີ່ມແຕ່ປີ 2020 ເປັນຕົ້ນມາຮອດປັດຈຸບັນ ທັງນີ້ເພື່ອຫຼຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່ຍິງໃນແຕ່ລະປີ.