Saturday, December 13, 2025
Homeຂ່າວຕ່າງປະເທດອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 !

ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 !

ວັນທີ 6 ທັນວາ 2025 ຖານຜະລິດຝຸ່ນໂປຕາສຢູ່ລາວ ຂອງ ອາຊີ-ໂປຕາສ ສາກົນ ໄດ້ລາຍງານວ່າ: ຄຽງຄູ່ກັບຜະລິດຕະພັນຝຸ່ນໂປຕາສ 60% ຊຸດທໍາອິດໄດ້ຖືກຂົນສົ່ງອອກຈາກສາຍພານ ລໍາລຽງ, ເປັນການປະກາດວ່າ ລະບົບລຳລຽງຂົນສົ່ງຫລັກເຂດແຫລ່ງແຮ່ດົງບູນນ້ອຍ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ໂຄງການເປີດທົດລອງເດີນເຄື່ອງຈັກຜະລິດຝຸ່ນໂປຕາສແບບຕໍ່ເນື່ອງ 1 ລ້ານໂຕນ ແຫ່ງທີ 3 ຂອງ ອາຊີ-ໂປຕາສ ສາກົນ ໄດ້ຮັບຜົນສໍາເລັດຜົນຢ່າງຈົບງາມ.

ຢູ່ສະຖານທີ່ຈັດກອງປະຊຸມປະຊາສຳພັນສົ່ງເສີມການລົງທຶນຂອງ ນິຄົມອຸດສາຫະກຳອາຊີ-ໂປຕາສສາກົນທີ່ເມືອງເສິນເຈິນ ໂດຍມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາການນໍາຈາກສປປລາວ ແລະ ຄະນະບໍລິຫານງານຂັ້ນສູງຂອງອາຊີ-ໂປຕາສສາກົນ ໄດ້ເຂົ້າຮ່ວມພິທີໂດຍຜ່ານລະບົບວີດີໂອທາງໄກ ໄດ້ຖ່າຍທອດຈາກໄລຍະໄກທີ່ຂ້າມຜ່ານເຂດແດນທາງພູມສາດ, ການເປີດທົດລອງເດີນເຄື່ອງຈັກຜະລິດໄດ້ຮັບຜົນສໍາເລັດ, ຍຸກສະໄໝກຳລັງການຜະລິດ 3 ລ້ານໂຕນຂອງອາຊີ-ໂປຕາສສາກົນ ໄດ້ເລີ່ມຕົ້ນຢ່າງເປັນທາງການ.

ເຂດແຫລ່ງແຮ່ດົງບູນນ້ອຍ ແມ່ນຕົວຄໍ້າຊູທີ່ເປັນແກ່ນສານ ແລະ ຕົວຍົກລະດັບການຜະລິດທີ່ສໍາຄັນຂອງການຫັນກໍາລັງການຜະລິດເປັນຂະໜາດໃຫຍ່ຂອງ ອາຊີ-ໂປຕາສ ສາກົນ. ການເປີດນຳໃຊ້ລະບົບລຳລຽງຂົນສົ່ງຫລັກເທື່ອນີ້, ເປັນການເປີດຊ່ອງທາງສໍາຄັນສໍາລັບການພັດທະນານໍາໃຊ້ຊັບພະຍາ ກອນຢ່າງມີປະສິດຜົນສູງ ແລະ ການຍົກລະດັບກໍາລັງການຜະລິດຢ່າງໝັ້ນທ່ຽງ. ໃນບາດກ້າວຕໍ່ໄປ, ອາຊີ-ໂປຕາສ ສາກົນ ຈະກ້າວຂຶ້ນສູ່ໄລຍະເພີ່ມກໍາລັງການຜະລິດຢ່າງໝັ້ນຄົງ ໂດຍຜ່ານການປັບປຸງຢ່າງຕໍ່ເນື່ອງເຕັກໂນໂລຊີກໍາມະວິທີການຜະລິດ, ຍົກສູງປະສິດທິພາບຂອງເຄື່ອງຈັກຜະລິດ, ປັບປຸງຕ່ອງໂສ້ການສະໜອງທີ່ປະກອບຕິດພັນ ເພື່ອກ້າວໄປຢ່າງໜັກແໜ້ນສູ່ເປົ້າໝາຍກໍາລັງການຜະລິດໃນໄລຍະກາງ 5 ລ້ານໂຕນ. ຄວາມຄືບໜ້າທີ່ສໍາຄັນນີ້, ຍັງສະແດງໃຫ້ເຫັນວ່າ ກໍາລັງການຜະລິດຝຸ່ນໂປຕາສໂດຍລວມຂອງ ສປປ ລາວ ໄດ້ກ້າວສູ່ເວທີໃໝ່ອີກກ້າວໜຶ່ງ ຊຶ່ງຈະຮັດແໜ້ນ ແລະ ເພີ່ມທະວີອິດທິພົນ ຂອງຂະແໜງອຸດສາຫະກໍາຝຸ່ນໂປຕາສ ຂອງ ສປປ ລາວ ໃນພາກພື້ນ, ສິ່ງນີ້ຈະເປັນແຮງຜັກດັນທີ່ເຂັ້ມແຂງ ໃນການສ້າງລະບົບເສດຖະກິດແຫ່ງຊາດທີ່ພັດທະນາແບບຍືດຍຸ່ນ ແລະ ຍືນຍົງຫລາຍຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments